2 ເດືອນຕົ້ນປີ ລົດໄຟຂົນສົ່ງສິນຄ້າຈີນ – ເອີຣົບ ໄດ້ແລ່ນລົດ 2.928 ຂະບວນ

15

ກຸ່ມບໍລິສັດທາງລົດໄຟຈີນຈຳກັດເປີດເຜີຍໃຫ້ຮູ້ໃນວັນທີ 10 ມີນານີ້ວ່າ: ໃນສອງເດືອນຕົ້ນປີ 2024 ລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບໄດ້ແລ່ນລົດ 2.928 ຂະບວນເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຂົນສົ່ງສິນຄ້າ 317.000 ຕູ້ມາດຕະຖານ ເພີ່ມຂຶ້ນ 10%.

ນັບມາຮອດທ້າຍເດືອນກຸມພາແລ້ວນີ້, ມີຕົວເມືອງທີ່ເລີ່ມຕົ້ນຈາກປະເທດຈີນຂອງລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບບັນລຸເຖິງ 120 ຕົວເມືອງ, ສາມາດຂົນສົ່ງສິນຄ້າໄປເຖິງ 219 ຕົວເມືອງຂອງ 25 ປະເທດເອີຣົບ.