ເງິນເຟີ້ເດືອນກຸມພາເພີ່ມຂຶ້ນ 10% ຈາກເດືອນມັງກອນ ເປົ້າໝາຍໜຶ່ງຕົວເລກພວກເຮົາຕ້ອງຊ່ວຍກັນ

82

ເປັນບັນຫາທີ່ບໍ່ຢາກໃຫ້ເກີດເລີຍສຳລັບອັດຕາເງິນເຟີ້ ເນື່ອງຈາກກະທົບຕໍ່ການດຳລົງຊີວິກໍ່ຄືເງິນທີ່ຫາໄດ້ ແລະລາຍຈ່າຍທີ່ຕ້ອງແບກຫາບໃນແຕ່ລະເດືອນ ໂດຍເດືອນກຸມພາ 2024 ເພີ່ມຂຶ້ນ 25,4% ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງແມ່ນໝວດຮ້ານອາຫານ – ໂຮງແຮມ ແລະ ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ. ສ່ວນການປ່ຽນແປງຂອງລາຄາສິນຄ້າເດືອນຕໍ່ເດືອນ ຍັງສືບຕໍ່ເພີ່ມຂຶ້ນສູງກວ່າເດືອນຜ່ານມາ ເຊິ່ງເພີ່ມຂຶ້ນ 2,1%.

No photo description available.
ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນກຸມພາ 2024 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ເດືອນກຸມພາ 2024 ແມ່ນສືບຕໍ່ເໜັງຕີງເພີ່ມຂຶ້ນຢູ່ໃນລະດັບ 25,4% ( ເດືອນມັງກອນ 2024 ຢູ່ໃນລະດັບ 24,4% ). ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງແມ່ນໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 35,1%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 35,1%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 32,5%, ໝວດສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 25,5%, ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 22,6%.

No photo description available.
ເມື່ອສັງເກດການປ່ຽນແປງຂອງລາຄາສິນຄ້າເດືອນຕໍ່ເດືອນ ເຫັນວ່າຍັງສືບຕໍ່ເພີ່ມຂຶ້ນສູງກວ່າເດືອນຜ່ານມາ ເຊິ່ງເພີ່ມຂຶ້ນ 2,1%. ໃນນີ້, ໝວດສິນຄ້າທີ່ມີການປ່ຽນແປງຫຼາຍກວ່າໝູ່ແມ່ນ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 3,1% ພົ້ນເດັ່ນແມ່ນຄ່າເຊົ່າຫ້ອງ ເພີ່ມຂຶ້ນ 4,2%, ຊີມັງ ເພີ່ມຂຶ້ນ 5%, ໄມ້ແປຮູບ ເພີ່ມຂຶ້ນ 4,8%, ຫີນແຮ່ ແລະ ຊາຍ ເພີ່ມຂຶ້ນ 2,6%; ຮອງລົງມາແມ່ນໝວດ ເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 2,8% ພົ້ນເດັ່ນແມ່ນລາຄາເຫຼົ້າ ເພີ່ມຂຶ້ນ 1,7%, ວາຍ ເພີ່ມຂຶ້ນ 3,6%, ເບຍ ເພີ່ມຂຶ້ນ 1,5%.

May be a graphic of text
ສ່ວນໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 2,5%; ໃນນັ້ນ ພົ້ນເດັ່ນແມ່ນໂສ້ງຢີນ ເພີ່ມຂຶ້ນ 4,5%, ເສື້ອຢືດ ເພີ່ມຂຶ້ນ 4,4%, ເສື້ອເຊີດ ເພີ່ມຂຶ້ນ 2,5%; ໝວດບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 2,3%. ໃນນັ້ນພົ້ນເດັ່ນແມ່ນໂທລະທັດ ເພີ່ມຂຶ້ນ 3,1%, ຄອມພິວເຕີ ເພີ່ມຂຶ້ນ 1,9%, ປື້ມຂຽນ ເພີ່ມຂຶ້ນ 1,7%; ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 2,2% ພົ້ນເດັ່ນແມ່ນເຂົ້າສານຈ້າວ ເພີ່ມຂຶ້ນ 6,8%, ຊີ້ນໝູ ເພີ່ມຂຶ້ນ 0,8%, ຊີ້ນງົວ ເພີ່ມຂຶ້ນ 2,7%, ປານິນລ້ຽງ ເພີ່ມຂຶ້ນ 3,5%.

May be a graphic of text
ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນເດືອນກຸມພາ ຕົ້ນຕໍມາຈາກ:
(1) ສະພາບຄວາມຕ້ອງການຂອງສັງຄົມເພີ່ມຂຶ້ນ ຈາກການຈັດກິດຈະກໍາງານເທສະການຕ່າງໆ ເຊັ່ນ: ປີໃໝ່ຫວຽດນາມ, ຈີນ ດັ່ງນັ້ນຈຶ່ງເຮັດໃຫ້ລາຄາສິນຄ້າ ໂດຍສະເພາະແມ່ນລາຄາອາຫານສົດ ເພີ່ມຂຶ້ນ.
(2) ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟທີ່ເປັນປັດໄຈໜຶ່ງຂອງຕົ້ນທຶນການຜະລິດ ແລະ ການບໍລິການ, ໃນນັ້ນນໍ້າມັນກາຊວນເພີ່ມຂຶ້ນ 7% ແລະ ນໍ້າມັນແອັດຊັງທໍາມະດາ ເພີ່ມຂຶ້ນ 5%.
(3) ສະພາບອັດຕາແລກປ່ຽນເງິນກີບທຽບກັບເງິນຕາຕ່າງປະເທດອ່ອນຄ່າ ເຊັ່ນ: ອັດຕາແລກປ່ຽນເງິນກີບອ່ອນຄ່າ -1,70% ເມື່ອທຽບກັບເງິນໂດລາ ແລະ -0,61% ເມື່ອທຽບກັບສະກຸນເງິນບາດ.