ເງິນເຟີ້ເດືອນກຸມພາ ສະຫະລັດເພີ່ມຂຶ້ນ 3,2%

999

ດັດສະນີຜູ້ບໍລິໂພກ ຂອງສະຫະລັດອາເມຣິກາ ເພີ່ມຂຶ້ນ3,2% ໃນເດືອນກຸມພາ ເມື່ອທຽບລາຍປີ ເຊິ່ງສູງກວ່າທີ່ນັກວິເຄາະຄາດການເລັກໜ້ອຍ. ຂະນະທີ່ຕະຫຼາດຮຸ້ນລ່ວງໜ້າບວກຂານຮັບ ເພາະດັດສະນີເງິນເຟີ້ສ່ວນໃຫຍ່ເປັນໄປຕາມຄາດ.

ກະຊວງແຮງງານສະຫະລັດອາເມຣິກາ ເປີດເຜີຍດັດສະນີລາຄາຜູ້ບໍລິໂພກ ຫລື  CPI ເຊິ່ງເປັນມາດຖານວັດແທກອັດຕາເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກ ປະຈຳເດືອນກຸມພາ ໃນວັນທີ 12 ມີນາໃຫ້ຮູ້ວ່າ: ດັດສະນີ CPIທົ່ວໄປ ເຊິ່ງລວມໝວດອາຫານ ແລະພະລັງງານເພີ່ມຂຶ້ນ 3,2%ໃນເດືອນກຸມພາ ເມື່ອທຽບເປັນລາຍປີ ສູງກວ່າຕົວເລກນັກວິເຄາະທີ່ລະດັບ3,1%ຈາກລະດັບ3,1%ໃນເດືອນມັງກອນ.

อาจเป็นรูปภาพของ 6 คน, รถเข็นช้อปปิ้ง, แผงขายหนังสือพิมพ์ และ ข้อความ

ເມື່ອທຽບລາຍເດືອນ ດັດສະນີ CPIທົ່ວໄປ ປັບຕົວເພີ່ມຂຶ້ນ0,4%ໃນເດືອນກຸມພາ  ຈາກສະດັບ0,3%ໃນເດືອນມັງກອນ ສອດຄ່ອງກັບຕົວເລກຂອງນັກວິເຄາະ.

ບັນດານັກວິເຄາະຄາດການວ່າ ທະນາຄານກາງສະຫະລັດ ຫຼື ເຟດ ຈະໃຫ້ຄວາມສຳຄັນກັບເງິນເຟີ້ທີ່ແທ້ຈິງເພື່ອໃຊ້ໃນການຕັດສິນໃຈຊ່ວງເວລາທີ່ເໝາະສົມທີ່ສຸດໃນການເລີ່ມຫຼຸດອັດຕາດອກເບ້ຍນະໂຍບາຍ.