ສສ ຫວຽດນາມຊຸກຍູ້ການເປັນປະທານອາຊຽນຂອງ ສປປ ລາວ ມອບລົດລວມ 50 ຄັນ

88

ວັນທີ 18 ມີນາ 2024 ຢູ່ທີ່ກະຊວງປ້ອງກັນຄວາມສະຫງົບລາວ ພົນເອກ ວິໄລ ຫຼ້າຄຳຟອງ  ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມຄະນະ, ໄດ້ຕ້ອນຮັບຄະ ນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ນຳໂດຍ ທ່ານ ພົນໂທ ເລືອງ ຕາມ ກວາງ  ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ທ່ານ ຫງວຽນ ບຳ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ.

May be an image of 7 people, dais and text

ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມປະຈຳປີສອງຝ່າຍ ຂອງເຫຼົ່າວິຊາສະເພາະ ແລະ ເຂົ້າຮ່ວມພິທີມອບ-ຮັບພາຫະນະ ໃຫ້ກະຊວງປ້ອງ ກັນຄວາມສະຫງົບລາວ ເພື່ອນໍາໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ຮັບໃຊ້ວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນປີ 2024. ເຊິ່ງມີລົດໄຟຟ້າ ທີ່ຜະລິດຢູ່ ສສ ຫວຽດນາມ ຍີ່ຫໍ້ Vinfast, ປະເພດລົດ SUV, ລຸ້ນ VF8 20 ຄັນ, ລົດມ້າຂາວ ຍີ່ຫໍ້: HONDA CB 500X 30 ຄັນ.

May be an image of 6 people, scooter, dais and text
ພົນເອກ ວິໄລ ຫຼ້າຄໍາຟອງ ກ່າວວ່າ: ການມອບເຄື່ອງໃນຄັ້ງນີ້ ແມ່ນການຊ່ວຍເຫຼືອສຸດທີ່ມີຄວາມໝາຍສໍາຄັນ ເປັນການປະ ກອບສ່ວນອັນໃຫຍ່ຫຼວງ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອການພົວພັນຮ່ວມມືພິເສດຮອບດ້ານຂອງສອງພັກ, ສອງລັດຖະບານ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະສອງກຳລັງປ້ອງກັນຄວາມສະຫງົບ ທີ່ມີມູນເຊື້ອຮັກແພງສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍນໍ້າໃຈບໍລິສຸດຜຸດຜ່ອງມາແຕ່ດົນນານ;

May be an image of scooter, segway, motorcycle and text

ພ້ອມນັ້ນ ຍັງໄດ້ຢັ້ງຢືນເຖິງການປະກອບສ່ວນສໍາຄັນໃນການຊຸກຍູ້ສົ່ງເສີມສາຍພົວພັນການຮ່ວມມື ລະຫວ່າງ ສອງຊາດ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ທັງເປັນການ ຊ່ວຍເຫຼືອຖືກຕ້ອງກັບຄວາມຈຳເປັນ, ຄວາມຕ້ອງການທາງດ້ານວິຊາສະເພາະປ້ອງກັນຄວາມສະຫງົບລາວ ແລະ ສືບຕໍ່ຊ່ວຍເຫຼືອດ້ານພາຫະນະວິຊາສະເພາະ ຕາມແຜນຮ່ວມມືປະຈຳປີຂອງສອງກະຊວງ ເຊິ່ງກະຊວງປ້ອງກັນຄວາມສະຫງົບລາວ ຈະນໍາໃຊ້ພາຫະນະທີ່ໄດ້ຮັບການຊ່ວຍເຫຼືອເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະໃຫ້ເກີດປະໂຫຍດສູງສຸດ ແລະ ຈະປົກປັກຮັກສາໃຫ້ສາມາດນໍາໃຊ້ໄດ້ຍາວນານ.

May be an image of jeep and road
ໃນໂອກາດດັ່ງກ່າວ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຍັງໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານລາວ, ຄະນະນໍາ ກໍຄືນາຍ ແລະ ພົນຕຳຫຼວດທົ່ວກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອຈາກກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໃນຄັ້ງນີ້ ແລະ ຂໍຖືໂອກາດນີ້ ອວຍພອນ ພົນໂທ ເລືອງ ຕາມ ກວາງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ຈົ່ງມີສຸກຂະພາບແຂງແຮງ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານ.

ຂອບໃຈຂ່າວຈາກ: ວາລະສານ ປ້ອງກັນຄວາມສະຫງົບ