ັນັບຖອຍຫຼັງອີກ 3 ມື້ເທົ່ານັ້ນ ພົບກັບປີທ່ອງທ່ຽວລາວທີ່ສະຫວັນນະເຂດ

26

9 ມີນານີ້ແລ້ວທີ່ຈະເປີດປີທ່ອງທ່ຽວລາວທີ່ແຂວງສະຫວັນນະເຂດ ຊຶ່ງທາງແຂວງໄດ້ກະກຽມຫຼາຍກິດຈະກຳ ເພື່ອກຽມຕ້ອນຮັບແຂກບ້ານແຂກເມືອງ ໂດຍສະເພາະແມ່ນກິດຈະກຳຢ້ອນຍຸກທີ່ອາດຈະມີພຽງຢູ່ແຂວງນີ້ເທົ່ານັ້ນ.

May be an image of text
ທ່ານ ຄຳສິດ ພົມມະຈັນ ຫົວໜ້າອານຸກຳມະການສິລະປະວັນນະຄະດີ ແລະ ກ້ອນກໍາລັງການສະແດງໃນງານເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານສະຫວັນສຸກສັນຫັນສາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ເມື່ອບໍ່ດົນມານີ້ວ່າ: ການຊ້ອມໃຫຍ່ຄວາມກຽມພ້ອມເປີດປີທ່ອງທ່ຽວລາວ ແຂວງສະຫວັນນະເຂດ ຈະໄດ້ຈັດຂຶ້ນໃນວັນທີ 9 ມີນາທີ່ຈະມາເຖິງນີ້, ການສະແດງຕ່າງໆແມ່ນມີມວນຊົນຈາກທາງແຂວງ ແລະ 14 ເມືອງ 1 ນະຄອນທີ່ຈະໄດ້ເຂົ້າຮ່ວມໃນຂະບວນກ້ອນກໍາລັງການສະແດງ.

May be an image of 1 person

ຊຶ່ງຈະເລີ້ມຈາກງານແຫ່ໂລໂກ້ປີທ່ອງທ່ຽວລາວ 2024 ລະດັບຊາດ, ໂລໂກ້ປີທ່ອງທ່ຽວຂອງແຂວງ, ແຫ່ຄຳຂວັນຂອງແຂວງ – ແຫ່ຄໍາຂວັນໂຄງການທ່ອງທ່ຽວຂອງແຂວງ ຕາມມາດ້ວຍຂະບວນແຫ່ອົງພະທາດອີງຮັງຈຳລອງ ຕິດຕາມດ້ວຍສິລະປະພື້ນບ້ານ, ຂະບວນຜູ້ຊົງຄຸນວຸດທິ ແລະ ພະແນກການ, ກ້ອນຂະບວນເປົ່າແຄນ, ຕົບກອງ, ກະຈັບປີ່ ສີຊໍ ແລະ ສະແດງຈໍາລອງຫຸ່ນປະລັດຕື້, ຂະບວນນາງສາວ 9 ເຜົ່າຂອງແຂວງ, ຂະບວນຈາກພາກສ່ວນທະນາຄານພາຍໃນແຂວງນຳໜ້າໂດຍການໃສ່ຊຸດຫຸ່ນໃດໂນເສົາ 4 ໂຕ.

May be an image of 4 people, windmill, street, road and text

ຈາກນັ້ນກໍ່ມີກ້ອນຂະບວນສະພາການຄ້າ – ອຸດສາຫະກໍາ ແລະ ພາບຈໍາລອງຮູບແຕ້ມຝາຜະໜັງ, ກ້ອນຂະບວນລົດແຫ່ບັນຈຸຜະລິດຕະພັນ ແລະ ການສາທິດການຜະລິດທາງດ້ານອຸດສາຫະກຳ – ການຄ້າ, ກ້ອນຂະບວນແຫ່ຜະລິດຕະພັນດ້ານກະສິກຳ, ກ້ອນຂະບວນຈາກສະມາຄົມຫວຽດນາມ, ກ້ອນຂະບວນຈາກສະມາຄົມຈີນ, ກ້ອນຂະບວນຈາກຄາລະວານລົດຖີບ.

(ຂ່າວ: ສະຫວັນ)