ກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ຫາລືຫຼາຍບັນຫາສຳຄັນເພື່ອຄວາມເຂັ້ມແຂງທາງເສດຖະກິດ

27

ໃນວັນທີ 9 ມີນາ 2024 ທີ່ໂຮງແຮມພູແມນ ຫຼວງພະບາງ ໄດ້ເປີດກອງປະຊຸມ (THE 30th ASEAN ECONOMIC MINISTERS’ RETREAT) ຂຶ້ນ, ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ, ພ້ອມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ, ບັນດາທ່ານຫົວໜ້າ ແລະ ຄະນະຜູ້ແທນຂອງປະເທດສະມາສາຊິກອາຊຽນ ເຂົ້າຮ່ວມ.

No description available.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ກ່າວບາງຕອນໃນກອງປະຊຸມວ່າ: ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແມ່ນມີຄວາມປິຕິຍິນດີ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ຕ້ອນຮັບບັນດາທ່ານ ສູ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ, ແຫຼ່ງທ່ອງທ່ຽວທີ່ມີສະເໜ່ແຫ່ງໜຶ່ງ ຂອງ ສປປ ລາວ. ການມາພົບປະ ແລະ ເຂົ້າຮ່ວມປະຊຸມຂອງພວກເຮົາໃນມື້ນີ້ ສະແດງເຖິງຄວາມໝາຍໝັ້ນຂອງສະມາຊິກອາຊຽນ ທີ່ຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດວິໄສທັດການສ້າງປະຊາຄົມອາຊຽນຮອດປີ 2025 ແລະ ການກໍານົດວິໄສທັດການສ້າງປະຊາຄົມອາຊຽນໃນປີ 2045.

No description available.

ຂໍຖືໂອກາດນີ້ ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ ປະເທດ ຕິມໍເລສເຕ ທີ່ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ຢ່າງເປັນທາງການ ໃນໂອກາດກອງປະຊຸມລັດຖະມົນຕີອົງການການຄ້າໂລກຄັ້ງທີ 13 ທີ່ ອາບູດາບີ, ສະຫະລັດ ອາຣັບເອມິເລັດ. ພວກເຮົາຫວັງວ່າປະເທດ ຕິມໍເລສເຕ ຈະໄດ້ເຂົ້າຮ່ວມໃນຄອບຄົວອາຊຽນໃນໄວໆນີ້, ເຊິ່ງຈະເປັນການເພີ່ມທະວີຄວາມເຂັ້ມແຂງ ແລະ ຄວາມຈະເລີນຮຸ່ງເຮືອງ ໃຫ້ກັບພາກພື້ນຂອງພວກເຮົາ.

No description available.

ພ້ອມກັນນີ້, ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍ ອິນໂດເນເຊຍ ທີ່ໄດ້ເຮັດໜ້າທີ່ເປັນປະທານອາຊຽນໃນປີ 2023 ໄດ້ເປັນຢ່າງດີ ແລະ ມີໝາກຜົນອັນໜ້າຊື່ນຊົມ. ພາຍໃຕ້ການນຳພາຂອງອິນໂດເນເຊຍ ອາຊຽນໄດ້ເຮັດສໍາເລັດຫຼາຍໜ້າວຽກທີ່ສໍາຄັນ ໃນການກ້າວໄປສູ່ເປົ້າໝາຍຂອງການສ້າງປະຊາຄົມເສດຖະກິດອາຊຽນ 2025, ເຊິ່ງຖືເປັນການວາງພື້ນຖານ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການບັນລຸເປົ້າໝາຍລວມຂອງອາຊຽນ, ທັງເປັນການສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນ, ຄວາມພະຍາຍາມ ແລະ ການປັບຕົວຂອງພວກເຮົາ ໃນການປະເຊີນໜ້າກັບສິ່ງທ້າທາຍຕ່າງໃນປີຜ່ານມາ.

No description available.

ປີນີ້ ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບກຽດເປັນປະທານອາຊຽນ ເຊິິ່ງເປັນຊ່ວງເວລາທີມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະໃນເງື່ອນໄຂທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປໄປຢ່າງສະຫຼັບຊັບຊ້ອນ ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນໜຶ່ງດຽວ ແລະ ຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອຊອກຫາຫົນທາງ ແລະ ການກໍານົດວິທີການທີ່ຖືກຕ້ອງມາແກ້ໄຂບັນດາບັນດາສິ່ງທ້າທາຍເຫຼົ່ານັ້ນ ແລະ ພ້ອມກັນປະຕິບັດຄໍາຂວັນຂອງອາຊຽນສໍາລັບປີ 2024 ຄື: “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ໃນອະນາຄົດ”.

No description available.

ການປຶກສາຫາລືຂອງພວກເຮົາໃນມື້ນີ້ ແມ່ນສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຮ່ວມກັນຂອງພວກເຮົາທີ່ຈະຊຸກຍູ້ວາລະເສດຖະກິດຂອງອາຊຽນໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້. ພວກເຮົາຈະຮ່ວມກັນພິຈາລະນາຫົວຂໍ້ສໍາຄັນຕ່າງໆ ຂອງປີ 2024 ເປັນຕົ້ນ: ການພິຈາລະນາຮັບຮອງເອົາແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ, ການພັດທະນາເສດຖະກິດແບບຍືນຍົງ ແລະ ການຮ່ວມມືກັບພາຍນອກ ເພື່ອຈະນໍາເອົາຜົນປະໂຫຍດທີ່ເປັນຮູບປະທໍາ ມາໃຫ້ປະຊາຊົນອາຊຽນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນຂອງພວກເຮົາ.