ສປປ ລາວ ຢືນຢັນສະໜັບສະໜູນຕີມໍ ໃນການເຂົ້າເປັນສະມາຊິກສົມບູນຂອງອາຊຽນ ພາຍໃນປີ 2025

46

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນຂອງ ​ພະນະ​ທ່ານ ທອງລຸນ ສີສຸລິດ ປະທານປະເທດ ​ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະ​ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລັດສະເຕ ພ້ອມ​ດ້ວຍ​ຄະນະ ໄດ້​ເດີນທາງ​ມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ​ໃນ​ລະຫວ່າງວັນ​ທີ 27 ກຸມພາ-2 ມີນາ 2024, ເພື່ອ​ສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລັດສະເຕ.

May be an image of 4 people
ໃນຕອນເຊົ້າຂອງວັນທີ 29 ກຸມພາ 2024, ຄະນະທາງການຂອງ ຕີມໍ-ເລັດສະເຕ ໄດ້ເຂົ້າຮ່ວມພິທີວາງພວງມາລາ ທີ່ ອະນຸສາວະລີນັກຮົບນິລະນາມ ແລະ ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ຊຶ່ງໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ຫໍສະພາແຫ່ງຊາດລາວ, ໃຫ້ກຽດຕ້ອນຮັບອັນອົບອຸ່ນ ໂດຍ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈາກຝ່າຍລາວ. ຫຼັງຈາກນັ້ນ ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ຊຶ່ງຝ່າຍລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມລັດຖະກິດຂອງຄະນະຜູ້ແທນຂັ້ນສູງ ຕີມໍ-ເລັດສະເຕ ຄັ້ງນີ້ ແມ່ນການຢ້ຽມຢາມຄັ້ງທຳອິດໃນລະດັບປະມຸກລັດ ຊຶ່ງໄດ້ເປັນຂີດໝາຍປະຫວັດສາດອັນສຳຄັນອີກບາດກ້າວໜຶ່ງໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫຼອດ 20 ກວ່າປີທີ່ຜ່ານມາ ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ຕີມໍ-ເລັດສະເຕ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະການຮັກສາບັນຍາກາດການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຢ່າງເປັນປົກກະຕິ ແລະ ການຮ່ວມມືໃນຂົງເຂດອື່ນໆ. ພ້ອມທັງໄດ້ເປັນການສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າ ສໍາລັບການເປັນປະທານອາຊຽນ 2024.

May be an image of 2 people
ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕີມໍ-ເລັດສະເຕ ທີ່ໄດ້ຮັບການຮັບຮອງເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (WTO) ປະເທດທີ 166 ໃນວັນທີ 26 ກຸມພາ 2024 ທີ່ຜ່ານມາ ຢູ່ ສະຫະນະຄອນ ອາຣັບ ເອມິເຣດ (UAE) ແລະ ສະແດງຄວາມຫວັງວ່າ ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ສປປ ລາວ ແລະ ສປ ຕີມໍ-ເລັດສະເຕ ຈະໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສົ່ງເສີມການຮ່ວມມືດ້ານການຄ້າສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລັດສະເຕ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ.

May be an image of 9 people and dais
ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມຂອງສອງປະເທດ ໂດຍສະເພາະການຮ່ວມມືດ້ານການເມືອງໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໄດ້ມີການແລກປ່ຽນການຢ້ຽມຢາມຂອງຜູ້ນໍາຂັ້ນສູງຂອງສອງປະເທດເປັນແຕ່ລະໄລຍະ ແລະ ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມືດ້ານການເມືອງຂອງສອງປະເທດ ໄປຄຽງຄູ່ກັບ ການພັດທະນາການຮ່ວມມື ໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງ, ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄືການຄ້າສອງຝ່າຍ,​ ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ. ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສ້າງຕັ້ງຄະນະກໍາມະການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ (JCBC) ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລັດສະເຕ ເພື່ອເປັນກົນໄກໃນການສົ່ງເສີມການຮ່ວມມື ກໍຄືການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງຂອງສອງລັດຖະບານ ລາວ ແລະ ຕີມໍ-ເລັດສະເຕ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນໃນຕໍ່ໜ້າ.

May be an image of 5 people and text
ພະນະທ່ານ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນທັດສະນະຂອງ ສປປ ລາວ ໃນການສະໜັບສະໜູນ ແລະ ແລກປ່ຽນບົດຮຽນຂອງ ສປປ ລາວ ໃຫ້ແກ່ ສປ ຕີມໍ-ເລັດສະເຕ ໃນການກະກຽມເຂົ້າເປັນສະມາຊິກສົມບູນຂອງອາຊຽນ ພາຍໃນປີ 2025 ທີ່ຈະມາເຖິງນີ້ ຊຶ່ງ ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ ໄດ້ສະແດງຄວາມຂອບໃຈ ພ້ອມທັງໄດ້ຢືນຢັນຄືນທັດສະນະຂອງ ສປ ຕີມໍ-ເລັດສະເຕ ໃນການສືບຕໍ່ສະໜັບສະໜູນການເປັນປະທານອາຊຽນ 2024 ຂອງ ສປປ ລາວ ໃຫ້ສໍາເລັດຜົນຕາມຄາດໝາຍ, ລວມທັງໄດ້ຢືນຢັນຄືນການເຄົາລົບຄວາມເປັນເອກະສັນ (Consensus) ແລະ ຄວາມເປັນແກນກາງ (Centrality) ຂອງອາຊຽນ, ລວມທັງ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນທີ່ໄດ້ຕົກລົງເຫັນດີຮ່ວມກັນໃນໄລຍະຜ່ານມາ.

May be an image of 4 people, dais and text
ພາຍຫຼັງການພົບປະສອງຝ່າຍດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ແລະ ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານແລກປ່ຽນ 2 ເອກະສານ ຄື: ສັນຍາ ວ່າດ້ວຍ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລັດສະເຕ, ເພື່ອປັບປຸງສັນຍາທີ່ໄດ້ຮັບການລົງນາມໃນປີ 2013 ຊຶ່ງໄດ້ຮັບການລົງນາມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ​ຮອງນາຍົກລັດຖະມົນຕີ ​ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Bendito dos Santos Freitas ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສປ ຕີມໍ-ເລັດສະເຕ; ແລະ ໜັງສືສະແດງເຈດຈໍານົງ (Letters Of Intent) ໃນການແລກປ່ຽນທີ່ດິນສໍາລັບສະຖານທູດຂອງສອງປະເທດ ສປປ ລາວ ແລະ ສປ ຕີມໍ-ເລັດສະເຕ ໃນຕໍ່ໜ້າ ຊຶ່ງໄດ້ຮັບການລົງນາມໂດຍ ທ່ານ ຄໍາເຟື້ອງ ພັນທະໄຊ ເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຕີມໍ-ເລັດສະເຕ ແລະ ທ່ານ ຟິໂລເມໂນ ອາເລໂຊ ດາ ຄຸດຊ໌ ເອກອັກຄະລັດຖະທູດ ແຫ່ງ ສປ ຕີມໍ-ເລັດສະເຕ ປະຈໍາ ສປປ ລາວ.

May be an image of 2 people
(ຂ່າວ: ກົມ ອປອ, ກະຊວງການຕ່າງປະເທດ)