ວິໄລພອນ ແຊງຂຶ້ນນໍາດາວຍິງສູງສຸດ ຫຼັງພາ ຈັນສີ ເກັບໄຊຊະນະນັດທໍາອິດໃນ ລາວຟຸດຊໍ ລີກ 2024

16

ວິໄລພອນ ສີນວນຄຳ ກອງໜ້າອາຍຸ 21 ປີ ຈາກ ຈັນສີ ເອັຟຊີ ສະໂມສອນຟຸດຊໍລາວ ແຊງຂຶ້ນນໍາຕໍາແໜ່ງດາວຍິງສູງສຸດຄົນປັດຈຸບັນ ຫຼັງຍິງໄປຄົນດຽວ 4 ປະຕູໃນນັດຫຼ້າສຸດພາທີມຖະຫຼົ່ມ ຊີທີ​ເອ ພາວ​ເວີ້ ໄປຂາດລອຍ 13-4 ໃນການແຂ່ງຂັນກີລາຟຸດຊໍລາຍການ ລາວຟຸດຊໍ ລີກ 2024 ອາທິດທີ 3 ເມື່ອທ້າຍອາທິດທີ່ຜ່ານມາ.

ກ່ອນໜ້ານີ້ ຈັນສະໝອນ ພົມມະລິວົງ ຈາກ ເອັຟທີທີ ເອັຟຊີ ຂຶ້ນນໍາຕໍາແໜ່ງດາວຍິງສູງສຸດຈາກຜົນງານ 2 ນັດຍິງໄປ 5 ປະຕູ ແຕ່ຫຼ້າສຸດ ວິໄລພອນ ສີນວນຄຳ ສາມາດແຊງຂຶ້ນນໍາຕໍາແໜ່ງດາວຍິງສູງສຸດຈາກການຍິງໄປ 8 ປະຕູຈາກ 3 ນັດ ແຊງ ອັນດັບ 2 ທີ່ມີເຖິງ 3 ຄົນຄື: ສອນວິໄລ ເພັດວຽງສີ ຈາກ ວີເຊີນ ລັດສະໝີ ບູລົມ ຈາກ ມາສດ້າ ຈີບີ ແລະ ຈັນສະໝອນ ພົມມະລີວົງ ຈາກ ເອັສທີທີ ທີ່ຍິງໄດ້ 6 ປະຕູເທົ່າກັນ.

ສ່ວນຜູ້ນໍາຕາຕະລາງຄະແນນລວມຈາກ 3 ນັດທໍາອິດຍັງເປັນຂອງ ເບ ສະຫວັນ ( ແຊັມເກົ່າ ) ມີ 9 ຄະແນນຢຶດທີມນໍາໂດຍມີຄະແນນເທົ່າກັບອັນດັບ 2 ແລະ ອັນດັບ 3 ຄື: ເອັສທີທີ ແລະ ເໜືອ-ໃຕ້ ຕາມລໍາດັບ, ສ່ວນອັນດັບ 4 ເປັນຂອງ ວີເຊີນ ຢູໄນເຕັດ ມີ 6 ຄະແນນເທົ່າກັບ ຊີໄອທີ ເອັຟຊີ. ຂະນະທີ່ ຈັນສີ ເກັບ 3 ຄະແນນທໍາອິດຢູ່ອັນດັບທີ 8 ຂອງຕາຕະລາງຄະແນນລວມ.

ສໍາລັບ ຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ, ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນ ຮອບ Play-off ນັດດຽວ ເພື່ອຄັດເອົາສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນໃນ ຮອບ 4 ທີມ.
ຂ່າວ: Larh Creators; ຮູບຈາກ: ສຕລ