ລາຄານໍ້າມັນດິບປັບຂຶ້ນ

41

ລາຄານໍ້າມັນດິບ ເວັດເທັກຊັດ ຫລື WTI ປັບຂຶ້ນ98 ເຊັນ ຫຼັງສະຫະລັດອາເມຣິກາ ເປີດເຜີຍຄັງນໍ້າມັນດິບເພີ່ມຂຶ້ນໜ້ອຍກວ່າທີ່ຄາດການໄວ້.ສ່ວນຄັງນໍ້າມັນແອັດຊັງແລະນໍ້າມັນກັ່ນຫຼຸດລົງກວ່າຄາດ ເຊິ່ງບົງຊີ້ວ່າອຸປະສົງເພີ່ມຂຶ້ນໃນຕະຫຼາດ.

อาจเป็นรูปภาพของ ข้อความ

ລາຄານໍ້າມັນດິບ WTI ສົ່ງມອບເດືອນເມສາ ປິດຕະຫຼາດວັນພຸດທີ 6 ມີນາ ປັບຂຶ້ນ98 ເຊັນປິດທີ່ 79,13ໂດລາຕໍ່ບາເຣລ, ສ່ວນນໍ້າມັນດິບເບຣນ ງວດສົ່ງມອບເດືອນພຶດສະພາ ເພີ່ມຂຶ້ນ 92 ເຊັນປິດທີ່ 82,96 ໂດລຕໍ່ບາເຣລ.

ສຳນັກງານພະລັງງານຂອງສະຫະລັດອາເມຣິກາ ຫລື EIA ເປີດເຜີຍວ່າ ຄັງນໍ້າມັນດິບຂອງສະຫະລັດເພີ່ມຂຶ້ນພຽງ 1,3 ລ້ານບາເຣລໃນອາທິດຜ່ານມາ ຂະນະທີ່ນັກວິເຄາະຄາດການເພີ່ມຂຶ້ນ2,4ລ້ານບາເຣລ.

ສ່ວນຄັງນໍ້າມັນແອັດຊັງ ຫຼຸດລົງ4,4ລ້ານບາເຣລໃນອາທິດຜ່ານມາ ກົງກັນຂ້າມກັບນັກວິເຄາະທີ່ຄາດວ່າຈະຫຼຸດລົງ1,6ລ້ານບາເຣລ.

ລາຄານໍ້າມັນຍັງໄດ້ປັດໄຈໜູນຈາກຄຳຖະແຫຼງຂອງທ່ານ ເຈີໂຣມ ພາວເວລ ປະທານເຟດ ເຊິ່ງສົງສັນຍານວ່າເຟດ ຈະປັບຫຼຸດອັດຕາດອກເບ້ຍໃນປີນີ້ ລວມເຖິງລາຍງານວ່າກຸ່ມປະເທດຜູ້ສົ່ງອອກນໍ້າມັນ(ໂອເປັກ) ແລະ ຊາດພັນທະມິດ ຫລື ໂອເປັກບວກ ມີມະຕິຂະຫຍາຍການປັບຫຼຸດກຳລັງການຜະລິດລົງໂດຍສະໝັກໃຈໄປຈົນເຖິງໄຕມາດ2 ປີນີ້ ເພື່ອປະຄອງລາຄານໍ້າມັນໃນຕະຫຼາດໂລກ.