ວອນທະບິງ ກວາດແຊັມ 2 ຮຸ່ນບານເຕະ ວຽງຈັນ ເອັຟທີ ຄັບ 2024, ອີກ 1 ຮຸ່ນເປັນຂອງ ຕາລັນຕາ

123

ວອນທະບິງ ສະໂມສອນບານເຕະເຍົາວະຊົນຈາກແຂວງຫຼວງພະບາງ ສ້າງຜົນງານຢ່າງໂດດເດັ່ນສາມາດກວາດແຊັມໄດ້ 2 ຮຸ່ນຄື: ຮຸ່ນອາຍຸບໍ່ເກີນ 11 ປີ ແລະ 13 ປີ ໃນການແຂ່ງຂັນບານເຕະຊີງຂັນປະທານສະໂມສອນ ວຽງຈັນ ເອັຟທີ ຫຼື ລາຍການ ວຽງຈັນ ເອັຟທີ ຄັບ 2024 ລະຫວ່າງວັນທີ 2-3 ມີນາ 2024.

ການແຂ່ງຂັນບານເຕະດັ່ງກ່າວມີການແຂ່ງຂັນ 3 ຮຸ່ນຄື:
-ຮຸ່ນອາຍຸ 11 ປີມີ 8 ທີມເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມ ຄື ກຸ່ມ ເອ ມາສດ້າ ທີມ ເອ, ວອນທະບິງ ຈາກແຂວງຫຼວງພະບາງ, ສີສັດຕະນາກ ແລະ ເດັກພວນ ຈາກແຂວງຊຽງຂວາງ, ສ່ວນ ກຸ່ມ ບີ ມາສດ້າ ທີມບີ, ວຽງຈັນ ເອັຟທີ, ສະປີດ ເອັຟຊີ ແລະ ພີເອັມທີ.
ປາກົດວ່າ: ວອນທະບິງ ສາມາດຜ່ານເຂົ້າຮອບຊີງຊະນະເລີດເອົາຊະນະ ສະປີດ 1-0 ຄວ້າແຊັມໄປຄອງ, ສ່ວນຄູ່ຊີງອັນດັບ 3 PMT ເອົາຊະນະ ມາສດ້າ 2-1.

-ຮຸ່ນອາຍຸ 13 ປີ ມີ 8 ທີມ ເຂົ້າຮ່ວມ ປະກອບມີ ກຸ່ມ ເອ ວຽງຈັນ ເອັຟທີ ທີມ ເອ, ປາກຊັນ, ພີເອັມທີ ແລະ ເດັກພວນ ເອັຟຊີ, ສ່ວນ ກຸ່ມ ບີ ວຽງຈັນ ເອັຟທີ ທີມ ບີ, ມາສດ້າ, ວອນທະບິງ ຫຼວງພະບາງ ແລະ ສີສັດຕະນາກ.
ປາກົດວ່າ: ວອນທະບິງ ເອົາຊະນະ ວຽງຈັນ ເອັຟທີ B ໄປ 6-0 ໃນຮອບຊີງຊະນະເລີດຄວ້າແຊັມໄປຄອງ, ສ່ວນຄູ່ຊີງອັນດັບ 3 ປາກຊັນ ເອົາຊະນະ ວຽງຈັນ ເອັຟທີ A ໄປ 3-0.

-ຮຸ່ນອາຍຸ 15 ປີ ມີ 8 ທີມເຊັ່ນກັນ ກຸ່ມ ເອ ມາສດ້າ ທີມ ເອ, ກອງທັບ, ວຽງຈັນ ເອັຟທີ ແລະ ຕາລັນ ເອັຟຊີ, ສ່ວນ ກຸ່ມ ບີ ມີ ມາສດ້າ ທີມ ບີ, ພິເອັມທີ, ນິນຈາ ແລະ ປາກຊັນ ເອັຟຊີ.
ປາກົດວ່າ: ຕາລັນຕາ ສາມາດເອົາຊະນະ ນິນຈາກ 2-1 ໃນການດວນຈຸດໂທດຄວ້າແຊັມໄປຄອງ, ສ່ວນຄູ່ຊີງອັນດັບ 3 ວຽງຈັນ ເອັຟທີ ເອົາຊະນະ ມາສດ້າ B ໄປ 2-0.

ສໍາລັບເງິນລາງວັນໃນແຕ່ລະຮຸ່ນມີດັ່ງນີ້:
– ລາງວັນທີ 1 ທັງ 3 ຮຸ່ນ ຮັບຂັນລາງວັນ ພ້ອມຫຼຽນ 18 ຫຼຽນ ແລະ ເງິນ ທີມລະ 1,500,000 ກີບ
– ລາງວັນທີ 2 ຮັບຂັນລາງວັນ ພ້ອມຫຼຽນ 18 ຫຼຽນ.ແລະ ເງິນ ທີມລະ 1.000.000 ກີບ
– ລາງວັນທີ 3 ຮັບຂັນລາງວັນ ພ້ອມຫຼຽນ 18 ຫຼຽນ ແລະ ເງິນ ທີມລະ 500.000 ກີບ
– ລາງວັນທີ 4 ຮັບຫຼຽນ 18 ຫຼຽນ ແລະ ເງິນສົດທີມລະ 200.000 ກີບ
ຮູບ-ຂ່າວ: Larh Creators