ຈັດງານວາງສະແດງສິນຄ້າ ລາວ – ອີຕາລີ

98

ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບໍລິສັດ ໂປຣເມທິວ ອີຕາລີ (Prometeo Company) ໄດ້ຈັດງານວາງສະແດງສິນຄ້າລາວ – ອີຕາລີ ເອັກສໂປ (Italian EXPO Laos) ຄັ້ງທີ 2 ຂຶ້ນໃນວັນທີ 14 ມີນາ 2024 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ.


ທ່ານ ວິທູນ ສິດທິມໍລະດາ ກ່າວວ່າ: ການຈັດງານໃນຄັ້ງນີ້ກໍເພື່ອເປັນການຮັບຕ້ອນປີທ່ອງທ່ຽວລາວ ແລະ ເນື່ອງໃນໂອກາດການເປັນປະທານອາຊຽນ ປີ 2024 ທັງເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດ ຈາກປະເທດອີຕາລີທີ່ມີທ່າແຮງໃນຂະແໜງກະສິກຳ, ເທັກໂນໂລຊີ ແລະ ເຄື່ອງກົນຈັກທີ່ໃຊ້ໃນການຜະລິດສິນຄ້າໃນຫລາຍຂົງເຂດ ໃຫ້ຂະຫຍາຍທຸລະກິດເຂົ້າສູ່ຕະຫລາດ ສປປ ລາວ; ພ້ອມທັງໂຄສະນາ ແລະ ນຳສະເໜີ ທ່າແຮງຂອງສິນຄ້າລາວ, ການບໍລິການ, ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນຂອງລາວ ໃຫ້ກັບພາກສ່ວນຕ່າງໆຂອງອີຕາລີ ໂດຍສະເພາະນັກລົງທຶນອີຕາລີ ກໍຄືເອີຣົບ ໃຫ້ຮູ້ຈັກໃນວົງກວ້າງຂຶ້ນ.


ທີ່ສຳຄັນກໍເພື່ອດຶງດູດໃຫ້ນັກທ່ອງທ່ຽວຈາກຂົງເຂດດັ່ງກ່າວ ເຂົ້າມາທ່ຽວປະເທດລາວໃຫ້ຫລາຍຂຶ້ນ; ພ້ອມດຽວກັນນີ້ ຍັງເປັນການສ້າງສາຍພົວພັນທາງດ້ານການຄ້າແລະ ການລົງທຶນ ລະຫວ່າງຫົວໜ່ວຍທຸລະກິດອີຕາລີ ແລະ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ທັງເປັນການສ້າງໂອກາດໃຫ້ມີການຈັບຄູ່ທຸລະກິດ ລະຫວ່າງທຸລະກິດ ລາວ ແລະ ອີຕາລີ ໃຫ້ເພີ່ມຂຶ້ນເທື່ອລະກ້າວ.
ງານວາງສະແດງສິນຄ້າຄັ້ງນີ້ ມີນັກທຸລະກິດເຂົ້າຮ່ວມທັງໝົດ 100 ຫ້ອງ ຊຶ່ງມາຈາກປະເທດອີຕາລີ 50 ບໍລິສັດ ມາວາງສະແດງສິນຄ້າ 80 ຫ້ອງ ແລະ ຫົວໜ່ວຍທຸລະກິດຈາກ ສປປ ລາວ 20 ຫ້ອງ.


ສິນຄ້າທີ່ນໍາມາວາງສະແດງ ແລະ ຈຳໜ່າຍ ມີຫຼາກຫຼາຍປະເພດເຊັ່ນ: ເຄື່ອງເຟີນິເຈີ, ອາຫານແປຮູບເຫລົ້າວາຍ, ເຄື່ອງເຊລະມິກ, ເຄື່ອງໃຊ້ໃນຫ້ອງນໍ້າ, ເຄື່ອງເຮັດຄວາມສະອາດ, ວັດສະດຸກໍ່ສ້າງ, ເຄື່ອງຫັດຖະກຳລາວ, ເຄື່ອງເງິນ, ຢາພື້ນເມືອງລາວ, ຫັດຖະກຳຈັກສານ, ເຊື່ອນອນ ແລະ ອື່ນໆ. ນອກນັ້ນ, ກໍຍັງມີການສະແດງສິລະປະພື້ນເມືອງລາວ, ກອງປະຊຸມພົບປະທຸລະກິດ ລາວ-ອີຕາລີ.

ເຂົ້າຮ່ວມເປັນປະທານຕັດແຖບຜ້າໂດຍ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະຫັດຖະກຳ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ລາວ, ທ່ານ Oliviero Rusconi ຫົວໜ້າກົງສຸນກິດຕິມະສັກ ອີຕາລີ ປະຈຳລາວ, ທ່ານ Gluseppe Pedata ປະທານເທັກໂນໂລຊີ ອຸດສາຫະກໍາ, ພະລັງງານ ແລະ ສິ່ງແວດລ້ອມ, ທ່ານ Paolo Bridi ປະທານບໍລິສັດ ໂປຣເມທິວ; ພ້ອມດ້ວຍຮອງຫົວໜ້າຫ້ອງການ, ບັນດາຮອງຫົວໜ້າກົມ, ຄະນະພະແນກ, ວິຊາການ, ພະນັກງານພາກລັດ ແລະ ຫົວໜ່ວຍທຸລະກິດພາຍໃນ ແລະ ປະເທດ ອີຕາລີ ເຂົ້າຮ່ວມ.

ງານເລີ່ມແຕ່ວັນທີ 14 ຫາ 16 ມີນາ 2024 ດຳເນີນເປັນເວລາ 3 ວັນ.