ເປີດປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ, ມີ 26 ກິດຈະກໍາ, ທ່ອງທ່ຽວ 3 ໄຫວ້, 4 ເບິ່ງ ແລະ 5 ຊົມ

44

ພິທີເປີດປີທ່ອງທ່ຽວລາວ 2024 ທີ່ ແຂວງສະຫວັນນະເຂດ ຕິດພັນກັບງານສະ ຫວັນສຸກສັນຫັນສາ ພາຍໃຕ້ຄໍາຂວັນທີ່ວ່າ: “ທ່ອງທ່ຽວລາວ-ທ່ອງທ່ຽວແຂວງສະຫວັນນະເຂດປອດໄພ, ມ່ວນຊື່ນ-ຊື່ນໃຈໃນວັດທະນະທຳ, ທຳມະຊາດແລະປະຫວັດ ສາດ” ຈັດຂຶ້ນໃນຕອນແລງວັນທີ 10 ມີນາ 2024 ທີ່ເທດສະບານຕົວເມືອງເກົ່າ, ນະຄອນໄກສອນພົມວິຫານ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນ ກາງພັກ, ຮອງປະທານປະເທດ, ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍການນໍາພັກ-ລັດຈາກສູນກາງ, ແຂກຮັບເຊີນ ແລະ ມວນຊົນຊາວແຂວງສະຫວັນນະເຂດ.

ປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ໄດ້ກໍານົດເອົາທາດອີງຮັງ-ຕິບເຂົ້າ-ປີ້ງໄກ່-ຊີ້ນສະຫວັນ-ມີຮູບນັກທ່ອງທ່ຽວ ເປັນສັນຍາລັກການທ່ອງທ່ຽວໂດດເດັ່ນທາງດ້ານແຫຼ່ງທ່ອງທ່ຽວ ແລະ ອາຫານທີ່ເປັນເອກະລັກສະເພາະຂອງແຂວງ ໂດຍກໍານົດທັງໝົດ 26 ກິດຈະກໍາ ໃນນັ້ນ ມີ 2 ກິດຈະກໍາລະດັບຊາດ, ມີ 09 ກິດຈະກໍາລະດັບແຂວງ ແລະ 15 ກິດຈະກໍາລະດັບເມືອງ-ນະຄອນ ຈັດຂຶ້ນລະຫວ່າງວັນທີ 10-17 ມີນາ 2024.

ໂອກາດດັ່ງກ່າວ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ຮຽກຮ້ອງມາຍັງທຸກພາກ ສ່ວນຈົ່ງຮ່ວມແຮງຮ່ວມໃຈກັນເປັນເຈົ້າພາບທີ່ດີຮັບແຂກບ້ານ-ແຂກເມືອງດ້ວຍຄວາມຍິ້ມແຍ້ມແຈ່ມໃສ, ໂອບເອື້ອອາລີ, ມີນ້ຳໃຈໄມຕີຈິດມິດຕະພາບ, ມີນ້ຳໃຈນອບນ້ອມຕາມປະເພນີອັນດີງາມຂອງແຂວງສະຫວັນນະເຂດເຮັດໃຫ້ນັກທ່ອງ ທ່ຽວຮູ້ສຶກອົບອຸ່ນ ມີຄວາມສຸກກາຍສະບາຍໃຈມີຄວາມປອດໄພມີຄວາມຮູ້ສຶກເໝືອນຢູ່ບ້ານຢູ່ເຮືອນຂອງຕົນເອງ, ສ້າງຄວາມປະທັບໃຈມາທ່ຽວແລ້ວມາທ່ຽວອີກເພື່ອໃຫ້ແຂວງສະຫວັນນະເຂດພັດທະນາຢ່າງໝັ້ນທ່ຽງຍືນຍົງຍາວນານກ້າວໄປໜ້າຢ່າງແຈ່ມໃສ.

ໄຮໄລທ໌ທີ່ສໍາຄັນໃນການ ທ່ຽວສະຫວັນນະເຂດ ໃຫ້ໄດ້ໄປກາບໄຫວ້ 3 ໄຫວ້, ທ່ອງທ່ຽວເບິ່ງ 4 ເບິ່ງ ແລະ ທ່ອງທ່ຽວຊົມ 5 ຊົມ ດັ່ງນີ້:
1.ກາບໄຫວ້ 3 ໄຫວ້:
– ກາບໄຫວ້ ພຣະທາດອີງຮັງ;
– ກາບໄຫວ້ ພຣະທາດໂພ່ນ;
– ກາບໄຫວ້ ຫໍພຣະໄຕປີດົກ.

2.ທ່ອງທ່ຽວ ເບິ່ງ4 ເບິ່ງ:
– ທ່ຽວເບິ່ງຫໍພິພິຕະພັນແຂວງ;
– ທ່ຽວເບິ່ງ ຫໍພິພິຕະພັນໄດໂນເສົາ;
– ທ່ຽວເບິ່ງຫໍພິພິຕະພັນຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ;
– ທ່ຽວເບິ່ງ ມໍລະດົກສະຖານໜອງເຮືອທອງ.

3.ທ່ອງທ່ຽວຊົມ 5 ຊົມ:
– ທ່ຽວຊົມ ຕົວເມືອງເກົ່າປະຫວັດສາດ-ໜອງຫຼົ່ມປ່າສະຫງວນດົງນາຕາດນະຄອນໄກສອນ;
– ທ່ຽວຊົມ ລີງ-ປາຝາ-ຝາຍສຸຍ ຈໍາພອນ;
– ທ່ຽວຊົມ ໂອ່ງ-ມັ່ງ, ນົກຍາງຂາວ, ແຫຼ່ງຂຸດຄົ້ນກະດູກໄດໂນເສົາຊົນນະບູລີ;
– ທ່ຽວຊົມ ໂນນຫີນດ້າງ, ໂພນຊ້າງສານ, ສີສະເກດສວນຕານ, ຜາສາດຫີນໄຊພຸູທອງ;
– ທ່ຽວຊົມ ພຣະທາດນາງລາວ-ພຣະເຈົ້າອົງແສນ-ຫີນ 3 ເສົ້າ-ນໍ້າເກົ້າແຄວ ວິລະບູລີ.