ວຽງຈັນ ຮາຟ ມາຣາທອນ ນາໆຊາດ ຄັ້ງທີ VII ສໍາເລັດຈົບງາມ, ກະຕຸ້ນຊຸກຍູ້ວຽກງານ Sport Tourism

2237

ງານແລ່ນ ວຽງຈັນ ຮາຟ ມາຣາທອນ ນາໆຊາດ ຄັ້ງທີ VII ປະສົບຜົນສໍາເລັດຢ່າງຈົບງາມໃນວັນທີ 10 ມີນາ 2024 ຍັງປັນກະຕຸ້ນຊຸກຍູ້ວຽກງານ Sport Tourism ວຽກງານທ່ອງທ່ຽວໃຫ້ມີຊີວິດຊີວາ ພ້ອມດຽວກັນນັ້ນກໍຍັງສົ່ງເສີມປີແຫ່ງການທ່ອງທ່ຽວລາວໃນປີ2024 ແລະ ສ້າງລາຍຮັບໃຫ້ກັບພາກທຸລະກິດ ແລະ ຊຸມຊົນ.

ງານດັ່ງກ່າວຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ມີນາ 2024 ທີ່ເດີ່ນພະທາດຫຼວງວຽງຈັນ ໂດຍມີນັກກີລາເຂົ້າຮ່ວມຊີງໄຊຫຼາຍພັນຄົນຈາກຫຼາຍສັນຊາດ ( 22 ສັນຊາດ ) ຈາກການທີ່ຕັ້ງເປົ້າຮັບສະໝັກນັກແລ່ນເຂົ້າຮ່ວມ 4.000 ຄົນ ໂດຍມີການແຂ່ງຂັນປະເພດ ວຽງຈັນ ຮາຟ ມາຣາທອນປະເພດ 21 ກິໂລແມັດ ແລະ 10 ກິໂລແມັດ ແມ່ນໄດ້ຮັບການຮັບຮອງຈາກສະຫະພັນ ແລ່ນ-ລານ ໂລກ (World Athletics) ເປັນຄວາມພາກພູມໃຈຂອງຄົນລາວເພາະເປັນເສັ້ນທາງແລ່ນທຳອິດທີ່ໄດ້ຮັບຮອງຈາກ World Athletics.

ຜ່ານການແຂ່ງຂັນປາກົດວ່າ:
+ປະເພດ 21 ກິໂລແມັດ ຊາຍທົ່ວໄປ:
-ຊະນະເຊີດ ລໍາພອນ ໄຊຍາທີ ຈາກ ສປປ ລາວ ເຂົ້າເສັ້ນໄຊ ດ້ວຍເວລາ 1 ຊົ່ວໂມງ, 16 ນາທີ ກັບ 31 ວິນາທີ.
-ອັນດັບ 2 IVAN VLASENKO ຈາກຣັດເຊຍ ເຂົ້າເສັ້ນດ້ວຍເວລາ 1 ຊົ່ວໂມງ, 17 ນາທີ ແລະ 61 ວິນາທີ

+ປະເພດ 21 ກິໂລແມັດ ຍິງທົ່ວໄປ:
-ຊະນະເລີດ ນາງ ລົດແກ້ວ ອິນທະກຸມມານ ນັກແລ່ນມື 1 ຂອງ ສປປ ລາວ ສາມາດປ້ອງກັນແຊັມໄດ້ສໍາເລັດດ້ວຍການເຂົ້າເສັ້ນໄຊ 1 ຊົ່ວໂມງ, 29 ນາທີ ແລະ 6 ວິນາທີ.
-ອັນດັບ 2 ນາງ ສຸກສະຫວັນ ມາລິວັນ ນັກແລ່ນຈາກ ສປປ ລາວ ເຂົ້າເສັ້ນໄຊດ້ວຍເວລາ 1 ຊົ່ວໂມງ, 40 ນາທີ ແລະ 20 ວິນາທີ.

+ປະເພດ 10 ກິໂລແມັດ ຊາຍທົ່ວໄປ:
-ຊະນະເລີດ ທິຣາຢຸດ ກິ່ງຄໍາ ຈາກໄທ ເຂົ້າເສັ້ນໄຊດ້ວຍເວລາ 34 ນາທີ ແລະ 26 ວິນາທີ.
-ອັນດັບ 2 ໄມແກ້ວ ສິງຫາລາດ ຈາກ ສປປ ລາວ ເຂົ້າເສັນໄຊດ້ວຍເວລາ 36 ນາທີ ແລະ 16 ວິນາທີ.

+ປະເພດ 10 ກິໂລແມັດ ຍິງທົ່ວໄປ:
-ຊະນະເລີດ: ນາງ ພຸດທະລາດ ອິນນຸດ ເຂົ້າເສັ້ນໄຊດ້ວຍເວລາ 43 ນາທີ ແລະ 45 ວິນາທີ.
-ອັນດັບ 2 ນາງ ຍອດ ສຸລິວັນທອງ ໂຕລີ ເພັງພະລັງ ເຂົ້າເສັ້ນໄຊດ້ວຍເວລາ 45 ນາທີ ແລະ 8 ວິນາທີ.
ຂ່າວ: Larh Creators; ຮູບຈາກ: Vientiane International Half Marathon