ເອັນແອນເອັນ ເອັຟຊີ ຄວ້າແຊັສະໄໝທີ 3 ເຕະບານ ມິດຕະພາບ ສອງຊາດ ລາວ-ໄທ 2024

124

ສະໂມສອນ ເອັນແອນເອັນ ເອັຟຊີ ນຳທີມໂດຍ ທ່ານ ບຸນມີ ໄຊຍະວົງ ປະທານສະໂມສອນ ຄອງຄວາມຍິ່ງໃຫຍ່ ໃນການແຂ່ງຂັນບານເຕະ ຮຸ່ນອາຍຸ 40 ປີຂຶ້ນໄປ ຊີງຂັນລາຍການ ມິດຕະພາບ ລາວ-ໄທ ຫຼ້າສຸດສາມາດຄວ້າແຊັມສະໄໝທີ 3 ຫຼັງເອົາຊະນະ ສະໂມສອນ ສີສົມບັດ ຣາຊາລູກຊີ້ນ+ພີທີ ໂອໂຕ 6-1.

ການແຂ່ງຂັນເຕະບານ 7 ຮັບ 1 ລາຍການ ພິເສດ ມິດຕະພາບ ລາວ-ໄທ 2024 ຈັດຂຶ້ນ ເມື່ອວັນທີ 16 ມີນາ ຜ່ານມາ ທີ່ສະໜາມກີລາບານເຕະຫຍ້າທຽມ ລ້ານຊ້າງ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ລາຍການນີ້ ມີທີມຈາກ ລາວ 4 ທີມ ແລະ ໄທ 2 ທີມ ແບ່ງອອກເປັນ 2 ກຸ່ມ ແຕ່ລະກຸ່ມ ແຂ່ງຂັນພົບກັນໝົດ ຄັດເລືອກເອົາທີມຊະນະ ຜ່ານເຂົ້າໄປຫຼິ້ນໃນລາຍການດິວິຊັ່ນ 1 ແລະ ທີມເສຍ ລົງໄປແຂ່ງຂັນ ລາຍການ ດິວິຊັ່ນ 2.

ຜ່ານການແຂ່ງຂັນ ລາຍການ ດິວິຊັ່ນ 1 ຜົນປະກົດວ່າ:
– ຊະນະເລີດ ຕົກເປັນຂອງ ສະໂມສອນ ເອັນແອນເອັນ ເອັຟຊີ
– ອັນດັບທີ 2 ສະໂມສອນ ສີສົມບັດ ຣາຊາລູກຊີ້ນ+ພີທີ ໂອໂຕ
– ອັນດັບທີ 3 ສະໂມສອນ ແຈມໃສນຳກັນ ຈາກໄທ

ລາຍການ ດິວິຊັ່ນ 2
– ຊະນະເລີດ ຕົກເປັນຂອງ ສະໂມສອນ ໜອງໄຮ ເອັຟຊີ
– ອັນດັບທີ 2 ສະໂມສອນ ພະເຄື່ອງນະຄອນເພັນ ອຸດອນທານີ ຈາກໄທ
– ອັນດັບທີ 3 ສະໂມສອນ ສາມັກຄີມີໄຊ
ຂະນະທີ່ ລາງວັນ ດາວຍິງສູງສຸດ ເປັນຂອງ ທ່ານ ບຸນມີ ໄຊຍະວົງ ປະທານສະໂມສອນ ເອັນແອນເອັນ ເອັຟຊີ ລົງສະໜາມ 3 ນັດ ຍິງໄປຄົນດຽວ 3 ປະຕູ.