ຊອກຮູ້ກົດໝາຍ DMA

80

ຄໍລຳພວກເຮົາໄດ້ຂຽນຫຼາຍບົດສົມຄວນກ່ຽວກັບການພັດທະນາເຕັກໂນໂລຊີຊັ້ນສູງ ໂດຍສະເພາະແມ່ນ AI ເຊິ່ງມັນມີຜົນດີ ແລະ ຫຍໍ້ທໍ້.. ເມື່ອເປັນເຊັ່ນນີ້ກຸ່ມປະເທດ EU ຈຶ່ງເລີ່ມອອກກົດໝາຍຄວບຄຸມການພັດທະນາ AI ກໍຄືການພັດທະນາເຕັກໂນໂລຊີຊັ້ນສູງອື່ນໆ ໂດຍເອີ້ນວ່າ: ກົດໝາຍວ່າດ້ວຍຕະຫຼາດດີຈີຕອນ ( The Digital MaKetsAct      DMA )..ຜູ້ຂຽນຂໍນຳເອົາບົດວິເຄາະຈາກ VOV WORLD ສະບັບອອນລາຍພາຍໃຕ້ຫົວ  ຂໍ້:.. ເອີຣົບຍູ້ແຮງການຄວບຄຸມບັນດາກຸ່ມບໍລິສັດເຕັກໂນໂລຊີໃຫຍ່.. ສະບັບອອນລາຍລົງວັນທີ 13 ມີນາ 2024 ດັ່ງນີ້:

ວັນທີ 7 ມີນາ, ກົດໝາຍວ່າດ້ວຍບັນດາຕະຫຼາດດີຈີຕອນ ( DMA ) ຂອງສະຫະພາບເອີຣົບ ( EU ) ມີຜົນສັກສິດຢ່າງສົມບູນ ແລະ ເປັນທາງການ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວເດີນແຂງກະດ້າງຂອງ EU ເພື່ອແນໃສ່ຄວບຄຸມບັນດາການກະທໍາດໍາເນີນທຸລະກິດກໍ່ຄວາມໂຕ້ ຖຽງກັນຂອງກຸ່ມບໍລິສັດເຕັກໂນໂລຊີໃຫຍ່..

ກົດໝາຍວ່າດ້ວຍ ບັນດາຕະຫຼາດດີຈີຕອນ ( DMA ) ໂດຍ EU ປະກາດ ແລະ ນໍາເຂົ້າປະຕິບັດຕົວຈິງໃນທ້າຍປີ 2024. ເຖິງຢ່າງໃດກໍຕາມ, ບັນດາອົງການຄວບຄຸມ EU ໄດ້ວາງກໍານົດເວລາ 6 ເດືອນ ເພື່ອໃຫ້ 6 ກຸ່ມບໍລິສັດ ເຕັກໂນໂລຊີໃຫຍ່ ດໍາເນີນບັນດາການປ່ຽນແປງໃໝ່ຕາມຄວາມຮຽກຮ້ອງຕ້ອງການ, ກ່ອນເວລາ DMA ມີຜົນສັກສິດຢ່າງສົມບູບ ແລະ ເປັນທາງການ ນັບແຕ່ ວັນທີ 7 ມີນາ.

■ ຮັດແໜ້ນການຄວບຄຸມ Big Tech

ຕາມເນື້ອໃນຂອງ DMA ແລ້ວ, EU ໄດ້ຕັ້ງຊື່ “ ຜູ້ຍາມປະຕູໂຂງ ” ບໍລິຫານບັນດາການບໍລິການຫຼັກແຫຼ່ງຂອງອິນເຕີ ແນັດ ສໍາລັບ 6 ກຸ່ມບໍລິສັດຍິ່ງໃຫຍ່ໃນຂົງເຂດເຕັກໂນໂລຊີ ລວມມີ: Alphabet, Amazon, Apple, Meta, Microsoft ພ້ອມກັບອາເມຣິກາ ແລະ ByteDance ( ຈີນ ), ເຈົ້າຂອງສື່ສັງຄົມ TikTok. ຕາມນັ້ນແລ້ວ, 22 ການບໍລິການພື້ນຖານຂອງ 6 ກຸ່ມບໍລິສັດເຕັກໂນໂລຊີນີ້, ໃນນັ້ນມີ App Store ຂອງ Apple, Facebook, Instagram ແລະ Whats App ຂອງ Meta, YouTube; Chrome ຂອງ Google, Safari ຂອງ Apple… ຈະໄດ້ຮັບການຕິດຕາມກວດກາຢ່າງແໜ້ນແຟ້ນຈາກບັນດາອົງການຄຸ້ມຄອງເອີຣົບ. ຖ້າພົບເຫັນມີການກະທໍາລະເມີດ DMA ຄື: ການແກ່ງແຍ່ງບໍ່ມີຄວາມສະເໝີພາບ, ຂາດການຄຸ້ມຄອງດ້ານເນື້ອໃນ, ຂໍ້ມູນຜິດເຂວ… 6 ກຸ່ມບໍລິສັດດັ່ງກ່າວ ຈະຖືກປັບໄໝແຕ່ 10 – 20% ລາຍຮັບທົ່ວໂລກ ຫຼື ຖືກຫ້າມບາງການເຄື່ອນໄຫວໃນກໍລະນີລະເມີດຄືນ.

ນີ້ຖືວ່າແມ່ນການກະທໍາທີ່ແຮງກ້າຂອງ EU ຕໍ່ບັນດາກຸ່ມບໍລິສັດເຕັກໂນໂລຊີ ນີ້ພາຍຫຼັງຫຼາຍປີໂຕ້ຖຽງກັນຢ່າງຮ້າຍແຮງກ່ຽວກັບການຄຸ້ມຄອງການແກ່ງແຍ່ງ ແລະ ຄວບຄຸມບັນດາການກະທໍາດໍາເນີນທຸລະກິດ ເຊິ່ງເອີຣົບຖືວ່າແມ່ນບໍ່ມີຄວາມສະເໝີພາບ, ພິສູດໃຫ້ແກ່ຄວາມຕັດສິນໃຈນັ້ນ, ວັນທີ 4 ມີນາ EU ໄດ້ອອກຄໍາສັ່ງລົງໂທດກຸ່ມບໍລິສັດ Apple ຈໍານວນເງິນ ເຖິງ 1,84 ຕື້ euro ຍ້ອນລະເມີດກົດໝາຍຕ້ານສິດ ຜູກຂາດ ຂອງກຸ່ມນີ້ ເມື່ອສະກັດກັ້ນໂປຣແກຣມດົນຕີ Spotify ແລະ ບັນດາການບໍລິການດົນຕີຕ່າງໆດ້ວຍວິທີການບໍ່ປະກາດໃຫ້ແກ່ຜູ້ນໍາໃຊ້ວິທີການຊໍາລະເງິນຕ່າງໆນອກຈາກວິທີການຊໍາລະໃນ App Store ຂອງ Apple. ທ່ານ ນາງ Margrethe Vestager ຮອງປະທານຄະນະກໍາມະການເອີຣົບ ( EC ), ພ້ອມທັງແມ່ນກໍາມະການ ຄະນະກໍາມະການເອີຣົບ ຮັບຜິດຊອບບັນຫາຕ້ານສິດຜູກຂາດ ກ່າວເຕືອນວ່າ:

“ ..ສິ່ງສໍາຄັນທີ່ສຸດແມ່ນຕ້ອງບັງຄັບບັນດາບໍລິສັດ ຄື: Apple ຕ້ອງມີຄວາມຮັບຜິດຊອບຕໍ່ການລະເມີດກົດໝາຍຂອງສະຫະພາບເອີຣົບ. ຖ້າວ່າເຂົາເຈົ້າລະເມີດຖານະບົດບາດເພື່ອປົກຄອງຕະຫຼາດ, ພວກຂ້າພະເຈົ້າຈະຊອກຫາບັນດາການກະທໍາຜິດກົດໝາຍນີ້…”

ຕາມວົງການນັກຊ່ຽວຊານເຕັກໂນໂລຊີແລ້ວ ເມື່ອ DMA ມີຜົນສັກສິດຢ່າງສົມບູນ ນັບແຕ່ວັນທີ 7 ມີນາ, ບັນດາກຸ່ມ ເຕັກໂນໂລຊີໃຫຍ່ ຄື: Apple, Alphabet ບັງຄັບຕ້ອງອະນຸຍາດຜູ້ຊົມໃຊ້ IPhone ຢູ່ເອີຣົບ ຕິດຕັ້ງໂປຣແກຣມຢູ່ນອກ App Store. ຜູ້ຊົມໃຊ້ກໍບໍ່ຖືກບັງຄັບຕ້ອງນໍາໃຊ້ການຄັດເລືອກທີ່ໄດ້ກໍານົດໃຫ້ແກ່ບັນດາການບໍລິການຫຼັກ. ຂໍ້ກໍານົດ ນີ້ຢຸດຕິສະພາບການຜະລິດຕະພັນ Apple ພຽງແຕ່ຕິດພັນກັບ Safari, ລະບົບບັນຊາການເຄື່ອນໄຫວ Android ພຽງແຕ່ນໍາໃຊ້ໂປຣແກຣມ Search ຂອງ Google.

ຜູ້ນໍາໃຊ້ກໍມີສິດບໍ່ອະນຸຍາດນໍາໃຊ້ຂໍ້ມູນສ່ວນຕົວໃຫ້ແກ່ເປົ້າໝາຍໂຄສະນາ. ພິເສດ, Meta ອະນຸຍາດແຍກບັນຊີ Facebook ອອກຈາກບັນຊີ Instagram, ເປັນອັນວ່າກຸ່ມບໍລິສັດນີ້ບໍ່ສາມາດອີງຕາມຂໍ້ມູນຂອງຜູ້ນໍາໃຊ້ ເພື່ອຄັດເລືອກການໂຄສະນາສົ່ງເຖິງຜູ້ນໍາໃຊ້.

■ ໂອກາດໃຫ້ແກ່ບັນດາກຸ່ມບໍລິສັດເຕັກໂນໂລຊີນ້ອຍ

ໄປຄຽງຄູ່ກັບການຈໍາກັດສິດອໍານາດທີ່ນັບມື້ເພີ່ມຂຶ້ນຂອງບັນດາກຸ່ມບໍລິສັດເຕັກໂນໂລຊີໃຫຍ່, ໜຶ່ງໃນບັນດາຈຸດທີ່ເປັນໜ້າສົນໃຈທີ່ສຸດ ເຊິ່ງ DMA ນໍາມາໃຫ້ນັ້ນແມ່ນຄວາມສາມາດບົ່ມຊ້ອນໃນການຊຸກຍູ້ບັນດາບໍລິສັດເຕັກໂນໂລຊີທີ່ມີຂອບຂະໜາດກາງ ແລະ ນ້ອຍໃຫ້ພັດທະນາ; ນັກຊ່ຽວຊານ Christophe Carugati ທີ່ປຶກສາ Digital Competition ໃຫ້ຂໍ້ສັງເກດວ່າ; ບັນດາບໍລິສັດເຕັກໂນໂລຊີຂະໜາດນ້ອຍຢູ່ ເອີຣົບ ໄດ້ຮັບຜົນປະໂຫຍດທີ່ໃຫຍ່ຫຼວງ ຈາກ DMA ເມື່ອມີຕື່ມອີກຫຼາຍການຄັດເລືອກ ແລະ ສະຖານທີ່ພັດທະນາ ກວ່າ. ນີ້ຖືວ່າແມ່ນໜຶ່ງໃນບັນດາເປົ້າໝາຍຫຼັກເມື່ອ EU ສ້າງ DMA ຍ້ອນວ່າໃນຊຸມປີຜ່ານມາ ບັນດາບໍລິສັດເຕັກໂນໂລຊີ ເອີຣົບ ພວມເສຍປຽບຕໍ່ກໍາລັງດັນໃນການແກ່ງແຍ່ງຈາກບັນດາກຸ່ມບໍລິສັດເຕັກໂນໂລຊີຍິ່ງໃຫຍ່ຂອງ ອາເມຣິກາ ແລະ ຈີນ; ທ່ານ ນາງ Margrethe Vestager ຮອງປະທານ EC ໃຫ້ຮູ້ວ່າ:

“ DMA ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກຝ່າຍເຂົ້າຮ່ວມ ຕະຫຼາດດີຈີຕອນ ຍ້ອນວ່າ ທັດສະນະຂອງ DMA ແມ່ນ ຕະຫຼາດ ດີຈີຕອນ ຕ້ອງເປີດ, ເພື່ອມີການປ່ຽນແປງ ໃໝ່, ມີການແກ່ງແຍ່ງ ແລະ ມີ ຄວາມເສລີໃນການຄັດເລືອກໃຫ້ ແກ່ຜູ້ນໍາໃຊ້…”

ຕີລາຄາ DMA ແມ່ນຍຸດທະສາດຖືກຕ້ອງຂອງ       EU ແຕ່ ທ່ານ Sophie Dembinski ຜູ້ອໍານວຍການໂຄສະນາຢູ່ Ecosia ເຊິ່ງແມ່ນບໍລິສັດພັດທະນາເຄື່ອງມືຊອກຫາ ທາງອິນເຕີແນັດ ມີສໍານັກງານຕັ້ງຢູ່ ເຢຍລະມັນ ຖືວ່າຍັງບໍ່ມີເວລາຢ່າງພຽງພໍ ເພື່ອຈະໃຫ້ຂໍ້ສັງເກດວ່າ: ມີການປ່ຽນແປງທີ່ໃຫຍ່ ຫຼວງ ກ່ຽວກັບອັດຕາສ່ວນໃນຕະຫຼາດເຕັກນິກດີຈີຕອນ ຫຼື ບໍ່. ບັນດາກຸ່ມບໍລິສັດເຕັກໂນໂລຊີ ຖືກຄວບຄຸມໂດຍ DMA ພວມມີແຜນການກ່ຽວກັບນິຕິກໍາ ເພື່ອຄັດຄ້ານ EU. ຕາມ Apple ແລ້ວ, ເລື່ອງ EU ບັງຄັບກຸ່ມບໍລິສັດນີ້ ດໍາເນີນບັນດາການປ່ຽນແປງໃນລະບົບບັນຊາການເຄື່ອນໄຫວ iOS, ໂປຣແກຣມ Safari ຫຼື App Store ຈະເຮັດໃຫ້ຜູ້ນໍາໃຊ້ ແລະ ບັນດາຜູ້ພັດທະນາປະສົບກັບຄວາມສ່ຽງຫຼາຍກວ່າກ່ຽວກັບຄວາມໝັ້ນຄົງ ເມື່ອຝ່າຍທີ 3 ອາດຈະຕິດຕັ້ງບັນດາໂປຣແກຣມ ກໍ່ຜົນເສຍຫາຍເຂົ້າລະບົບຜ່ານ ນັ້ນເພີ່ມທະວີການກະທໍາຫຼອກລວງ, ແຊກແຊງເຂົ້າສິດສ່ວນຕົວຂອງຜູ້ນໍາໃຊ້…

ທັງໝົດນັ້ນຄືຜົນສະທ້ອນກົດໝາຍ DMA ຕໍ່ການພັດທະນາເຕັກໂນໂລຊີ ເຊິ່ງຍອມຮັບວ່າມັນມີດ້ານບວກ ແລະ ດ້ານລົບຕໍ່ຜູ້ຊົມໃຊ້ກໍຄືການພັດທະນາ.