ປະກາດແຕ່ງຕັ້ງ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ

744

ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ປະກາດການແຕ່ງຕັ້ງລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໃນວັນທີ 26 ກຸມພາ 2024 ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະ ທຳ-ສັງຄົມ, ມີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງສະມາຊິກລັດຖະບານ ໂດຍແຕ່ງຕັ້ງທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ.

ພິທີດັ່ງກ່າວ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດມອບລັດຖະດຳລັດ ການແຕ່ງຕັ້ງດັ່ງກ່າວ, ພ້ອມທັງ ຕີລາຄາສູງ ຕໍ່ທ່ານ ສີນາວາ ສຸພານຸວົງ ທີ່ໄດ້ຮັບການແຕ່ງຕັ້ງ ໃນຄັ້ງນີ້ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຍ້ອງຍໍ ຕໍ່ຜົນງານໃນການປະຕິບັດໜ້າທີ່ຂອງ ທ່ານ ສີນາວາ ສຸພານຸວົງ ໃນໄລຍະຜ່ານມາ ເຊິ່ງເປັນພະນັກງານສະມາຊິກພັກປະຕິວັດ, ເປັນລູກຫລານອະດີດການນຳຂັ້ນສູງສຸດຂອງປະເທດ ທີ່ຮ່ວມກໍ່ຕັ້ງ ສປປ ລາວ, ເປັນພະນັກງານນຳພາຫລັກແຫລ່ງ ທີ່ໄດ້ຜ່ານການຝຶກຝົນຫລໍ່ຫລອມ, ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈ ຈາກສະມາຊິກພັກ-ພະນັກງານ ແລະ ມະຫາຊົນ, ການທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ ແມ່ນເປັນຕຳແໜ່ງທີ່ສຳຄັນຫລາຍ ທີ່ຈະໄດ້ຊ່ວຍວຽກງານຂອງລັດຖະບານ ໂດຍສະເພາະຊ່ວຍ ທ່ານ ນາຍົກລັດຖະມົນຕີ ແລະ ລົງເລິກຊ່ວຍວຽກທ່ານຮອງນາຍົກລັດຖະມົນຕີ, ທັງຈະໄດ້ນໍາພາ-ຊີ້ນໍາການປະຕິບັດວຽກງານຕົວຈິງ ຢູ່ບັນດາກະຊວງ ຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ.
ຂ່າວ: ຫສນຍ; ພາບ: ເກດສະໜາ