ຕົວເລກເສດຖະກິດຈີນດີຂຶ້ນ ການຜະລິດການລົງທຶນດີກວ່າທີ່ຄາດ

55

ສຳນັກງານສະຖິຕິແຫ່ງຊາດຈີນລາຍງານໃນວັນທີ 18 ມີນາ ວ່າ: ຍອດການຄ້າຍ່ອຍໃນເດືອນມັງກອນຫາກຸມພາ ປີ2024 ປັບຕົວຂຶ້ນ5,5% ຊຶ່ງດີກວ່າທີ່ນັກວິເຄາະຄາດວ່າຈະເພີ່ມຂຶ້ນ5,2%ຂະນະທີ່ຍອດຄ້າຍ່ອຍທາງອອນລາຍພຸ່ງຂຶ້ນ14,4%ໃນເດືອນມັງກອນ-ກຸມພາ.

ຂະນະດຽວກັນການຜະລິດພາກອຸດສາຫະກຳໃນເດືອນມັງກອນຫາກຸມພາ ປັບຕົວຂຶ້ນ7%ຊຶ່ງເຂັ້ມແຂງກວ່າທີ່ນັກວິເຄາະຄາດວ່າຈະເພີ່ມຂຶ້ນ5%.

ສ່ວນຍອດການລົງທຶນໃນຊັບສິນຖາວອນໃນຊ່ວງເດືອນມັງກອນຫາກຸມພາ ປັບຕົວຂຶ້ນ4,2% ຊຶ່ງດີກວ່າທີ່ນັກວິເຄາະຄາດວ່າຈະເພີ່ມຂຶ້ນ3,2%.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຂໍ້ມູນເສດຖະກິດທີ່ເຂັ້ມແຂງເກີນຄາດນີ້ ຖືເປັນຫຼັກຖານທີ່ບົງຊີ້ວ່າເສດຖະກິດ ຈີນຊຶ່ງໃຫຍ່ເປັນອັນດັບ 2 ຂອງໂລກເລີ່ມກັບມາຟື້ນຕົວອີກຄັ້ງ ຫຼງຈາກລັດຖະບານຈີນປະກາດໃຊ້ມາດຕະການກະຕຸ້ນເສດຖະກິດໃນໄລຍະທ້າຍປີຜ່ານມາ.

ປີນີ້ລັດຖະບານຈີນຕັ້ງເປົ້າ ພັດທະນາເສດຖະກິດໃຫ້ຂະຫຍາຍຕົວ 5%,ຈຳນວນຜູ້ປະກອບອາຊີບໃນຕົວເມືອງເພີ່ມຂຶ້ນຫຼາຍກວ່າ 12 ລ້ານຄົນ.