ເບສະຫວັນ ເອັຟຊີ ລົງສະໜາມນັດທີ 2 ຖະຫຼົ່ມຄູ່ແຂ່ງໄປຂາດລອຍເກັບໄຊຊະນະ 2 ນັດທໍາອິດໃນລາວຟຸດຊໍລີກ

113

ສົມລາຄາແຊັມເກົ່າສໍາລັບ ເບສະຫວັນ ເອັຟຊີ ສະໂມສອນຟຸດຊໍລາວ ລົງສະໜາມ 2 ນັດທໍາອິດສາມາດຊະນະລວດ ໂດຍສະເພາະນັດທີ 2 ສາມາດຖະຫຼົ່ມ ຊີທີເອ ພາວເວີ້ ໄປແບບບໍ່ເຫັນຝຸ່ນ 12-3 ໃນການແຂ່ງຂັນກີລາຟຸດຊໍລາຍການ ລາວຟຸດຊໍ ລີກ 2024 ອາທິດທີ 2 ເມື່ອວັນທີ 10 ມີນາ 2024 ທີ່ສະໜາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ.

ນັດດັ່ງກ່າວ ເບສະຫວັນ ເອັຟຊີ ຍິງໃສ່ຄູ່ແຂ່ງຕະຫຼອດການແຂ່ງຂັນ ກ່ອນເອົາຊະນະ ຊີທີເອ ພາວເວີ້ ໄປຂາດລອຍ 12-3 ເຮັດໃຫ້ ເບສະຫວັນ ເອັຟຊີ ເກັບເພີ່ມເປັນ 6 ຄະແນນຈາກ 2 ນັດທໍາອິດໂດຍມີຄະແນນເທົ່າກັບ ເອັສທີທີ ເອັຟຊີ ລວມທັງຍັງມີຜູ້ປະຕູໄດ້ເສຍເທົ່າກັນ ( +13 ) ຈາກຜົນງານ 2 ນັດທໍາອິດ ຢຶດທີມນໍາຮ່ວມກັນ, ສ່ວນອັນດັບ 3 ຂອງຕາຕະລາງຄະແນນລວມປັດຈຸບັນເປັນຂອງ ວີເຊີ້ນ ຢູໄນເຕັດ ທີ່ມີຄະແນນເທົ່າກັບອັນດັບ 4 ຢ່າງ ເໜືອ-ໃຕ້ ເອັຟຊີ ທີ່ຊະນະ 2 ນັດລວດໄດ້ເຊັ່ນກັນ ແລະ ກໍເປັນອີກ 2 ທີມທີ່ຊະນະ 2 ນັດລວດ.

ສໍາລັບ ການແຂ່ງຂັນກຳນົດເອົາ 12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ: ເບ ສະຫວັນ ( ແຊັມເກົ່າ ), ລະຊະຕະ, ມາສະດາ ຈີບີ, ເຫນືອ – ໃຕ້, ຊີທີເອ ພາວເວີ້, ນະຄອນຫຼວງ, ວີເຊີນ, ອາສາ ພາວເວີ້, ເຄເອັມທີ, ເອັສທີທີ, ຈັນສີ ແລະ ຊີໄອທີ.

ຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ, ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນ ຮອບ Play-off ນັດດຽວ ເພື່ອຄັດເອົາສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນໃນ ຮອບ 4 ທີມ.
ຂ່າວ: Larh Creators; ຮູບຈາກ: ສຕລ