ຫຼາຍປະເທດ ພະຍາຍາມເປີດແລວທາງທະເລ ເພື່ອຂົນສົ່ງເຄື່ອງຊ່ວຍເຫຼືອມາຍັງເຂດ ກາຊາ

22

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ລາຍງານວ່າ: ທ່ານ ເດວິດ ຄາເມຣອນ ລັດຖະມົນຕີການຕ່າງປະເທດອັງກິດ ໃຫ້ຮູ້ວ່າ: ປະເທດອັງກິດຈະຮ່ວມມືກັບ ອາເມຣິກາ ແລະ ບັນດາປະເທດຄູ່ຮ່ວມມືກ່ຽວຂ້ອງ ເພື່ອເປີດແລວທາງທະເລຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງເຂດ ກາຊາ.

ວັນທີ 8 ມີນາ, ທ່ານ ນາງ ເອລຊູລາ ວອນເດີເລເຢນ ປະທານຄະນະກຳມະການເອີຣົບ ( EC ) ໃຫ້ຮູ້ວ່າ: ສະຫະພາບເອີຣົບ ຫຼື ອີຢູ ພ້ອມກັບອາເມຣິກາ ແລະ ສະຫະລັດອາຣັບ ເອມີເຣັດ ( UAE ) ພວມຄິດໄລ່ຊັ່ງຊາວິທີການ ທ້າຍອາທິດນີ້ຈະເປີດແລວຂົນສົ່ງເຄື່ອງຊ່ວຍເຫຼືອທາງທະເລລະຫວ່າງໄຊປັດ ແລະ ເຂດກາຊາ.

ປະທານຄະນະກຳມະການເອີຣົບ ( EC ) ປະກາດວ່າ: ກຳປັ່ນລຳທຳອິດທົດລອງຂົນສົ່ງສະບຽງອາຫານຊ່ວຍເຫຼືອໂດຍອົງການກຸສົນບໍລິຈາກ ແລະ UAE ໜູນຊ່ວຍນັ້ນ ອາດຈະເລີ່ມເດີນທາງຈາກທ່າກຳປັ່ນ Larnaca ຂອງໄຊປັດ.

ໃນວັນດຽວກັນ, ທ່ານ ເດວິດ ຄາເມຣອນ ລັດຖະມົນຕີການຕ່າງປະເທດອັງກິດ ໃຫ້ຮູ້ວ່າ: ປະເທດອັງກິດ ຈະຮ່ວມມືກັບ ອາເມຣິກາ ແລະ ບັນດາປະເທດຄູ່ຮ່ວມມືກ່ຽວຂ້ອງ ເພື່ອເປີດແລວທາງທະເລຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງເຂດ ກາຊາ.