ສປຊ ຮຽກຮ້ອງປະຕິຮູບລະບົບການເງິນສາກົນ

41

ທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ ລະບົບການເງິນທົ່ວໂລກ ບໍ່ສາມາດສະໜອງແຫຼ່ງການເງິນຍາວນານທີ່ເໝາະສົມໃຫ້ແກ່ບັນດາປະເທດມີຄວາມຕ້ອງການ.

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມລາຍງານວ່າ:  ວັນທີ 2 ມີນາ, ທ່ານ ອັນໂຕນິໂອ ກູເຕີເຣສ  ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງປະຕິຮູບລະບົບການເງິນສາກົນ ເພື່ອໜູນຊ່ວຍບັນດາປະເທດພວມພັດທະນາ ແລະ ບັນລຸໄດ້ “ຄວາມຍຸຕິທຳກ່ຽວກັບດ້ານດິນຟ້າອາກາດ”.

ທ່ານເລຂາທິການໃຫຍ່ ສປຊ ກ່າວຕໍ່ພິທີໄຂກອງປະຊຸມສຸດຍອດຄັ້ງທີ VIII ຂອງປະຊາຄົມບັນດາປະເທດ ອາເມລິກາ ລາຕິນ ແລະ ກາຣີເບ (CELAC) ທີ່ຈັດຂຶ້ນຢູ່ Saint Vincent & Grenadine ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າມາຈາກກວ່າ 30 ປະເທດສະມາຊິກວ່າ: ລະບົບການເງິນທົ່ວໂລກ ບໍ່ສາມາດສະໜອງແຫຼ່ງການເງິນຍາວນານທີ່ເໝາະສົມໃຫ້ແກ່ບັນດາປະເທດມີຄວາມຕ້ອງການ.

ກ່ຽວຂ້ອງເຖິງບັນຫາການປ່ຽນແປງຂອງດິນຟ້າອາກາດ, ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງ “ສາມັກຄີ ເພື່ອປະເຊີນໜ້າກັບສະພາວະສຸກເສີນກ່ຽວກັບດິນຟ້າອາກາດ, ໄພນາບຂູ່ເຖິງການຄົງຕົວຂອງບັນດາປະເທດນ້ອຍພວມພັດທະນາ”. ທ່ານອັນໂຕນິໂອ ກູເຕີເຣສ   ສະເໜີໃຫ້ທຸກໆປະເທດພວມພັດທະນາໃຫ້ຄຳໝັ້ນສັນຍາປະຕິບັດບັນດາການປະກອບສ່ວນໃໝ່ລະດັບຊາດໃນປີ 2025, ເໝາະສົມກັບການສະກັດກັ້ນລະດັບການເພີ່ມຂຶ້ນຂອງອຸນຫະພູມໜ່ວຍໂລກໃນລະດັບ 1,5 ອົງສາເຊ.

ທ່ານເລຂາທິການໃຫຍ່ ສປຊ ຍັງຮຽກຮ້ອງເພີ່ມຈຳນວນເງິນທົບສອງເທົ່າຂຶ້ນຢ່າງໜ້ອຍສຸດແມ່ນ 40 ຕື້ໂດລາສະຫະລັດ ຕໍ່ປີປີ 2025 ເພື່ອຮັບປະກັນ ຄວາມຍຸຕິທຳກ່ຽວກັບດິນຟ້າອາກາດ.