RNS ສະໂມສອນບານເຕະເຍົາວະຊົນລາວ ອີກໜຶ່ງແຮງພັດທະນານັກເຕະຮຸ່ນສືບທອດ

103

ສະໂມສອນບານເຕະ ອາເອັນເອັສ ອາຄາເດມີ ( RNS Academy Football Cup ) ໄດ້ເປີດຕົວສະໂມສອນ ແລະ ຫ້ອງການຢ່າງເປັນທາງການ ເມື່ອວັນທີ 13 ມີນາ 2024 ເພື່ອເປັນອີກໜຶ່ງແຮງໃນການພັດທະນາບານເຕະຮຸ່ນສືບທອດ, ໃຫ້ນ້ອງໆໄດ້ມີເວທີຝຶກຊ້ອມ ແລະ ແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ.

ພິທີເປີດສະໂມສອນບານເຕະ ອາເອັນເອັສ ອາຄາເດມີ ຈັດຂຶ້ນວັນທີ 13 ມີນາ 2024 ຢູ່ຫ້ອງການສະໂມສອນດັ່ງກ່າວ ຕັ້ງຢູ່ບ້ານໜອງດ້ວງເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ຄອນສະ ຫວັນ ສິດທິໄທ ຮອງປະທານສະຫະພັນບານເຕະ ນະຄອນຫຼວສງວງຽງຈັນ ແລະ ທ່ານ ກາລຸນາ ສຸວັນນະເມທີ ປະທານສະໂມສອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນ້ອງນັກກິລາ ເຂົ້າຮ່ວມ.

ທ່ານ ກາລຸນາ ສຸວັນນະເມທີ ປະທານສະໂມສອນ ອາເອັນເອັສ ອາຄາເດມີ ກ່າວໃນພິທີວ່າ: ແຮງພັກດັນໃນການຕັ້ງສະໂມສອນນີ້ຂຶ້ນມາ ຍ້ອນຄວາມມັກຮັກໃນກີລາບານເຕະຕັ້ງແຕ່ຍັງນ້ອຍຈົນມາຮອດປັດຈຸບັນ, ບວກກັບ ຕົນເອງມີຄວາມມັກຮັກເດັກນ້ອຍພິເສດ ກໍຄື ເດັກນ້ອຍທີ່ມີຄວາມມັກຮັກໃນກິລາບານເຕະ, ຜູ້ທີ່ຕັ້ງໃຈ ແລະ ໄຝ່ຝັນຢາກພັດທະນາຕົວເອງໃນດ້ານກິລາດັ່ງກ່າວ ຈຶ່ງຕ້ອງການຊຸກຍູ້ເຂົາເຈົ້າບັນລຸຕາມຄວາມຝັນ ໂດຍມີຄູຝຶກ ທີ່ເປັນມືອາຊີບພ້ອມມອບຄວາມຮູ້ໃຫ້.

ສໍາລັບ ແຜນການເຄື່ອນໄຫວຂອງສະໂມສອນໃນປີ 2024 ແມ່ນເປິດຮັບສະໝັກນັກກກີລາ ອາຍຸ 8 ປີ – 16 ປີ ແລະ ຄັດເລືອກນັກກິລາທີ່ມີພອນສະຫັວນ ຮຸ່ນອາຍຸບໍ່ເກີນ 10 ແລະ 12 ປີ ( U10 ແລະ U12) ເພື່ອກຽມໄປແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຈັດແຂ່ງຂັນທົດສອບ ຄັດໂຕນັກກິລາກ່ອນໄປແຂ່ງຂັນ 1-2 ຄັ້ງ ເຂົ້າຮ່ວມຊີງຂັນພາຍໃນ 2-3 ລາຍການ ຕາມຄວາມເໝາະສົມ ເຂົ້າຮ່ວມຊີງຂັນ KELME CUP 2024 ໃນເດືອນເມສ 2024 ຢູ່ ສປປ ລາວ ໄປແຂ່ງຂັນ

ສ່ວນລາຍການແຂ່ງຂັນບານເຕະຕ່າງປະເທດແມ່ນເປັນຕົວແທນຂອງ ສະຫະພັນບານເຕະນະຄົນຫຼວງວຽງຈັນ ກໍຄືຕົວແທນຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນຫຼາຍໆລາຍການໃນປີນີ້ເປັນຕົ້ນແມ່ນ:
-ໄປປ່ຽນບົດຮຽນຢູ່ປະເທດຣັດເຊຍ ໃນເດືອນພຶດສະພາ-ມິຖຸນາ 2024.
-ໄປແຂ່ງຂັນລາຍການທີ່ ສ.ເກົາຫຼີ ເດືອນກໍລະກົດ 2024
-ໄປແຂ່ງຂັນລາຍການ PEACE CUP 2024 ໃນເດືອນ ສິງຫາ 2024 ຢູ່ ສປ ຈີນ.
-ໄປຮ່ວມແຂ່ງຂັນລາຍການ TAR ASIA QUALIFIERS ໃນເດືອນທັນວາ 2024 ຢູ່ທີ່ບາງກອກ ປະເທດໄທ ເພື່ອຄັດເລືອກໂຕແທນຈາກອາຊີ ໄປແຂ່ງຂັນຮອບສຸດທ້າຍຢູ່ ເມືອງບາເຊໂລນາ ປະເທດແອັດສະປາຍ
-ໄປແຂ່ງຂັນມິດຕະພາບ-ແລກປ່ຽນບົດຮຽນຢູ່ສະຫະລັດອາເມຣິກາ ແລະ ປະເທດອື່ນໆ ຕາມການຮັບເຊີນເຂົ້າຮ່ວມ.