ທ່ານ ວະລາດີເມຍ ປູຕິນ ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຣັດເຊຍ ອີກສະໄໝ

51

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອີງຕາມຕົວເລກທີ່ຄະນະກຳມະການການເລືອກຕັ້ງສູນກາງຣັດເຊຍ ເປີດເຜີຍໃນຕອນເຊົ້າວັນທີ 18 ມີນານີ້ ໃຫ້ຮູ້ວ່າ: ໃນການນັບບັດເລືອກຕັ້ງປະທານາທິບໍດີຣັດເຊຍ ທີ່ສຳເລັດໄປແລ້ວ 85% ປາກົດວ່າ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຄົນປັດຈຸບັນມີຄະແນນນຳໜ້າຜູ້ສະໝັກຮັບເລືອກຕັ້ງທ່ານອື່ນໆຢ່າງຫຼວງຫຼາຍ ດ້ວຍອັດຕາໄດ້ຮັບບັດເລືອກຕັ້ງ 87,19% ຖືວ່າໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຄັ້ງນີ້.

อาจเป็นรูปภาพของ 1 คน และ ข้อความ

ການປ່ອນບັດເລືອກຕັ້ງປະທານາທິບໍດີຣັດເຊຍ ຊຸດທີ 8 ໄດ້ຈັດຂຶ້ນຢ່າງເປັນທາງການລະຫວ່າງວັນທີ 15 ຫາ 17 ມີນານີ້. ອີງຕາມກົດລະບຽບວ່າດ້ວຍ ການເລືອກຕັ້ງປະທານາທິບໍດີຣັດເຊຍ, ຜູ້ສະໝັກຮັບເລືອກຕັ້ງທີ່ໄດ້ຮັບຄະແນນສຽງຫຼາຍກວ່າ 50% ຈະໄດ້ຮັບເລືອກຕັ້ງເປັນປະທານາທິບໍ  ດີ.

ຄະນະກຳມະການການເລືອກຕັ້ງສູນກາງຣັດເຊຍ ຈະຢືນຢັນຕໍ່ຜົນການເລືອກຕັ້ງປະທານາທິບໍດີຄັ້ງນີ້ກ່ອນວັນທີ 28 ມີນານີ້ ແລະ ຈະປະກາດຜົນການເລືອກຕັ້ງຫຼັງຈາກໄດ້ຮັບການຢືນຢັນເປັນເວລາ 3 ວັນ.

ຕອນຄ່ຳວັນທີ 17 ມີນາ, ທ່ານ ວະລາດີເມຍ ປູຕິນ ກ່າວຄຳເຫັນຢູ່ສຳນັກງານທີ່ດຳເນີນການຫາສຽງເລືອກຕັ້ງຂອງຕົນວ່າ: “ ພວກເຮົາທຸກຄົນແມ່ນຢູ່ຖັນແຖວດຽວກັນ ”. ທ່ານເນັ້ນໜັກວ່າ ແຫຼ່ງກຳລັງແຮງຂອງປະເທດແມ່ນປະຊາຊົນຣັດເຊຍ, ເຈດຈຳນົງລວມຂອງປະຊາຊົນທົ່ວປະເທດ ໄດ້ສ້າງຂຶ້ນດ້ວຍສຽງເວົ້າຂອງປະຊາຊົນທຸກຄົນ.