ສຕລ ວາງແຜນສົ່ງ ທີມຊາດລາວ ເຂົ້າຮ່ວມ 6 ລາຍການ ປະຈໍາປີ 2024

127

ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ລາຍງານແຜນການເຄື່ອນໄຫວປະຈໍາປີ 2024 ຂອງທີມຊາດລາວ ໃນກອງປະຊຸມສະໄໝສາມັນຂອງສະຫະພັນບານເຕະແຫ່ງຊາດ ເມື່ອທ້າຍປີ 2023 ວ່າ: ແຜນການເຄື່ອນໄຫວຂອງທີມຊາດລາວ ປະຈໍາປີ 2024 ມີດັ່ງນີ້:
1.ເຂົ້າຮ່ວມການແຂ່ງຂັນບານຊີງແຊັມອາຊີປະເພດຊາຍ 2027 ຮອບຄັດເລືອກລາຍການ AFC Asian Cup Saudi Arabia 2027 Qualifiers ( Playoff )
2.ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີປະເພດຊາຍ 2025 ( AFC U20 Asian Cup 2025 Qualifiers ) ຮອບຄັດເລືອກ ລະຫວ່າງວັນທີ 21-29 ກັນຍາ 2024.
3.ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີປະເພດຊາຍ 2025 ( AFC U17 Asian Cup 2025 Qualifiers ) ຮອບຄັດເລືອກ ລະຫວ່າງວັນທີ 19-29 ຕຸລາ 2024.

4.ເຂົ້າຮ່ວມ ການແຂງ່ຂັນບານເຕະຊີງແຊັມອາຊຽນ ລາຍການ AFF Mitsudishi Electric ລະຫວ່າງວັນທີ 12 ພະຈິກ – 21 ທັນວາ 2024.
5.ເຂົ້າຮ່ວມການແຂ່ຂງັນບານເຕະຊີງແຊັມອາຊຽນ ປະເພດຊາຍຮຸ່ນອາຍຸບໍ່ເກີນ 19 ປີ ( AFF U19 CHAMPIONSHIP ) ລະຫວ່າງວັນທີ 20 ມິຖຸນາ – 3 ກໍລະກົດ 2024 ທີ່ປະເທດອິນໂດເນເຊຍ.
6.ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊຽນ ປະເພດຊາຍຮຸ່ນອາຍຸບໍ່ເກີນ 16 ປີ ( AFF U16 CHAMPIONSHIP ) ລະຫວ່າງວັນທີ 17-29 ມິຖຸນາ 2024 ທີ່ປະເທດອິນໂດເນເຊຍ.
ຂ່າວ-ຮູບ: Larh Creators