ລາຄາຄຳຍັງປັບຂຶ້ນ ສ່ວນນໍ້າມັນຫຼຸດລົງ

27

ສັນຍາຄຳຕະຫຼາດ COMEX (Commodity Exchange) ສົ່ງມອບເດືອນເມສາ ປິດຕະຫຼາດວັນທີ 11ມີນາ ບວກເພີ່ມ3,10ໂດລາປິດທີ່2.188,6ໂດລາສະຫະລັດຕໍ່ອອນ ຫຼັງປັບຂຶ້ນຫຼາຍໃນອາທິດຜ່ານມາ ຂານຮັບລາຍງານການຈ້າງງານນອກພາກກະສິກຳຂອງສະຫະລັດ ຊຶ່ງຈະເປັນປັດໄຈໜູນການປັບຫຼຸດອັດຕາດອກເບ້ຍທະນາຄານກາງສະຫະລັດ ຫລື ເຟດ.

อาจเป็นรูปภาพของ 1 คน และ โรงกลั่นน้ำมัน

ນັກລົງທຶນຍັງຕິດຕາມດັດສະນີຜູ້ບໍລິໂພກ CPI ເຊິ່ງເປັນມາດວັດເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກ. ທັງນີ້ຜົນສຳຫຼວດນັກວິເຄາະຄາດວ່າ ດັດສະນີ CPIທົ່ວໄປ ຊຶ່ງລວມໝວດອາຫານແລະພະລັງງານ ປັບຕົວຂຶ້ນ3,1%ໃນເດືອນກຸມພາ ເມື່ອທຽບລາຍປີຫຼັງຈາກປັບຕົວຂຶ້ນ3,1%ໃນເດືອນມັງກອນ.

ສ່ວນລາຄານໍ້າມັນດິບ ເວັດເທັກຊັດ ຫຼື WTI ສົ່ງມອບເດືອນເມສາຫຼຸດລົງ8ເຊັນ ປິດທີ77,93ໂດລາສະຫະລັດຕໍ່ບາເຣລ. ສ່ວນລາຄານໍ້າມັນດິບເບຣນ ງວດສົ່ງມອບເດືອນພຶດສະພາ ເພີ່ມຂຶ້ນ13 ເຊັນປິດທີ່82,21ໂດລາສະຫະລັດຕໍ່ບາເຣລ.

ລາຄານໍ້າມັນ WTI ຫຼຸດລົງ2,45% ໃນອາທິດຜ່ານມາ ທ່າມກາງຄວາມກັງວົນກ່ຽວກັບອຸປະສົງໃນຈີນ ລວມທັງການທີ່ສຳນັກງານພະລັງງານສາກົນ ຫລື IEA ຄາດການວ່າປະລິມານນໍ້າມັນໃນຕະລາດໂລກ ຈະມີຢ່າງພຽງພໍໃນປີນີ້ ຂະນະທີ່ອຸປະສົງມີການຂະຫຍາຍຕົວທີ່ອ່ອນແອ.