ເມືອງສີໂຄດຕະບອງ ຮັບກຽດເປັນເຈົ້າພາບງານກີລາປະຈຳປີ ຄັ້ງທີ II ທົ່ວນະຄອນຫຼວງວຽງຈັນ

175

ການແຂ່ງຂັນກີລາປະຈຳປີ ຄັ້ງທີ II ທົ່ວນະຄອນຫຼວງວຽງຈັນ ໄດ້ເປີດສາກຂຶ້ນຢ່າງເປັນທາງການ ໂດຍເມືອງສີໂຄດຕະບອງ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 16-22 ມີນາ 2024 ທີ່ສະໜາມກີລາວິທະຍາໄລພະລະສຶກສາ ເຂດບ້ານທົ່ງປົ່ງ.

ພິທີເປີດການແຂ່ງຂັນຢ່າງເປັນທາງການຈັດຂຶ້ນໃນວັນທີ 16 ມີນາ 2024 ໃຫ້ກຽດເຂົ້າຮ່ວມລັ່ນຄ້ອງເປັນສີຣິມຸງຄຸນ 9 ບາດ ໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ປອ. ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ມີບັນດາຫົວຣ້າ-ຮອງຫົວໜ້າກົມ, ພະແນກ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກອງບັນຊາການທະຫານ ແລະ ຕຳຫຼວດ ຕະຫຼອດຮອດພະນັກງານ ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ພິເສດການຍ່າງຂະບວນສວນສະໜາມ, ລາຍງານກະກຽມການຈັດແຂ່ງຂັນ, ກ່າວເປີດພິທີ ແລະ ມີການສະແດງລາຍການຟ້ອນ ແລະ ຮ້ອງເພງ ຈາກໂຮງຮຽນ ມສ ຮຸ່ງເຮືອງ, ມສ ນິຕ້າ ແລະ ມສ ໜອງໜ້ຽວ ອີກດ້ວຍ.

ສໍາລັບ ການແຂ່ງຂັນງານດັ່ງກ່າວ ມີການຊີງໄຊທັງໝົດ 5 ປະເພດກີລາຄື: ບານເຕະ ຍິງ-ຊາຍ, ແລ່ນ-ລານ ຍິງ-ຊາຍ, ບານສົ່ງ ຍິງ-ຊາຍ, ກະຕໍ້ ຍິງ-ຊາຍ ແລະ ເປຕັງ ຍິງ-ຊາຍ ມີນັກກີລາເຂົ້!ຮ່ວມ 1.189 ຄົນ, ກຳມະການຕັດສິນ 72 ຄົນ ແລະ ມີການຊີງໄຊເອົາຫຼຽນທັງໝົດ 315 ຫຼຽນ, ໃນນັ້ນ ຫຼຽນຄຳ 105 ຫຼຽນ, ຫຼຽນເງິນ 105 ຫຼຽນ ແລະ ຫຼຽນທອງ 105 ຫຼຽນ.