ລົດໄຟລາວ-ຈີນ ເພີ່ມຈຸດຈອດອໍານວຍຄວາມສະດວກ

22

ບໍລິສັດທາງ ລົດໄຟລາວ-ຈີນ ຈໍາກັດ ມີການປັບຕາຕະລາງການແລ່ນລົດໃໝ່ ພ້ອມເພິີ່ມຈຸດຈອດອີກ ເພື່ອຍົກລະດັບການອໍານວຍຄວາມສະດວກຕໍ່ຜູ້ໃຊ້ບໍລິການເລີ່ມພາຍໃນເດືອນມີນາ 2024 ນີ້.
ອີງຕາມແຫຼ່ງຂໍ້ມູນຈາກ ບໍລິສັດ ລົດໄຟລາວ-ຈີນ ຈໍາກັດ ເຜີຍໃຫ້ຮູ້ວ່າ: ທາງບໍລິສັດໄດ້ມີການຕັດສິນໃຈປັບຕາຕະລາງການແລ່ນລົດໄຟໃໝ່ ພ້ອມທັງເພີ່ມຈຸດຈອດສະຖານີເມືອງໄຊ ແລະ ສະຖານີຢູ້ຊີ ສຳລັບລົດໄຟສາກົນຖ້ຽວ C88/7 ແລະ ເພີ່ມຈຸດຈອດສະຖານີໂພນໂຮງສໍາລັບຖ້ຽວ C84 ເພີື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານໄດ້ດີຍິ່ງຂຶ້ນ.


ຕາຕະລາງການແລ່ນລົດດັ່ງກ່າວ ແມ່ນເລີ່ມປະຕິບັດນັບແຕ່ວັນທີ 10 ມີນາ 2024 ເປັນຕົ້ນໄປ, ໂດຍບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈະເພີ່ມຈຸດຈອດສະຖານີ 2 ຈຸດສຳລັບລົດໄຟສາກົນຖ້ຽວ C88/7 ຄື: ສະຖານີເມືອງໄຊ (ເບື້ອງລາວ) ແລະ ສະຖານີຢູ້ຊີ (ເບື້ອງຈີນ).
ສໍາລັບເບື້ອງລາວປັດຈຸບັນປະກອບມີ 5 ສະຖານີຄື: ສະຖານີນະຄອນຫຼວງວຽງຈັນ, ສະຖານີວັງວຽງ, ສະຖານີຫຼວງພະບາງ, ສະຖານີບໍ່ເຕ່ນ ແລະ ໄດ້ເພີ່ມຂຶ້ນມາຄືສະຖານີເມືອງໄຊ ເຊິ່ງໄດ້ເປັນການອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທັງພາຍໃນ ແລະ ຜູ້ໂດຍສານສາກົນ ທີ່ຈະເດີນທາງໄປຍັງ 2 ສະຖານີດັ່ງກ່າວເພື່ອເຮັດວຽກງານ, ທ່ອງທ່ຽວ, ສຶກສາ, ດໍາເນີນທຸລະກິດ ແລະ ອື່ນໆ.

ນອກນີ້, ຍັງໄດ້ເພີ່ມຈຸດຈອດສະຖານີໂພນໂຮງສໍາລັບຂະບວນລົດໄຟຖ້ຽວ C84 ແລະ ປັບເວລາເດີນທາງຂອງຖ້ຽວ C85,C92,C84,K12 ແລະ K11 ໃນບາງສະຖານີອີກດ້ວຍ ເພື່ອອໍານວຍຄວາມສະດວກໃນການເດີນທາງຂອງປະຊາຊົນໃຫ້ດີຍິ່ງຂຶ້ນ.
ແນວໃດກໍຕາມ ການປ່ຽນແປງຍົກລະດັບການບໍລິການຂອງບໍລິສັດທາງ ລົດໄຟລາວ-ຈີນ ຈຳກັດ ແມ່ນມີຂຶ້ນແບບຕໍ່ເນື່ອງ ເຊິ່ງກ່ອນໜ້ານີ້ ເລີ່ມວັນທີ 1 ມີນາ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເພີ່ມຖ້ຽວລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ໃນທຸກໆວັນສຸກ ເສົາ-ອາທິດ ຮອງຮັບນັກທ່ອງທ່ຽວກໍຄືຜູ້ໃຊ້ບໍລິການທີ່ນັບມື້ຫຼາຍ.


ໃນເດືອນມັງກອນ ບໍລິສັດລົດໄຟລາວ-ຈີນ ກໍໄດ້ມີການເພີ່ມຖ້ຽວໂດຍລະບຸເຫດຜົນວ່າ: ຄຳນຶງເຖິງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ, ເພື່ອໃຫ້ມີລົດໄຟໃຊ້ພຽງພໍສຳລັບງານມະຫາກຳທ່ອງທ່ຽວອາຊຽນ ແລະ ເທດສະການທີ່ສຳຄັນອື່ນໆຂອງຊາດ ຮອງຮັບຜູ້ໂດຍສານທັງພາຍໃນ-ຕ່າງປະເທດໃນປີທ່ອງທ່ຽວລາວ 2024 ນີ້, ຈິ່ງໄດ້ເປີດໃຫ້ບໍລິການລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໄປ-ກັບ 1 ຄູ່, ເລີ່ມດຳເນີນການແຕ່ວັນທີ 22 ມັງກອນ 2024.
ປັດຈຸບັນການບໍລິການຂອງບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດແມ່ນບໍ່ຕໍ່າກວ່າ 10 ກວ່າຖ້ຽວຕໍ່ມື້ ອັນບົ່ງບອກເຖິງຄວາມຕ້ອງການຂອງຜູ້ຊົມໃຊ້ນັບມື້ນັບຫຼາຍ.