ວຽງຈັນ ຮາຟ ມາຣາທອນ ນາໆຊາດ ຄັ້ງທີ VII ເປີດສາກ 10 ມີນານີ້

156

ງານແລ່ນ ວຽງຈັນ ຮາຟ ມາຣາທອນ ນາໆຊາດ ຄັ້ງທີ VII ກັບມາອີກຄັ້ງກຽມເປີດສາກຂຶ້ນໃນວັນທີ 10 ມີນາ 2024 ໂດຍປີນີ້ກໍານົດແຂ່ງຂັນ ຮາຟມາຣາທອນ 21 ກິໂລແມັດ, ມິນິມາຣາທອນ 10 ກິໂລແມັດ ແລະ ແລ່ນ-ຍ່າງ ເພື່ອສຸຂະພາບ 5 ກິໂລແມັດ ພ້ອມກັບການລົງທະບຽນແບບໃໝ່ດ້ວຍແອັບຟລີເຄຊັນ.

ພິທີຖະແຫຼງຂ່າວງານແລ່ນ ວຽງຈັນ ມາລາທອນ ຮາຟ ນາໆຊາດ ຄັ້ງທີ VII ປະຈຳປີ 2024 ຈັດຂຶ້ນເມື່ອວັນທີ 29 ທີນາ 2024 ທີ່ TOYOTA square ສູນການຄ້າ ພາກຊັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ, ທ່ານ ສິດທິໄຊ ສັກປະເສີດ ຮອງປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ແລະ ທ່ານ ນາງ ວັນເພັງ ສຸດທິຈັກ ຜູ້ຈັດການ ວິສະຫະກິດ ສ່ວນບຸກຄົນ ອີເອັຟຈີລາວ ພ້ອມດ້ວຍຕາງໜ້າຈາກບໍລິສັດ ເບຍລາວ ຈໍາກັດ ( ນໍ້າດື່ມຫົວເສືອ ) ແລະ ບໍລິສັດ TOYOTA LAOS ພ້ອມດ້ວຍຄະນະ, ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ສິດທິໄຊ ສັກປະເສີດ ຮອງປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ກ່າວວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ກໍເພື່ອເປັນການສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບທີ່ດີ. ພ້ອມນັ້ນ, ກໍຍັງເປັນການສ້າງສໍາພັນ, ມິດຕະພາບທີ່ດີ ລະຫ່ວາງນັກແລ່ນນໍາກັນອີກດ້ວຍ ແລະ ເສີມສ້າງໃຫ້ນະຄອນຫຼວງວຽງຈັນເປັນນະຄອນຫຼວງທີ່ມີການຈັດກິດຈະກຳກິລາມວນຊົນໃນລະດັບນາໆຊາດ ແລະ ເປັນການກະຕຸ້ນຊຸກຍູ້ວຽກງານ Sport Tourism ວຽກງານທ່ອງທ່ຽວໃຫ້ມີຊີວິດຊີວາ ພ້ອມດຽວກັນນັ້ນກໍຍັງສົ່ງເສີມປີແຫ່ງການທ່ອງທ່ຽວລາວໃນປີ2024 ແລະ ສ້າງລາຍຮັບໃຫ້ກັບພາກທຸລະກິດ ແລະ ຊຸມຊົນ. ນອກນັ້ນ, ຍັງເປັນການສ້າງເວທີໃຫ້ກັບນັກແລ່ນລາວໄດ້ມີການພັດທະນາ ແລະ ສ້າງສະຖິຕິຂອງຕົວເອງ ເພື່ອກຽມໄປແຂ່ງຂັນລາຍການຕ່າງໆໃນນາມທີມຊາດລາວ.

ຂະນະດຽວກັນ ທ່ານ ນາງ ວັນເພັງ ສຸດທິຈັກ ຜູ້ຈັດການ ວິສະຫະກິດ ສ່ວນບຸກຄົນ ອີເອັຟຈີລາວ ກ່າວວ່າ: ລາຍການແລ່ນທີ່ມີເງິນລາງວັນລວມສູງເຖິງ 139.000.000 ກີບ ແລະ ຕັ້ງເປົ້າຮັບສະໝັກນັກແລ່ນເຂົ້າຮ່ວມ 4.000 ຄົນ ໂດຍປັດຈຸບັນມີນັກກີລາມາສະໝັກແລ້ວ 70% ຈາກ 22 ສັນຊາດ, ໂດຍເສັ້ນທາງແລ່ນງານວຽງຈັນ ຮາຟ ມາຣາທອນປະເພດ 21 ກິໂລແມັດ ແລະ 10 ກິໂລແມັດ ແມ່ນໄດ້ຮັບການຮັບຮອງຈາກສະຫະພັນ ແລ່ນ-ລານ ໂລກ (World Athletics) ເປັນຄວາມພາກພູມໃຈຂອງຄົນລາວເພາະເປັນເສັ້ນທາງແລ່ນທຳອິດທີ່ໄດ້ຮັບຮອງຈາກ World Athletics.

ສໍາລັບ ງານໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຫຼັກຈາກ ນ້ຳດື່ມກາຫົວເສືອ ໃນນາມບໍລິສັດ ເບຍລາວ ຈໍາກັດ. ນອກນັ້ນ, ຍັງມີຜູ້ສະໜັບອື່ນໆລວມມີ ໂຕໂຢຕ້າ ລາວ ແລະ ອື່ນໆ ຂໍເຊີນຊວນທຸກຄົນຮ່ວມແລ່ນນຳກັນ ແລະ ສາມາດລົງທະບຽນແບບອອນໄລໄດ້ທີ່:
ແອັບພິເຄຊັ່ນ EFG LAO ໄດ້ທັງ IOS ແລະ Android
IOS : https://apps.apple.com/la/app/efg-laos/id6474421814
Android: https://play.google.com/store/apps/details?id=com.efglaos.app
Check point Spot: https://kh.checkpointspot.asia/event/vihm24

ຂ່າວ-ຮູບຈາກ: Larh Creators