ສຕລ ປະກາດແຕ່ງຕັ້ງ ຄະນະບໍລິຫານງານ ຊຸດໃໝ່, ແຕ່ງຕັ້ງ ທ່ານ ວີເພັດ ເປັນປະທານອີກສະໄໝ

130

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ປະກາດແຕ່ງຕັ້ງຄະນະບໍລິຫານງານຊຸດໃໝ່ ສົກປີ 2024-2028 ຢ່າງເປັນທາງການໃນກອງປະຊຸມໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2024 ໂດຍປະກາດແຕ່ງຕັ້ງ ທ່ານ ວີເພັດ ສີຫາຈັກຣ ເປັນປະທານສະຫະພັນບານເຕະແຫ່ງຊາດລາວ ອີກສະໄໝ.

ກອງປະຊຸມໃຫຍ່ ສຕລ ປະຈໍາປີ 2024 ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ກຸມພາ 2024 ທີ່ໂຮງແຮມລາວພລາຊາ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສຕລ ແລະ ມີຕາງໜ້າຈາກສະຫະພັນບານເຕະອາຊຽນ ພ້ອມດ້ວຍຄະນະ ສຕລ, ຕ່າງໜ້າຈາກສະໂມສອນໃນເປບຊີ ລາວລີກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ

ພິທີດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ໄດ້ຂຶ້ນກ່າວເປີດກອງປະຊຸມ ແລະ ກ່າວອໍາລາຄະນະບໍລິຫານງານ ສຕລ ສົກປີ 2019-2023. ກ່ອນທີ່ຈະມີການເລືອກຕັ້ງ ຄະນະບໍລິຫານງານ ສຕລ ຊຸດໃໝ່ສົກປີ 2024-2028 ຢ່າງເປັນທາງການປາກົດວ່າ: ທ່ານ ວີເພັດ ສີຫາຈັກຣ ຖືກເລືອກໃຫ້ເປັນປະທານ ສຕລ ອີກຄັ້ງໜຶ່ງ.
ພ້ອມນັ້ນ, ໂດຍມີຮອງປະທານ 4 ທ່ານຄື:
1.ທ່ານ ຄໍາໄພ ປະເສີດ
2.ທ່ານ ຄໍາແພງ ວົງຂັນຕີ
3.ທ່ານ ປະສາດໄຊ ພິລາພັນເດດ
4.ທ່ານ ນາງ ກັນຍາ ແກ້ວມະນີ
ນອກນັ້ນ, ຍັງມີການແຕ່ງຕັ້ງຄະນະກໍາມະການອີກ 5 ທ່ານ

ໂອກາດກ່າວຮັບໜ້າທີ່ໃໝ່ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ຮຽກຮ້ອງໃຫ້ ຄະນະບໍລິຫານງານ ສຕລ ຊຸດໃໝ່ຈົ່ງສາມັກຄີກັນແຫນ້ນ, ຈັດຕັ້ງປະຕິບັດບັນດາທິດທາງແຜນການທີ່ໄດ້ຮັບຮອງໄວ້ແລ້ວສຳລັບ 4 ປີ ຕໍ່ໜ້າ2024-2028 ໃຫ້ປະສົບຜົນສຳເລັດ,ຕາມຄາດຫມາຍ ຫລື ລື່ນຄາດຫມາຍທີ່ວາງໄວ້, ແນໃສ່ພັດທະນາວົງການກິລາບານເຕະລາວພາຍໃຕ້ການບໍລິຫານງານຂອງ ຄະນະບໍລິຫານງານຊຸດນີ້ ໃຫ້ມີຜົນງານໃໝ່ທີ່ດີຂຶ້ນກວ່າເກົ່າ.

ຂະນະດຽວກັນ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ກ່າວວ່າ: ສະແດງຄວາມຊົມເຊີຍ ຕໍ່ຄະນະບໍລິຫານງານ ສຕລ ຊຸດເກົ່າທີ່ໄດ້ສ້າງຜົນງານເດັ່ນທັງພາຍໃນແລະ ຕ່າງປະເທດ ເຮັດໃຫ້ສາກົນຮັບຮູ້ ສປປ ລາວ ຫຼາຍຂື້ນແລະພ້ອມນັ້ນທ່ານກໍໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານຊຸດໃໝ່ສືບຕໍ່ເສີມຂະຫຍາຍຜົນງານໃຫ້ຫຼາຍຂື້ນກວ່າເກົ່າ ແລະ ພັດທະນາວົງການກີລາລາວແຕ່ລະລຸ້ນໃຫ້ມີຄຸນນະພາບນັບທັງຢູ່ສູນກາງແລະທ້ອງຖິ່ນ.
ຂ່າວ-ຮູບຈາກ: Larh Creators