ຊາວບ້ານນາກຸດຈານຜັດປ່ຽນກັນໄປເຮັດທາງໃຫ້ໂຕເອງ ມື້ລະ 30-40 ຄົນ

81

ໃນໄລຍະທ້າຍເດືອນ ກຸມພາ 2024 ນີ້ ອຳນາດການປົກຄອງ ພ້ອມດ້ວຍພໍ່, ແມ່ປະຊາຊົນຊາວບ້ານນາກຸດຈານ ເມືອງອາດສະພອນ ໄດ້ສາມັກຄີກັນກໍ່ສ້າງທາງເບຕົງເຂົ້າບ້ານຂອງຕົນ ໄລຍະທີໜຶ່ງ ເຊິ່ງເລີ່ມແຕ່ຈຸດ ທາງແຈວັດ ເຂົ້າໄປຜ່ານໃຈກາງບ້ານ ຄວາມຍາວ 200ກວ່າແມັດ, ກວ້າງ 4ແມັດ, ຄວາມໜາ 15 ຊັງຕີແມັດ ໂດຍໄດ້ການປະກອບສ່ວນຈາກ ພະອາຈານ ອຸດສາ ແພງພະຈັນ ເຈົ້າຄະນະ ອພສ ເມືອງອາດສະພອນ ເຈົ້າອະທິການວັດ ເຖົາວັນນະຣາມ ບ້ານນາກຸດຈານ ມູນຄ່າ 50ລ້ານກີບ, ສົມທົບກັບທຶນຮອນຂອງພໍ່ແມ່ປະຊາຊົນຊາວບ້ານ ແລະກອງທຶນລວມຂອງບ້ານ, ຈາກການປະກອບສ່ວນຊ່ວຍເຫຼືອຈາກນັກທຸລະກິດຜູ້ປະກອບການ ແລະພາກສ່ວນຕ່າງໆຈາກສັງຄົມ ຄາດຄະເນໃນໄລຍະທຳອິດແມ່ນໃຊ້ງົບປະມານ 100 ກວ່າລ້ານກີບ.

May be an image of 10 people

ໄລຍະທີສອງ ແມ່ນຈະເລີ່ມຈາກສີ່ແຍກທາງຫຼວງເຂົ້າຫາຈຸດແຈວັດໃນໄລຍະ200ກວ່າແມັດ ຕາມທ່າແຮງຂອງທຶນຮອນທີ່ບ້ານມີ, ເຊິ່ງນາຍບ້ານນາກຸດຈານ ຍັງໄດ້ລາຍງານໃຫ້ຮູ້ວ່າ: ຄວາມສາມັກຄີຂອງອົງການປົກຄອງບ້ານ ແລະພໍ່ແມ່ປະຊາຊົນຊາວບ້ານ ຮ່ວມກັນສ້າງສາພັດທະນາບ້ານໃນຄັ້ງນີ້ ແມ່ນໄດ້ຕົກລົງເຫັນດີເປັນເອກະພາບກັນໃນການສ້າງສາພັດທະນາບ້ານຂອງຕົນໃຫ້ມີການພັດທະນາ ແລະມີໃບໜ້າອັນໃໝ່ຄືກັບບ້ານອື່ນໆ ໂດຍສະເພາະແມ່ນການສ້າງພື້ນຖານໂຄງລ່າງດ້ານຖະໜົນຫົນທາງພາຍໃນບ້ານໃຫ້ມີຄວາມສະດວກສະບາຍ ແລະມີຄວາມຮັບປະກັນດ້ານຄຸນນະພາບ.

May be an image of 10 people

ຈຳນວນແຮງງານທີ່ປະກອບສ່ວນເຂົ້າໃນການກໍ່ສ້າງແມ່ນແຮງງານຂອງພໍ່ແມ່ປະຊາຊົນລູກຫຼານພາຍໃນບ້ານນາກຸດຈານທັງໝົດ ໄດ້ຜັດປ່ຽນກັນເຮັດໃນແຕ່ລະວັນ, ວັນໜຶ່ງປະມານ 30-40ຄົນ, ນັ້ນກໍ່ເພື່ອເປັນການແບ່ງປັນເວລາໃຫ້ໄດ້ຊຸກຍູ້ເສດຖະກິດຄອບຄົວ ແລະເຮັດວຽກພັດທະນາລວມຂອງບ້ານໄປຄຽງຄູ່ກັນ, ສ່ວນການກໍ່ສ້າງເສັ້ນທາງໃນຄັ້ງນີ້ແມ່ນ ຍັງໄດ້ປຸກລະດົມນຳ້ໃຈການປະກອບສ່ວນທາງດ້ານທຶນຮອນມາຍັງພີ່ນ້ອງລູກຫຼານທີ່ມີລາຍຮັບ ທີ່ອາໄສຢູ່ທັງພາຍໃນ ແລະຕ່າງເມືອງ, ຕ່າງແຂວງຕື່ມອີກ.

May be an image of 7 people

ຂອບໃຈຂ່າວ: ຫ້ອງການ ຖວທ ເມືອງອາດສະພອນ.