ສ່ອງເບິ່ງພະລັງງານໃນໂລກ

108

ເລື່ອງພະລັງງານເປັນບັນຫາເຄັ່ງຮ້ອນຂອງໂລກ ໂດຍສະເພາະແມ່ນປະເທດນ້ອຍຄືພວກເຮົາ.. ສະນັ້ນຈຶ່ງເຫັນວ່າສະພາບລາຄານໍ້າມັນຂຶ້ນລົງບໍ່ປົກກະຕິມັກເກີດ ແຕ່ຄົນທັງຫຼາຍກໍຍອມຮັບດີກວ່າຂາດນໍ້າມັນ ແນວວ່າພວກເຮົານຳເຂົ້າຮ້ອຍເປີເຊັນ.

ບາດນີ້ຫັນໄປສ່ອງເບິ່ງພະລັງງານໃນໂລກ ວ່າເປັນແນວໃດ? ຜູ້ຂຽນໄດ້ນຳເອົາບົດວິເຄາະພາຍໃຕ້ຫົວຂໍ້: “ ບັນດາບັນຫາພະລັງງານຂອງໂລກ ”ຈາກ VOV WORLD ສະບັບອອນລາຍລົງວັນທີ 1 ມີນາ 2024 ມາໃຫ້ເພື່ອນຜູ້ອ່ານຮັບຊາບດັ່ງນີ້:

ການຫັນປ່ຽນພະລັງງານໃນປັດຈຸບັນໄດ້ຮັບ ຖືວ່າແມ່ນບຸລິມະສິດທົ່ວໂລກ ໃນສະພາບການໂລກຍູ້ແຮງຄວາມມານະພະຍາຍາມບັນລຸໄດ້ບັນດາເປົ້າໝາຍກ່ຽວກັບສະພາບດິນຟ້າອາກາດ. ແຕ່ເຖິງຢ່າງໃດກໍຕາມ, ຂັ້ນຕອນການລົບລ້າງເຊື້ອເພີງຟອກຊິວ ແລະ ເພີ່ມທະວີປະລິມານພະລັງງານສະອາດຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ.

ທີ່ກອງປະຊຸມຄັ້ງທີ 28 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ -COP 28 ທີ່ຈັດຂຶ້ນໃນເດືອນທັນວາ ປີ 2023 ຢູ່ດູໄບ ( ສະຫະລັດ ອາຣັບເອເມເຣັດ ), ປະຊາຄົມສາກົນບັນລຸໄດ້ຂໍ້ຕົກລົງປະຫວັດສາດ ກ່ຽວກັບການຄ່ອຍໆລົບລ້າງເຊື້ອເພີງຟອກຊິວ. ແຕ່ເຖິງຢ່າງໃດກໍຕາມ, ເລື່ອງສ້າງຂັ້ນຕອນການປະຕິບັດຄໍາໝັ້ນສັນຍານີ້ກໍບໍ່ງ່າຍເລີຍ.

■ ອະນາຄົດຂອງອາຍແກ໊ສ

ບັນຫາໃຫຍ່ໃນປັດຈຸບັນທີ່ຍັງກໍ່ໃຫ້ເກີດການແບ່ງແຍກບັນດາປະເທດ ກໍຄືປະຊາຄົມພະລັງງານສາກົນ, ນັ້ນແມ່ນອະນາຄົດຂອງເຊື້ອເພີງຟອກຊິວ ຈະແກ່ຍາວຮອດເວລາໃດ? ປັດຈຸບັນມີຫຼາຍສັນຍານສະແດງໃຫ້ເຫັນການຫັນປ່ຽນພະລັງງານຂອງບັນດາປະເທດໃນໂລກອາດຈະຖືກດໍາເນີນໄປໄວກວ່າການຄາດຄະເນ. ຢູ່ເອີຣົບ, ລາຄາຂາຍສົ່ງອາຍແກ໊ສໃນອາທິດຜ່ານມາຢູ່ໃນລະດັບ 23 ເອີໂຣ/MWh ( ເທົ່າກັບ 24,8 ໂດລາສະຫະລັດ ) ເຊິ່ງເປັນລະດັບສູງສຸດ ນັບແຕ່ເດືອນພຶດສະພາ 2021 ແລະ ບໍ່ເທົ່າກັບ 1/10 ລະດັບລາຄາສະຖິຕິ 319 ເອີໂຣ/MW ( 345 ໂດ ລາສະຫະລັດ ) ໃນເດືອນສິງຫາ 2022. ຍ້ອນເຫດນັ້ນ, ນັກຊ່ຽວຊານບາງທ່ານຖືວ່າ: ສັງກະລາດຂອງອາຍແກ໊ສ ເຊິ່ງເປັນເຊື້ອເພີງຟອກຊິວປະເພດໜຶ່ງທີ່ໄດ້ນໍາໃຊ້ຫຼາຍທີ່ສຸດ, ໃກ້ຈະສິ້ນສຸດລົງແລ້ວ.

ແຕ່ເຖິງຢ່າງໃດກໍຕາມ, ບໍ່ແມ່ນວ່າທຸກໆຄົນລ້ວນແຕ່ໄດ້ແບ່ງປັນຂໍ້ສັງເກດດັ່ງກ່າວ. ວັນທີ 25 ກຸມພາ, ກາຕາ ຖະແຫຼງເປີດສະຫຼອງໜ່ວຍຂຸດຄົ້ນອາຍແກ໊ສໃໝ່ ເພື່ອເພີ່ມທະວີປະລິມານການສົ່ງອອກອາຍແກ໊ສ ແລະ ອາຍແກ໊ສ LNG ໂດຍບໍ່ຫົວຊາຕໍ່ເລື່ອງອາຍແກ໊ສຢູ່ອາເມຣິກາ ແລະ ເອີຣົບ ໄດ້ຫຼຸດລົງລະດັບສະຖິຕິ. ຕາມທ່ານ Saad Al- Kaabi ປະທານ Qatar Energy ແລ້ວ ໂດຍບໍ່ຫົວຊາຕໍ່ ຄວາມຕ້ອງການອາຍແກ໊ສຢູ່ອາເມຣິກາ ແລະ ເອີຣົບ ໄດ້ຫຼຸດລົງ, ບັນດາຕະຫຼາດໃຫຍ່ ອື່ນຢູ່ອາຊີ ຍັງເຕີບໂຕໄວ ແລະ ອາຍແກ໊ສຍັງມີອະນາຄົດຄົງຕົວຍາວນານຢູ່.

“ ພວກເຮົາຍັງໄດ້ເວົ້າວ່າ ອາຍແກ໊ສ ແມ່ນສ່ວນໜຶ່ງຂອງມາດຕະການຫັນປ່ຽນພະລັງງານ ແລະ ຂ້າພະເຈົ້າຄິດວ່າ ມີຫຼາຍຄົນໄດ້ເຂົ້າຮ່ວມວິວັດການນີ້, ພວກຂ້າພະເຈົ້າກໍເຂົ້າຮ່ວມນັບແຕ່ເບື້ອງຕົ້ນ ແຕ່ກໍບໍ່ປ່ຽນທັດສະນະຂອງຕົນ, ນັ້ນແມ່ນອາຍແກ໊ສຍັງມີອະນາຄົດພັດທະນາກວ້າງຂວາງໃນເວລາ 50 ປີຕໍ່ໜ້າ “.

ນອກຈາກ ອາຍແກ໊ສ ແລ້ວ, ມີປະເພດພະລັງງານອື່ນອີກ ກໍໄດ້ກໍ່ຄວາມຖົກຖຽງກັນແມ່ນພະລັງງານນິວ      ເຄລຍ. ປັດຈຸບັນບັນດາປະເທດ ແລະ ອົງການເກືອບທັງໝົດໄດ້ຈັດພະລັງງານນິວ   ເຄລຍເຂົ້າກຸ່ມ “ ພະລັງງານສະອາດ ”. ໃນທ້າຍເດືອນມີນານີ້ ( ແຕ່ວັນທີ 21 – 22 ມີນາ ), ອົງການພະລັງງານປະລະມານູສາກົນ ( IAEA ) ຈະຈັດກອງປະຊຸມຂັ້ນສູງກ່ຽວກັບພະລັງງານນິວເຄລຍ ຢູ່ບຣຸກແຊນ ( ປະເທດແບນຊິກ ). ຕາມ IAEA ແລ້ວ, ນີ້ຈະແມ່ນກອງປະຊຸມສຸດຍອດສຸມໃສ່ພຽງແຕ່ຫົວຂໍ້ພະລັງງານນິວເຄລຍເທົ່ານັ້ນ, ດ້ວຍການເຂົ້າຮ່ວມຂອງປະມານ 30 ປະເທດ. ກ່ອນໜ້ານັ້ນຢູ່ COP28, ມີກວ່າ 20 ປະເທດ, ໃນນັ້ນມີອາເມຣິກາ, ຍີ່ປຸ່ນ ແລະ ບາງປະເທດເອີຣົບ ໄດ້ຮຽກຮ້ອງເພີ່ມທົບ 3 ເທົ່າປະລິມານໄຟຟ້ານິວເຄລຍໃນໂລກໃນປີ 2050 ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດ.

■ ສິ່ງທ້າທາຍລົງທຶນໃຫ້ແກ່ພະລັງງານທົດແທນ

ສໍາລັບພະລັງງານທົດແທນ ເຊິ່ງເປັນປະເພດພະລັງງານທີ່ໄດ້ຮັບຖືວ່າຈະແມ່ນອະນາຄົດຂອງໂລກ, ບົດລາຍງານເມື່ອວັນທີ 11 ມັງກອນຂອງອົງການພະລັງງານສາກົນ ( IEA ) ສະແດງໃຫ້ເຫັນວ່າ: ສະມັດຖະພາບພະລັງງານທົດແທນທົ່ວໂລກໃນປີ 2023 ໄດ້ເພີ່ມຂຶ້ນ 50% ເມື່ອທຽບໃສ່ປີ 2022 ລະອຽດຄືໃນປີຜ່ານມາ ໂລກມີພະລັງງານທົດແທນຕື່ມອີກ 510 Gigawat ( GW ) ເຊິ່ງພຽງພໍເພື່ອຕອບສະໜອງ ຄວາມຕ້ອງການໄຟຟ້າໃຫ້ແກ່ເກືອບ 51 ລ້ານຄອບຄົວໃນເວລາ 1 ປີ, ໃນນັ້ນພະລັງງານແສງຕາເວັນ ກວມເອົາປະມານ 75%. ຕາມຜູ້ນໍາໜ້າ IEA ແລ້ວ, ດ້ວຍລະດັບຄືໃນປັດຈຸບັນ, ສະມັດຖະພາບຂອງພະລັງງານທົດແທນຂອງໂລກອາດສາມາດເພີ່ມຂຶ້ນທົບ 2,5 ເທົ່າ ໃນປີ 2030. ແຕ່ເຖິງຢ່າງໃດກໍຕາມ, ທ່ານ Fatih Birol ຜູ້ອໍານວຍການ IEA ຖືວ່າ: ສິ່ງດັ່ງກ່າວຍັງບໍ່ທັນພຽງພໍ ເພື່ອໃຫ້ໂລກບັນລຸໄດ້ເປົ້າໝາຍທີ່ວາງອອກຢູ່ COP28 ນັ້ນແມ່ນເພີ່ມຂຶ້ນທົບ 3 ເທົ່າ:

“ ພວກຂ້າພະເຈົ້າເຫັນວ່າບັນດາກຸ່ມບໍລິສັດນໍ້າມັນອາຍແກ໊ສໄດ້ນໍາໃຊ້ພຽງ 2,5% ຂອງງົບປະມານ ເພື່ອລົງທຶນເຂົ້າພະລັງງານສະອາດ, ສ່ວນຈໍານວນ 97,5% ແມ່ນເພື່ອລົງທຶນເຂົ້າການເຄື່ອນໄຫວຂຸດຄົ້ນແບບດັ້ງເດີມ. ດັ່ງນັ້ນ, ຈຶ່ງມີຊ່ອງວ່າງໃຫຍ່ລະຫວ່າງຄໍາໝັ້ນສັນຍາຂອງບັນດາກຸ່ມບໍລິສັດນີ້ ກັບຍຸດທະສາດລົງທຶນທີ່ແທ້ຈິງທີ່ເຂົາເຈົ້າພວມດໍາເນີນ ”.

ກ່ອນໜ້ານັ້ນ, ວັນທີ 19 ກຸມພາ, Global Witness ໄດ້ປະກາດບົດລາຍງານສະແດງໃຫ້ເຫັນວ່າ 5 ກຸ່ມບໍລິສັດ ພະລັງງານໃຫຍ່ ເຊິ່ງລວມມີ: BP ( ອັງກິດ ), Shell ( ອັງກິດ, ໂຮນລັງ ), Chevron ( ອາເມຣິກາ ), ExxonMo bil ( ອາເມຣິກາ ) ແລະ Total Enegry ( ຝຣັ່ງ ) ບັນລຸຜົນກໍາໄລລະດັບສະຖິຕິ 281 ຕື້ໂດລາສະຫະລັດ ນັບແຕ່ເດືອນກຸມພາ ປີ 2022, ແມ່ນເວລາເກີດການປະທະກັນຢູ່ ອູແກຣນ. ແຕ່ເຖິງຢ່າງໃດກໍຕາມ, ຄາດວ່າບັນດາກຸ່ມບໍລິສັດນີ້ຈະສະຫງວນຈໍານວນເງິນກວ່າ 100 ຕື້ໂດລາສະຫະລັດ ເພື່ອແບ່ງສ່ວນຫຸ້ນໃຫ້ຜູ້ຖືຫຸ້ນ, ແທນທີ່ບຸລິມະສິດລົງທຶນໃຫ້ການຫັນປ່ຽນພະລັງງານ. ຄວາມຈິງນັ້ນໄດ້ເຮັດໃຫ້ຄວາມມານະພະຍາຍາມສ້າງບາດກ້າວກະໂດດຂັ້ນໃຫ້ແກ່ພະລັງງານທົດແທນໃນໂລກປະສົບກັບສິ່ງທ້າທາຍ, ຍ້ອນວ່າຕາມ ທ່ານ Simon Stiell ເລຂານຸການບໍລິຫານ ສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ( UNFCC ) ເພື່ອປະຕິບັດການຫັນປ່ຽນພະລັງງານບັນລຸຜົນສໍາເລັດ, ໂລກຕ້ອງການຈໍານວນເງິນປະມານ 2.400 ຕື້ໂດລາສະຫະລັດຕໍ່ປີ ເຊິ່ງແມ່ນຕົວເລກຍາກທີ່ບັນລຸໄດ້ໃນເວລານີ້.

ຮູ້ຂໍ້ມູນແລ້ວ ຈຶ່ງກຽມພ້ອມປະເຊີນໜ້າ.

( ຈົບ )