5 ຂັ້ນຕອນ ການບໍລິຫານຄົນໃຫ້ມີປະສິດທິພາບ

1921

ໃນຊີວິດການງານ ຫາກເຖິງວັນທີ່ມີໂອກາດໄດ້ກ້າວຂຶ້ນໄປເປັນຜູ້ບໍລິຫານ ຫຼື ຫົວໜ້າ ທັກສະສໍາຄັນທີ່ຄວນຕ້ອງມີ ນອກຈາກການເຮັດໜ້າທີ່ຂອງຕົວເອງໃຫ້ດີທີ່ສຸດແລ້ວ ນັ້ນຄືການບໍລິຫານຄົນ ເພາະເຈົ້າມີລູກນ້ອງທີ່ຕ້ອງເບິ່ງແຍງ, ຮັບຜິດຊອບ. ທັງນີ້ ກໍເພື່ອໃຫ້ລະບົບການເຮັດວຽກຂອງບໍລິສັດ ຫຼື ອົງກອນນັ້ນໆເປັນໄປຢ່າງໄຫຼລື່ນ ແຕ່ເນື່ອງຈາກຄວາມແຕກຕ່າງຂອງຕົວບຸກຄົນ ບາງຄັ້ງຈຶ່ງພົບວ່າມັນເປັນເລື່ອງທີ່ຍາກຢູ່.

ວັນນີ້ພວກເຮົາໄດ້ນໍາເອົາເຄັດລັບການບໍລິຫານຄົນໃຫ້ໄດ້ຜົນມາແນະນໍາໃຫ້ຮູ້ກັນດັ່ງນີ້:

อาจเป็นรูปภาพของ 3 คน

  1. ສື່ສານກັນໃຫ້ຊັດເຈນ

ການສື່ສານນັບເປັນເລື່ອງທີ່ມີຄວາມສໍາຄັນຫຼາຍທີ່ສຸດເລື່ອງໜຶ່ງເລີຍ ໃນການບໍລິຫານຄົນ ເພາະຫຼາຍຄັ້ງທີ່ຫົວໜ້າ ແລະ ລູກນ້ອງສື່ສານກັນບໍ່ເຂົ້າໃຈ ສົ່ງຜົນໃຫ້ເຮັດວຽກຜິດພາດ ຫຼື ຊໍ້າຊ້ອນ ໂດຍບໍ່ຈໍາເປັນ ຈົນຕ້ອງເສຍເວລາມານັ່ງແກ້ໄຂກັນໃນພາຍຫຼັງ.

  1. ຢ່າເຈົ້າກີ້ເຈົ້າການຫຼາຍເກີນໄປ

ບໍ່ຕ້ອງເຮັດໜ້າທີ່ເໝືອນເປັນຜູ້ຄຸມທີ່ຄອຍສັ່ງສອນຄົນນັ້ນຄົນນີ້ ເຮັດໃຫ້ຢ່າງທີ່ໃຈຕົວເອງຕ້ອງການ ພຽງແຕ່ມອບໝາຍ ແລະ ຄອຍດູແລແບບຫ່າງໆກໍພໍ ເພາະການໄປຈໍ້າຈີ້ຫຼາຍເກີນໄປ ອາດເຮັດໃຫ້ພະນັກງານເກີດຄວາມຕຶງຄຽດ, ກົດດັນ ແລະ ຮູ້ສຶກອຶດອັດ ເມື່ອຕ້ອງມາເຮັດວຽກ ໂດຍປ່ອຍໃຫ້ພວກເຂົາໄດ້ເຮັດຕາມໜ້າທີ່ຂອງຕົວເອງໄປຈະດີກວ່າ.

  1. ຮັບຟັງຄວາມເຫັນຂອງພະນັກງານ

ເມື່ອໃດກໍຕາມທີ່ພະນັກງານຂອງເຈົ້າຢາກສະແດງ ຄວາມຄິດເຫັນ ຫຼື ເຂົ້າມາຂໍຄໍາປຶກສາ ຈົ່ງເປີດໃຈຮັບຟັງ ລວມທັງເປີດໂອກາດໃຫ້ເຂົ້າໄດ້ສົນທະນາກັນຢ່າງເຕັມທີ່ ຢ່າເຮັດເປັນບໍ່ສົນໃຈ, ເມີນເສີຍ ຫຼື ເບິ່ງວ່າມັນເປັນສິ່ງນ້ອຍໆ ເພາະຢ່າງໃດແລ້ວລາວກໍເປັນຄົນຂອງເຈົ້າ ຜູ້ຄອຍຊ່ວຍເຫຼືອ ແລະ ເຮັດໃຫ້ວຽກເດີນໜ້າຕໍ່ໄປໄດ້. ສະນັ້ນ, ໃຫ້ຮັບຟັງລາວເໝືອນດັ່ງທີ່ລາວຕອບຮັບຟັງເຈົ້າສະເໝີ.

  1. ກ່າວຍ້ອງຍໍ

ທຸກໆຄັ້ງທີ່ພະນັກງານຂອງເຈົ້າສ້າງຜົນງານອອກມາດີ ໃຫ້ກ່າວຍ້ອງຍໍຊົມເຊີຍ ເພື່ອສ້າງກໍາລັງໃຈໃນການເຮັດວຽກໃຫ້ກັບລາວ ແລະ ທີ່ສໍາຄັນຍັງເຮັດໃຫ້ພະນັກງານຮູ້ສຶກວ່າ ທີ່ທຸ່ມເທທັງກາຍ ແລະ ໃຈໄປກັບງານນັ້ນ ບໍ່ເສຍໄປລ້າໆ ເພາະຢ່າງໜ້ອຍເຈົ້າກໍເຫັນຄວາມສໍາຄັນໃນຕົວຂອງລາວຢູ່.

  1. ຢ່າດ່ວນຕັດສິນ

ໃນບາງຄັ້ງທີ່ພະນັກງານຂອງເຈົ້າເກີດເຮັດໃນສິ່ງທີ່ນອກເໜືອ ຫຼື ແຕກຕ່າງຈາກທີ່ເຈົ້າມອບໝາຍໄປ ຢ່າຟ້າວຕັດສິນວ່າລາວບໍ່ຟັງຄໍາສັ່ງ ໃຫ້ລອງຖາມເຫດຜົນກ່ອນວ່າເປັນຫຍັງຈຶ່ງເຮັດແບບນັ້ນ ແລ້ວລອງພິຈາລະນາໃນມູມກັບກັນ ຖ້າຫາກຕົວເຈົ້າຕົກຢູ່ໃນສະຖານະການດຽວກັບລາວ ເຈົ້າຈະເຮັດແນວໃດ ບາງເທື່ອກໍອາດເໝືອນກັນກໍໄດ້ ເຊິ່ງວ່າຜົນການເຮັດວຽກຂອງພະນັກງານເຈົ້າ. ຫາກມັນບໍ່ໄດ້ກໍ່ໃຫ້ເກີດຄວາມເສຍຫາຍຫຍັງຫຼາຍ ກໍຢ່າຖືເປັນເລື່ອງໃຫຍ່ ແລະ ສະແດງ ຄວາມເຫັນໃຈ ເພື່ອໃຫ້ລາວມີກໍາລັງໃຈຈະເຮັດວຽກອັນນັ້ນຕໍ່ໄປໃຫ້ດີຂຶ້ນ.