ສຕລ ແຕ່ງຕັ້ງ ທ່ານ ຈັນທະວົງ ສິລິມະໂນທຳ ເປັນຮັກສາການເລຂາທິການ

762

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ແຕ່ງຕັ້ງ ທ່ານ ຈັນທະວົງ ສິລິມະໂນທຳ ເປັນຮັກສາການເລຂາທິການ ໂດຍເຮັດໜ້າທີ່ຮັກສາການແທນທ່ານ ນາງ ກັນຍາ ແກ້ວມະນີ ທີ່ຫຼ້າສຸດແມ່ນຖືກເລືອກໃຫ້ເປັນຮອງປະທານສະຫະພັນບານເຕະແຫ່ງຊາດລາວ ເມື່ອເດືອນກຸມພາ 2024 ທີ່ຜ່ານມາ.

ກອງປະຊຸມໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 ໄດ້ຈັດຂຶ້ນໃນທ້າຍເດືອນ ກຸມພາ ທີ່ຜ່ານມາ ສະມາຊິກ ສຕລ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສຕລຊຸດໃໝ່ ທີ່ມີວາລະ 4 ປີ (2024-2028). ໃນນັ້ນ, ທ່ານ ວີເພັດ ສີຫາຈັກຣ ຖືກເລືອກໃຫ້ເປັນປະທານ ສຕລ ອີກຄັ້ງໃໝ່ ແລະ ປະກອບມີຮອງປະທານ 4 ທ່ານຄື ທ່ານ ປະສາດໄຊ ພິລາພັນເດດ, ທ່ານ ຄໍາໄພ ປະເສີດ, ທ່ານ ຄໍາແພງ ວົງຂັນຕີ ແລະ ທ່ານ ນາງ ກັນຍາ ແກ້ວມະນີ (ຜູ້ໃໝ່) ແລະ ກໍາມະການ ໃນຄະນະບໍລິຫານງານ ສຕລ ປະກອບມີ 6 ທ່ານຄື: ທ່ານ ດຣ.ໄຊຊະນະ ທອງຄໍາຈັນ, ທ່ານ ປອ. ບຸນຍູ້ ສີສານ, ທ່ານ ນາງ ພູໄຊ ແພງພົງ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ, ທ່ານ ແກ້ວລັດຕະນະ ສີຫາວົງ (ຜູ້ໃໝ່)ແລະ ທ່ານ ຄໍລະເດດ ພອນພະຈັນ(ຜູ້ໃໝ່).

ຫຼ້າສຸດ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ແຕ່ງຕັ້ງ ທ່ານ ຈັນທະວົງ ສິລິມະໂນທຳ ຂຶ້ນເປັນຮັກສາເລຂາທິການ ສະຫະພັນບານເຕະແຫ່ງຊາດ ແທນທ່ານ ນາງ ກັນຍາ ແກ້ວມະນີ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ.

ທ່ານ ຈັນທະວົງ ສີລິມະໂນທຳ ກ່າວວ່າ: ຮູ້ສຶກເປັນກຽດ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ເປີດໃຫ້ໂອກາດໃຫ້ຕົນເອງໄດ້ຮັບຕຳແຫນ່ງດັ່ງກ່າວ ຕະຫຼອດໄລຍະເວລາ 8 ປີຜ່ານມາ ສຕລ ໄດ້ມອບໂອກາດໃຫ້ຕົນໄດ້ຮຽນຮູ້, ເສີມສ້າງທັກສະຄວາມສາມາດ ແລະ ລົງປະຕິບັດຕົວຈິງໃນຫຼາຍວຽກງານປິ່ນອ້ອມ ຂອງ ສຕລ. ທ່ານ ຈັນທະວົງ ພ້ອມທີ່ຈະນໍາເອົາຄວາມຮູ້ໃນການຮຽນ ແລະ ຜ່ານການປະຕິບັດຕົວຈິງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອປະຕິບັດໜ້າທີ່ອັນຍິ່ງໃຫຍ່ນີ້ ຢ່າງສຸດຄວາມສາມາດ ແລະ ພ້ອມຈະເຮັດວຽກຢ່າງມີຄວາມຮັບຜິດຊອບ ຕາມການມອບໝາຍຈາກຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວຊຸດໃໝ່ ໃຫ້ປະສົບຜົນສຳເລັດຕາມແຜນການທີ່ວາງໄວ້.

ສໍາລັບ ທ່ານ ຈັນທະວົງ ສິລິມະໂນທຳ ໃນການກ້າວເຂົ້າມາສູ່ວົງການບານເຕະ ແລະ ເຮັດວຽກຢູ່ ສຕລ ມີດັ່ງນີ້:
ປີ 2016: ເລີ້ມເຂົ້າເຮັດວຽກຢູ່ທີ່ ສະຫະພັນບານເຕະແຫ່ງຊາດລາວ, ເປັນຜູ້ຊ່ວຍ ຜູ້ບໍລິຫານ ລາວພຣີເມຍລີກ
ປີ 2017: ເປັນຜູ້ຈັດການ ອອກໃບອະນຸຍາດສະໂມສອນ (Club Licensing)
ປິ 2017 – 2023 ເປັນຜູ້ຈັດການລະບົບໂອນຍ້າຍນັກກິລາຕ່າງປະເທດ (FIFA TMS)
ປີ 2018 – 2023 ເປັນຜູ້ຊ່ວຍເລຂາທິການ
ປີ 2020 – 2022 ເປັນຫົວໜ້າຝ່າຍພົວພັນສາກົນ
ປິ 2022 – 2024 ເປັນຮອງເລຂາທິການ
ປີ 2023 – 2027 ເປັນສະມາຊິກ AFC ASSOCIATIONS COMMITTEE.
ປິ 2024: ຮັບໜ້າທີ່ເປັນຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ.
ທີ່ມາ: ສຕລ