ຣັດເຊຍ ເດັດດ່ຽວຄັດຄ້ານການຈັດວາງອາວຸດນິວເຄລຍຢູ່ອະວະກາດ

38

ທ່ານ ວາລະດິເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວໃນວັນທີ 20 ກຸມພານີ້ວ່າ: ຣັດເຊຍໄດ້ຄັດຄ້ານຢ່າງເດັດດ່ຽວຕໍ່ການຂະຫຍາຍອາວຸດນິວເຄລຍຢູ່ອະວະກາດມາໂດຍຕະຫຼອດ, ຣັດເຊຍ “ພຽງແຕ່ເຮັດສິ່ງທີ່ປະເທດອື່ນໆ ທີ່ລວມທັງອາເມຣິກາເຮັດນັ້ນ” ໃນຂົງເຂດອະວະກາດ.

อาจเป็นรูปภาพของ 2 คน, มหาวิหารเซนต์เบซิล และ ปราสาท

ໃນເວລາທ່ານປູຕິນ ຮັບຟັງການລາຍງານຂອງທ່ານເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ໃນມື້ດຽວກັນ, ທ່ານໄດ້ເວົ້າເຖິງບັນຫາທີ່ອາເມຣິກາ ແລະ ບັນດາປະເທດຕາເວັນຕົກອື່ນໆ ພວມປ່າວຂ່າວວ່າ ຣັດເຊຍໄດ້ຈັດວາງອາວຸດນິວເຄລຍຢູ່ອະວະກາດ. ທ່ານຊອຍກູກ່າວວ່າ: ຣັດເຊຍບໍ່ໄດ້ຈັດວາງອາວຸດນິວເຄລຍຢູ່ໃນອະວະກາດ, ຝ່າຍຕາເວັນຕົກກໍ່ຮູ້ແຈ້ງກ່ຽວກັບເລື່ອງນີ້.

ທ່ານປູຕິນຍັງຊີ້ອອກວ່າ: ຣັດເຊຍບໍ່ເຄີຍປະຖິ້ມການດຳເນີນການເຈລະຈາ ກ່ຽວກັບຄວາມໝັ້ນຄົງດ້ານຍຸດທະສາດ ແລະກໍບໍ່ເຄີຍປະຕິເສດການເຈລະຈາກັບອູແກຣນ.