ພຸດສະຫວັນ ຜູ້ຊ່ວຍຜູ້ຕັດສິນບານເຕະຍິງຂອງລາວ ໄດ້ຮັບເລືອກໄປຕັດສິນລະດັບອາຊີ ອີກຄັ້ງ

117

ທ່ານ ນາງ ພຸດສະຫວັນ ຈັນທະວົງ ຊ່ວຍກຳມະການຕັດສິນລະດັບ ຟີຟາ (FIFA) ຈາກ ສປປ ລາວ ທີ່ໄດ້ຖືກຄັດເລືອກໃຫ້ຮ່ວມຕັດສິນລາຍການລະດັບທະວີບອາຊີ ຫຼັງຖືກເລືອກ ໃຫ້ໄປຮ່ວມຕັດສິນການແຂ່ງຂັນເຕະບານຍິງຊີງແຊັມອາຊີ 2024 ຮອບສຸດທ້າຍ ໃນລະຫວ່າງ ວັນທີ 3-16 ມີນາ 2024.

ທ່ານ ນາງ ພຸດສະຫວັນ ຈັນທະວົງ ເປີດເຜີຍກ່ອນອອກເດີນທາງວ່າ: ກ່ອນຈະຖືກຄັດເລືອກໄປຮ່ວມຕັດສິນຄັ້ງນີ້ ຕົນເອງຕ້ອງອົດທົນຝຶກຝົນຮຽນຮູ້ດ້ານວິຊາສະເພາະໜັກສົມຄວນ ໂດຍສະເພາະດ້ານພາສາອັງກິດ, ກົດກະຕິກາ, ພະລະກຳລັງ, ຈິດໃຈ ແລະ ການເຮັດວຽກເປັນທີມ ຖືວ່າຈະເປັນປະສົບການອັນໃໝ່ໃຫ້ກັບຕົນເອງ ເພື່ອຕໍ່ຍອດສູ່ການຕັດສິນລະດັບພາກພື້ນ ແລະ ສາກົນຕໍ່ໄປ.

ສໍາລັບ ການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊັມອາຊີ 2024 ຮອບສຸດທ້າຍ ມີທີມເຂົ້າຮ່ວມທັງຫມົດ 8 ທີມ ປະກອບມີ: ອຸດເບກິດສະຖານ, ໄຕ້ຫວັນ, ສ.ເກົາຫລີ, ອົດສະຕຣາລີ, ຍີ່ປຸ່ນ, ສປປ ເກົາຫຼີ, ສປ ຈີນ ແລະ ຫວຽດນາມ.

ປະຫວັດຂອງ ພຸດສະຫວັນ ຈັນທະວົງ ເລີ່ມຕົ້ນດ້ວຍການເປັນນັກກີລາແລ່ນລານ, ຈາກນັ້ນໄດ້ຮັບການອົບຮົມ ຮຽນຮູ້ ເລື່ອງການເປັນກຳມະການຕັດສິນບານເຕະ, ເຄີຍຕັດສິນລາຍການຕ່າງໆພາຍໃນປະເທດ ລວມທັງລະດັບອາຊຽນ ແລະ ອາຊີ ຈຳນວນໜຶ່ງ, ໄດ້ຮັບໃບຢັ້ງຢືນການເປັນຜູ້ຊ່ວຍຜູ້ຕັດສິນລະດັບຟີຟ້າໃນປີ 2019 ໂດຍສະເພາະຜົນງານປີ 2023 ຂອງ ນາງ ພຸດສະຫັວນ ຈັນທະວົງ ຖືວ່າຍິ່ງໃຫຍ່ທີ່ສຸດໄດ້ອອກໄປຕັດສິນໃນລະດັບ AFF ແລະ AFC ມີດັ່ງນີ້ :
1.ເຂົ້າຮ່ວມຕັດສິນ AFC U 17 Women’s Asean Cup ຮອບຄັດເລືອກ ທີ່ ປະເທດ ສິງກະໂປ
2.ເຂົ້າຮ່ວມຕັດສິນ AFC U 20 Women’s Asian Cup ຮອບຄັດເລືອກ ທີ່ ປະເທດ ບາເລນ
3.ເຂົ້າຮ່ວມຕັດສ້ນ AFC U 20 Women’s Asian Cup ຮອບ 2 ທີ່ ສສ ຫວຽດນາມ

4.ເຂົ້າຮ່ວມຕັດສິນ ການແຂ່ງຂັນໂອເລມປຶກຮອບຄັດເລືອກໂຊນທະວີບອາຊີ ທີ່ ປະເທດ ອຸເບກິດສະຖານ
5.ເຂົ້າຮ່ວມຕັດສີນ AFF U 19 Championship ທີ່ ປະເທດ ອິນໂດເນເຊຍ
6.ເຂົ້າຮ່ວມຕັດສ້ນງານມະຫະກຳເອຊຽນເກມ ຄັ້ງທີ 19 ສປ ຈີນ
ຂ່າວ: Larh Creators; ຮູບຈາກ: ສຕລ