ອົງການອາຫານໂລກ ສປຊ ຮຽກຮ້ອງໃຫ້ອິດສະຣາແອນ ເປີດຈຸດຜ່ານແດນທາງບົກຢູ່ເຂດກາຊາ

43

ການປິດລ້ອມຢ່າງຕໍ່ເນື່ອງຂອງອິດສະຣາແອນຕໍ່ເຂດກາຊາຂອງປາແລັດສະຕິນ ເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍຢູ່ເຂດກາຊາປະສົບຄວາມອຶດຫິວ.

ຂ່າວຊີອາໄອ ລາຍງານວ່າ: ວັນທີ 6 ມີນານີ້ ພາກສ່ວນສາທາລະນະສຸກເຂດກາຊາປາແລັດສະຕິນໄດ້ອອກຖະແຫຼງການວ່າ: ພາກເໜືອເຂດກາຊາຂາດແຄນເຄື່ອງຊ່ວຍເຫຼືອ, ໃນຫຼາຍມື້ຜ່ານມາ, ມີຜູ້ເສຍຊີວິດ ຢ່າງໜ້ອຍ 20 ຄົນຍ້ອນສູນເສຍນ້ຳ ແລະ ຂາດໂພຊະນາການ.

ວັນທີ 6 ມີນານີ້, ອົງການອາຫານໂລກ ຫຼື WFP ຂອງອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ອິດສະຣາແອນເປີດຈຸດຜ່ານແດນທາງບົກຢູ່ເຂດກາຊາ, ເຮັດໃຫ້ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳສາມາດເຂົ້າສູ່ເຂດກາຊາໄດ້ຢ່າງສະດວກ, ເພື່ອຜ່ອນຄາຍວິກິດການມະນຸດສະທຳທີ່ໜັກໜ່ວງ.

ຫົວໜ້າວຽກງານສຸກເສີນຂອງ WFP ອົງການສປຊກ່າວວ່າ: WFP ສາມາດສະໜອງອາຫານພຽງພໍໃຫ້ແກ່ປະຊາຊົນທັງໝົດຢູ່ເຂດກາຊາ, ແຕ່ລົດຂົນສົ່ງອາຫານຖືກກອງທັບອິດສະຣາແອນກັກໄວ້ ແລະ ບໍ່ສາມາດເຂົ້າສູ່ເຂດກາຊາໄດ້.