ລາວຟຸດຊໍ ລີກ ອາທິດນີ້ວັດຄົມກັນ 6 ຄູ່, 4 ທີມລຸ້ນຊະນະ 3 ນັດລວດ

79

ການແຂ່ງຂັນກີລາຟຸດຊໍລາຍການ ລາວຟຸດຊໍ ລີກ 2024 ອາທິດທີ 3 ລະຫວ່າງວັນທີ 16-17 ມີນາ 2024 ວັດກັນເຕັມ 6 ຄູ່ ທີ່ສະໜາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ ໂດຍ 4 ທີມມີລຸ້ນຊະນະ 3 ນັດລວດ ໂດຍຕາຕະແຂ່ງຂັນມີການປະກາດອອກມາເປັນທີ່ຮຽບຮ້ອຍຄື:

+ ວັນເສົາ 16 ມີນາ 2024
– ເວລາ 14:00 ຊີທີເອ ພາວເວີ້ ພົບ ຈັນສີ
– ເວລາ 16:00 ເບສະຫວັນ ພົບ ອາສາ ພາວເວີ
– ເວລາ 18:00 ເຄເອັມທີ ພົບ ນະຄອນຫຼວງ
+ວັນອາທິດ 17 ມີນາ 2024
– ເວລາ 14:00 ເອັສທີທີ ພົບ ວີເຊີນ
– ເວລາ 16:00 ເຫນືອ-ໃຕ້ ພົບ ລະຊະຕະ
– ເວລາ 18:00 ຊີໄອທີ ພົບ ມາສະດາ ຈີບີ

ປັດຈຸບັນ ເບສະວັນ ເອັຟຊີ, ເອັສທີທີ ເອັຟຊີ, ວີເຊີນ ແລະ ເໜືອ-ໃຕ້ ເອັຟຊີ ແມ່ນຊະນະ 2 ນັດລວດມີ 6 ຄະແນນເທົ່າກັນ ມາລຸ້ນເບິ່ງວ່າອາທິດນີ້ທີມໃດຈະສາມາດຊະນະໄດ້ນັດທີ 3 ຕິດຕໍ່ກັນ, ສ່ວນທີມທີ່ມີ 3 ຄະແນນປະກອບມີ ນະຄອນຫຼວງ, ເຄເອັມທີ ເອັຟຊີ, ລະຊະຕະ ແລະ ຊີໄອທີ ເອັຟຊີ. ຂະນະທີ່ ທີມຍັງບໍ່ມີຈັກຄະແນນປະກອບມິີ ຈັນສີ ເອັຟຊີ, ມາສດ້າ, ອາຊາ, ອາສາ ພາວເວີ ແລະ ຊີທີເອ ພາວເວີ້.

ສໍາລັບ ການແຂ່ງຂັນກຳນົດເອົາ 12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ: ເບ ສະຫວັນ ( ແຊັມເກົ່າ ), ລະຊະຕະ, ມາສະດາ ຈີບີ, ເຫນືອ – ໃຕ້, ຊີທີເອ ພາວເວີ້, ນະຄອນຫຼວງ, ວີເຊີນ, ອາສາ ພາວເວີ້, ເຄເອັມທີ, ເອັສທີທີ, ຈັນສີ ແລະ ຊີໄອທີ.

ຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ, ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນ ຮອບ Play-off ນັດດຽວ ເພື່ອຄັດເອົາສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນໃນ ຮອບ 4 ທີມ.
ຂ່າວ: Larh Creators; ຮູບຈາກ: ສຕລ