ລາຄາຄຳຟິວເຈີ ປັບຂຶ້ນ 20,30 ໂດລາ

499

ລາຄາຄຳຟິວເຈີ ປິດຕະຫຼາດວັກສຸກຜ່ານມາ ພຸ່ງຂຶ້ນ 20,30ໂດລາ ຂານຮັບລາຍງານການຈ້າງງານນອກພາກການກະສິກຳຂອງສະຫະລັດ ເຊິ່ງເປັນປັດໄຈໜູນການປັບຫຼຸດອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ ຫຼື ເຟດ.

ລາຄາສັນຍາຄຳຕະຫຼາດ COMEX ສົ່ງມອບເດືອນເມສາ ບວກເພີ່ມ 20,30 ໂດລາສະຫະລັດຕໍ່ອອນ ມາປິດທີ່ 2.185,50 ໂດລາສະຫະລັດຕໍ່ອອນ.

อาจเป็นรูปภาพของ เงิน และ ข้อความ

ລາຄາຄຳສະປອດທະຍານຈຸລະດັບ 2.185,19 ໃນການຊື້ – ຂາຍ ເຊິ່ງເປັນລະດັບສູງສຸດເປັນປະຫວັດການ ຂະນະທີ່ລາຄາຄຳໃນຕະຫຼາດໂລກເພີ່ມຂຶ້ນກວ່າ 4,1% ໃນອາທິດຜ່ານມາ ທຳລາຍສະຖິຕິປັບຂຶ້ນຫຼາຍສຸດທຽບເປັນລາຍອາທິດໃນຮອບ 5 ເດືອນ ຫຼື ນັບຕັ້ງແຕ່ກາງເດືອນຕຸລາປີ 2023 ເຊິ່ງເປັນໄລຍະທີ່ເກີດສົງຄາມ ລະຫວ່າງ ອິດສະລາແອນ ກັບ ຮາມາສ  ແລະ ເປັນການປັບຂຶ້ນເປັນອາທິດທີ 3 ຕິດຕໍ່ກັນຂອງລາຄາຄຳສະປອດ.

ນອກຈາກນີ້, ຕະຫຼາດຍັງໄດ້ແຮງໜູນຈາກການອ່ອນຄ່າຂອງເງິນໂດລາສະຫະລັດ ແລະການປັບຕົວລົງຂອງອັດຕາຜົນຕອບແທນພັນທະບັດສະຫະລັດອາເມຣິກາ ຫຼັງການເປີດເຜີຍລາຍງານການຈ້າງງານພາກນອກການກະສິກຳ ລວມທັງການທີ່ ທ່ານ ເຈີໂຣມ ພາວ  ເວລ ປະທານເຟດ ສົ່ງສັນຍານປັບຫຼຸດອັດຕາດອກເບ້ຍໃນປີນີ້.