ຄັ້ງທໍາອິດໃນລາວຈັດຝຶກອົບຮົມ ກໍາມະການຕັດສິນ ຮຸ່ນສືບທອດ

95

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດພິທີເປີດຝຶກອົບຮົມກໍາມະການຕັດສິນ ຮຸ່ນສືບທອດ ( LFF Referee Academy ) ເປັນຄັ້ງທຳອິດຂື້ນເມື່ອວັນທີ 12 ມີນາ 2024 ຢູ່ທີ່ຫ້ອງປະຊຸມຂອງ ສຕລ ໂດຍງານດັ່ງກ່າວຈະດໍາເນີນໄປເຖິງວັນທີ 16 ມີນາ 2024.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ, ຫົວໜ້າອະນຸກໍາມະການຕັດສິນ ສຕລ, ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB) ຫົວໜ້າອະນຸກຳມະການພັດທະນາກໍາມະການຕັດສິນສະຫະພັນບານເຕະນາໆຊາດ (FIFA) ແລະ Subkhiddin BIN MOHD SALLEH ຄູຝຶກ FIFA (FIFA Instructror), ທ່ານ Ganesan S/O Maniam ຄູຝຶກພາລະກໍາລັງ FIFA (FIFA Fitness Instructrur ) ແລະ ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ ພ້ອມດວ້ຍວິຊາການກໍາມະການຕັດສິນ ສຕລ ແລະ ນັກສຳມະນາກອນທັງໝົດ 25 ທ່ານ ເປັນຍິງ 4 ທ່ານ.

ໃນພິທີດັ່ງກ່າວ ທ່ານ ໄຊປະເສີດ ພົງສະນິດ ຫົວໜ້າພະແນກກໍາມະການຕັດສິນ ສຕລ ກ່າວວ່າ: ອີງໃສ່ແຜນຍຸດທະສາດພັດທະນາກໍາມະການຕັດສິນ ໂຄງການ LFF Referee Academy ແມ່ນເພື່ອພັດທະນາ ແລະຍົກລະດັບກໍາມະການຕັດສິນຂອງ ສຕລ ໃຫ້ກ້າວໄປສູ່ລະດັບສາກົນ, ເພື່ອພັດທະນາກໍາມະການຕັດສິນຮຸ່ນສືບທອດໃຫ້ໄດ້ປະສິດທິພາບ ແລະປະສິດທິຜົນຢ່າງເປັນລະບົບຕໍ່ເນື່ອງກ້າວໄປສູ່ລະດັບມາດຖານຂອງ AFC ແລະ FIFA.ຊຶ່ງໂຄງການຈະໃຊ້ເວລາ 4 ປີ ຄື: ປີ 2024-2027, ທຸກໆປີຈະໄດ້ມີການສອບເສັງຄັດເລືອກຜູ້ທີ່ມີເງື່ອນໄຂຄົບຖ້ວນ ເພື່ອສົ່ງເຂົ້າໂຄງການ AFC Acedemy. ຄາດໝາຍຂອງໂຄງການ LFF Referee Academy ແມ່ນເພື່ອພັດທະນາບຸກຄະລາກອນຜູ້ທີ່ມີພອນສະຫວັນ ແລະໃຈມັກທີ່ຈະເປັນກໍາມະການຕັດສິນ, ສ້າງກໍາມະການຕັດສິນທີ່ມີຄຸນນະພາບຮັບໃຊ້ການແຂ່ງຂັນລາຍການຕ່າງໆ ໂດຍສະເພາະການແຂ່ງຂັນລາວລີກ 1, ຄາດໝາຍວ່າຈະມີກໍາມະການຈາກ ສປປ ລາວ ມີລາຍຊື່ເປັນກໍາມະການຕັດສິນ AFC Elite 1 ທ່ານ.

ສໍາລັບ ການຝຶກອົບຮົມຄັ້ງນີ້ຈະນໍາໃຊ້ເວລາ 5 ວັນ ເລີ່ມວັນທີ 12-16 ມີນາ 2024 ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ນອກນັ້ນຈະໄດ້ມີການທົດສອບພາລະກໍາລັງ ພ້ອມດ້ວຍທົດສອບກະຕິກາບານເຕະ.
ຂໍ້ມູນ-ຮູບຈາກ: ສຕລ