10 ກວ່ານັກກີລາດອກປີກໄກ່ ເຍົາວະຊົນທີມຊາດລາວ ຜ່ານການຄັດເລືອກຕິດທີມຊາດລາວ ກຽມລຸຍ 2 ລາຍການໃຫຍ່

140

ສະຫະພັນດອກປີກໄກ່ແຫ່ງຊາດລາວ ສາມາດຄັດເລືອກນັກກີລາດອກປີກໄກ່ທີມຊາດລາວ ໃນຮຸ່ນເຍົາວະຊົນ ອາຍຸບໍ່ເກີນ 15 ປີ ແລະ ຮຸ່ນອາຍຸບໍ່ເກີນ 17 ປີ ກຽມສົ່ງເຂົ້າຮ່ວມແຂ່ງຂັນ 2 ລາຍການໃຫຍ່ ກໍຄື ງານແຂ່ງຂັນກີລາດອກປີກໄກ່ ຊີງງແຊັມເຍົາວະຊົນ ອາຊຽນ ຈະຈັດຂຶ້ນໃນເດືອນພຶດສະພາ 2024 ທີ່ສປປ ລາວ ເປັນເຈົ້າພາບ ແລະ ງານກີລານັກຮຽນອາຊຽນຄັ້ງທີ່ 13 ທີ່ແຂວງດານັງ ສສ ຫວຽດນາມ ຈະຈັດຂຶ້ນໃນເດືອນມີຖຸນາ 2024.

ການແຂ່ງຂັນກີລາດອກປີກໄກ່ ທົ່ວປະເທດ ລາຍການດັ່ງກ່າວ ລະຫວ່າງວັນທີ 8-9 ມີນາ ຜ່ານມາ ທີ່ສະໂມສອນ ດອກປີກໄກ່ ເສດຖາ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ.

ໂດຍລາຍການນີ້ມີນັກກີລາ 65 ຄົນ, ຍິງ 8 ຄົນ ຈາກ 12 ພາກສ່ວນເຂົ້າຮ່ວມ, ໃນນັ້ນ ມາຈາກ 5 ແຂວງ ຄື: ຄຳມ່ວນ, ອຸດົມໄຊ, ຫຼວງພະບາງ, ບໍ່ແກ້ວ ແລະ ໄຊຍະບູລີ ມີການຊິງໄຊ 5 ລາຍການ ປະກອບມີ ດ່ຽວຊາຍຮຸ່ນອາຍຸ 15 ປີ, ດ່ຽວຍິງ 17 ປີ, ດ່ຽວຊາຍ 17 ປີ, ຄູ່ຊາຍ 17 ປີ ແລະ ແຂ່ງຂັນລາຍການພິເສດ ປະເພດດ່ຽວຊາຍອາຍຸ 19 ປີ.

ການຄັດເລືອກແມ່ນຄັດເລືອກເອົານັກກີລາທີ່ສາມາດຕິດອັນດັບທີ 1, ອັນດັບທີ 2 ແລະ ອັນດັບທີ 3 ມີລາຍຊື່ຕິດທີມຊາດ ຜ່ານການແຂ່ງຂັນ ປະກົດວ່າ: ນັກກີລາຈາກແຂວງຫຼວງບາງສາມາດຕິດທີມຊາດໄດ້ຫຼາຍກວ່າທຸກພາກສ່ວນ ທີ່ສົ່ງເຂົ້າຮ່ວມແຂ່ງຂັນເຖິງ 4 ຄົນ, ໃນນັ້ນ ມາຈາກສະໂມສອນ ເອວຈີບີ ສີຣິວົງ ຫຼື LGB SIRIVONG ຈຳນວນ 3 ຄົນ ແລະ ນັກກີລາຕົວແທນຂອງແຂວງຫຼວງພະບາງ ອີກ 1 ຄົນ ຄື:
-ປະເພດດ່ຽວເຍົາວະຊົນ 15 ປີຊາຍ ຊະນະເລີດ ທອງປັນຍາ ສຸວັນນີ ຈາກສະໂມສອນ ພິຈີ, ອັນດັບທີ 2 ທ້າວ ພອນຈິດ ແສງຫຼ້າ ຈາກແຂວງອຸດົມໄຊ ແລະ ອັນດັບທີ 3 ທ້າວ ພູນິກອນ ຈາກແຂວງອຸດົມໄຊ.
-ດ່ຽວເຍົາວະຊົນ 17 ປີຊາຍ ຊະນະເລີດ ທ້າວ ຊະນະ ສີຣິສັກ ຈາກສະໂມສອນ LGB SIRIVONG, ອັນດັບທີ 2 ທ້າວ ວາລັດ ມະນິວົງ ຈາກສະໂມສອນ LGB SIRIVONG, ອັນດັບທີ 3 ທ້າວ ອານຸສິດ ມະນິວັນ ຈາກສະໂມສອນ LGB SIRIVONG.

-ດ່ຽວເຍົາວະຊົນ 17 ປີຍິງ ຊະນະເລີດ ນາງ ດາລາວອນ ຄຳຈັນ ຈາກແຂວງໄຊຍະບູລີ, ອັນດັບທີ 2 ນາງ ເມສາທິບ ດ້ວງເງິນ ຈາກແຂວງໄຊຍະບູລີ, ອັນດັບທີ 3 ນາງ ລີ່ລີ່ ສີຊົມຊື່ນ ຈາກສະໂມສອນ ກັບຕັນ-ວິນເນີ.
-ຄູ່ເຍົາວະຊົນ 17 ປີຊາຍ ຊະນະເລີດ ທ້າວ ຊະນະ ສີຣິສັກ ຄູ່ກັບ ທ້າວ ອານຸສິດ ມະນິວັນ ຈາກສະໂມສອນ LGB SIRIVONG, ອັນດັບທີ 2 ທ້າວ ຈະເລີນໄຊ ວົງສາລິຄຳ ຄູ່ກັບ ວາລັດ ມະນິວົງ ຈາກແຂວງຫຼວງພະບາງ ແລະ ອັນດັບທີ 3 ທ້າວ ນັດທິວ ພົງສັກ ຄູ່ກັບ ທ້າວ ສຸພະໄຊ ສິມມະວົງ ຈາກສະໂມສອນ ກັບຕັນ-ວິນເນີ.

ຂະນະທີ່ ລາຍການພິເສດ ຮຸ່ນອາຍຸ 19 ປີ ຊະນະເລີດເປັນຂອງ ທ້າວ ມານະສິນ ຂິດຕະສີ ຈາກສະໂມສອນ LGB SIRIVONG, ອັນດັບທີ 2 ທ້າວ ໂຊກໄຊ ສີຫານາດ ຈາກສະໂມສອນ ແລັບດອກ ແລະ ອັນດັບທີ 3 ທ້າວ ອາທິວັດ ອຸດົມສະຫວັດ ຈາກສະມໂສອນກັບຕັນ-ວິນເນີ.
B555: 10 ກວ່ານັກກີລາດອກປີກໄກ່ ເຍົາວະຊົນທີມຊາດລາວ ຜ່ານການຄັດເລືອກຕິດທີມຊາດລາວ ກຽມລຸຍ 2 ລາຍການໃຫຍ່