ວາງແຜນວຽກງານການສົ່ງເສີມສະຫວັດດີພາບຂອງເດັກ

7

ໃນວັນທີ 12 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ ໃນນາມຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນີເຊັບ ໄດ້ຈັດກອງປະຊຸມ ເພື່ອລິເລີ່ມຂະບວນການປະເມີນ ຄວາມຄືບໜ້າໃນວຽກງານສົ່ງເສີມສິດທິເດັກ ແລະ ວາງແຜນຍຸດທະສາດວຽກງານດັ່ງກ່າວສຳລັບອະນາຄົດ ເພື່ອຮັບມືກັບສິ່ງທ້າທາຍທີ່ເດັກນ້ອຍພວມປະເຊີນຢູ່.

ຮ່ວມເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ເພຍ ເຣເບລໂບ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊັບ ປະຈຳ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລິເລີ່ມຂະບວນການທົບທວນກາງສະໄໝຂອງແຜນງານການຮ່ວມມືລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ໃນປີ 2022 – 2026 ເປັນຂີດໝາຍຈຸດເລີ່ມຕົ້ນຂອງຂະບວນການທົບທວນວຽກງານສົ່ງເສີມສິດທິເດັກລະຫວ່າງທັງສອງພາກສ່ວນ ເຊິ່ງໄດ້ຖືກຈັດຂຶ້ນພາຍໃຕ້ສະພາບການປ່ຽນແປງ ແລະ ວິກິດການລະດັບໂລກໃນຫຼາຍໆດ້ານ.


ກອງປະຊຸມດັ່ງກ່າວເປັນການທົບທວນຄືນເຖິງຜົນສໍາເລັດໃນວຽກງານສິດທິເດັກໃນປີທີ່ຜ່ານມາ ໂດຍການນໍາໃຊ້ຂໍ້ມູນຈາກການສຳຫຼຼວດດັດສະນີໝາຍສັງຄົົມລາວ ຄັ້ງທີ III ( LSIS-III ) ແລະ ຜົນຈາກການສຳຫຼວດອື່ນໆ ເພື່ອຊ່ວຍຊີ້ນໍາທິດທາງນະໂຍບາຍໃໝ່ໆ ແລະ ແກ້ໄຂສິ່ງທ້າທາຍຕ່າງໆໃນອະນາຄົດ.
ກອງປະຊຸມນີ້ ຍັງໄດ້ຍົກໃຫ້ເຫັນເຖິງຄວາມຄືບໜ້າໃນວຽກງານຕ່າງໆທີ່ສຳຄັນຕໍ່ການສົ່ງເສີມສະຫວັດດີພາບຂອງເດັກ ລວມເຖິງສຸຂະພາບ, ໂພຊະນາການ, ການສຶກສາ ແລະ ການປົກປ້ອງ ແລະ ຜົນສຳເລັດຂອງການຮ່ວມມືລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ນັບແຕ່ການລິເລີ່ມດຳເນີນແຜນງານການຮ່ວມມືນີ້ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19.

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກໍໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງລັດຖະບານ ແຫ່ງ ສປປ ລາວ ໃນການປັບການປະຕິບັດວຽກງານສິດທິເດັກໃຫ້ເຂົ້າກັບສະພາບການປ່ຽນແປງຕ່າງໆຢ່າງເໝາະສົມ. ໃນຂະນະທີ່ພວກເຮົາຮັບມືກັບຜົນຈາກວິກິດການລະດັບໂລກໃນຫຼາຍໆດ້ານ, ພວກເຮົາຍັງຄົງມີຄວາມມຸ່ງໝັ້ນໃນການສ້າງຂອບວຽກງານທີ່ມີຄວາມທົນທານ ແລະ ສາມາດປົກປ້ອງສະຫວັດດີການຂອງເດັກ ຄຽງຂ້າງກັບການສະໜັບສະໜູນການພັດທະນາຊັບພະຍາກອນມະນຸດຂອງປະເທດຊາດ. ຂໍ້ມູນຈາກ LSIS-III ນັ້ນແມ່ນມີຄວາມສຳຄັນຫຼາຍ ແລະ ຈະຊ່ວຍໃນການປັບປຸງນະໂຍບາຍ ແລະ ການສະໜອງບໍລິການຕ່າງໆໃຫ້ໄດ້ປະສິດທິຜົນຫຼາຍຂຶ້ນ.


ທ່ານ ນາງ ເພຍ ເຣເບລໂບ ບຣິດໂຕ ໄດ້ຢ້ຳຄືນເຖິງຄວາມມຸ່ງໝັ້ນຂອງອົງການຢູນິເຊັບ ໃນການສະໜັບສະໜູນການພັດທະນາແບບມີສ່ວນຮ່ວມຂອງ ສປປ ລາວ ” ສິ່ງທ້າທາຍທີ່ພວກເຮົາປະເຊີນໃນທຸກມື້ ນີ້, ຈາກສິ່ງທ້າທາຍດ້ານເສດຖະກິດ ຈົນໄປເຖິງສິ່ງແວດລ້ອມ ແມ່ນຕ້ອງການວິທີແກ້ໄຂທີ່ມີນະວັດຕະກຳ ແລະ ການຈັດຕັ້ງປະຕິບັດຮ່ວມມືລະຫວ່າງທຸກພາກສ່ວນ.