ການວາງແຜນກະສຽນ

63

ການປ້ອງກັນຄວາມອຸດົມຮັ່ງມີ ແມ່ນການປ້ອງກັນຄວາມສ່ຽງທີ່ບໍ່ແນ່ນອນທີ່ອາດເກີດຂຶ້ນໃນອະນາຄົດ ທີ່ກໍ່ໃຫ້ເກີດຄວາມເສຍຫາຍ ແລະ ຜົນກະທົບທາງລົບ ໂດຍການປ້ອງກັນຄວາມສ່ຽງນີ້ ນອກຈາກການປະກັນໄພ ເຊິ່ງເປັນການປ້ອງເຫດການບໍ່ຄາດຄິດທີ່ອາດເກີດຂຶ້ນເມື່ອໃດກໍບໍ່ຮູ້ແລ້ວ. ອີກເຫດການໜຶ່ງທີ່ຫຼາຍທ່ານຄິດບໍ່ເຖິງວ່າຈະເປັນ ຄວາມສ່ຽງໃນຊີວິດ ກໍຄືການບໍ່ມີເງິນພຽງພໍໃຊ້ໃນໄວກະສຽນ ເຊິ່ງຄວາມສ່ຽງນີ້ແມ່ນສາມາດປ້ອງກັນໄດ້ໂດຍການວາງແຜນກະສຽນ.

อาจเป็นรูปภาพของ 1 คน และ เงิน

ທ່ານອາດເຄີຍຄິດວ່າບໍ່ຈໍາເປັນຕ້ອງສະສົມເງິນໄວ້ຫຼາຍກໍໄດ້, ບໍ່ຮູ້ວ່າຈະໄດ້ໃຊ້ເງິນຕອນເຖົ້າແກ່ ຫຼື ບໍ່ ອາດຈະເສຍຊີວິດໄປກ່ອນກໍໄດ້ ເລື່ອງນີ້ເປັນເລື່ອງທີ່ປະໝາດບໍ່ໄດ້ເພາະທຸກມື້ນີ້ອາຍຸຍືນສະເລ່ຍຂອງຄົນເຮົາເພີ່ມຂຶ້ນເລື້ອຍໆ ບາງຄົນອາດມີອາຍຸຮອດຮ້ອຍປີ. ດັ່ງນັ້ນ, ການວາງແຜນກະສຽນຕັ້ງແຕ່ມື້ນີ້ ຈຶ່ງເປັນອີກຕົວຊ່ວຍໜຶ່ງທີ່ຈະເຮັດໃຫ້ທ່ານມີເງິນພຽງພໍໃຊ້ຈ່າຍຢ່າງສະບາຍໃນໄລຍະບັ້ນປາຍຊີວິດ.

ທ່ານເຄີຍຕັ້ງຄໍາຖາມບໍ່ວ່າ ຈະກະສຽນຕອນອາຍຸເທົ່າໃດຢາກໃຊ້ຊີວິດຫຼັງກະສຽນແບບໃດ. ຍັງມີຫຼາຍຄົນບໍ່ເຄີຍຄິດເຖິງເລື່ອງນີ້ເລີຍ ໂດຍສະເພາະໄວໜຸ່ມທີ່ຫາກໍກ້າວເຂົ້າສູ່ໄວເຮັດວຽກ ອາດຄິດວ່າເປັນເລື່ອງຂອງອະນາຄົດທີ່ຍັງອີກຍາວໄກ ຍັງມີເວລາອີກຕັ້ງ 20 – 30 ປີ ໃນການສະສົມເງິນ ລໍຖ້າໃຫ້ຮອດ 40 – 50 ປີຄ່ອຍກຽມຕົວກໍຍັງທັນ.

อาจเป็นลายเส้นรูป เงิน และ ข้อความ

ມັນກໍບໍ່ຜິດ ຖ້າຫາກຄິດວ່າຍັງມີເວລາເຫຼືອເຟືອອີກຫຼາຍປີແຕ່ທ່ານຄິດວ່າຕົວເອງຈະມີເຫື່ອແຮງເຮັດວຽກ ແລະ ມີລາຍໄດ້ຢ່າງສະໝໍ່າສະເໝີໄປອີກດົນປານໃດ ເພາະແມ່ນໃຜ ກໍຕ້ອງມີເວລາກະສຽນໝົດ ແລະ ນັ້ນໝາຍເຖິງການຢຸດເຮັດວຽກປະຈຳບວກກັບບໍ່ມີລາຍໄດ້ອີກຕໍ່ໄປ ແຕ່ບໍ່ໄດ້ໝາຍຄວາມວ່າ ເມື່ອກະສຽນອາຍຸແລ້ວທ່ານຈະຢຸດໃຊ້ຊີວິດ ຢຸດໃຊ້ເງິນ ໃນທຸກໆມື້ທ່ານຍັງຕ້ອງກິນຕ້ອງໃຊ້ ຍິ່ງອາຍຸຍືນຍາວເທົ່າໃດ ທ່ານກໍຍິ່ງຕ້ອງໃຊ້ເງິນຫຼາຍຂຶ້ນເທົ່ານັ້ນ.

ບາງຄົນບອກວ່າບໍ່ຕ້ອງເຮັດຫຍັງຫຼາຍ ແນວໃດລູກຫຼານກໍລ້ຽງ ແຕ່ເລື່ອງຂອງອະນາຄົດບໍ່ມີໃຜສາມາດບອກໄດ້ຮ້ອຍສ່ວນຮ້ອຍວ່າຈະເປັນໄປຕາມທີ່ເຮົາຄາດຄະເນໄວ້. ຫາກເບິ່ງໂລກໃນແງ່ດີຈົນເກີນໄປເມື່ອລູກຫຼານມີພາລະຮັດຕົວ ແລະ ບໍ່ພ້ອມໃຫ້ການເບິ່ງແຍງຊ່ວຍເຫຼືອຊີວິດເຮົາຈະຕ້ອງໂດດດ່ຽວ ແລະ ບໍ່ມີຄົນເບິ່ງແຍງ. ສະນັ້ນ, ຕົນເປັນທີ່ເພິ່ງແຫ່ງຕົນນີ້ແຫຼະດີທີ່ສຸດ ຈະເປັນການດີຫຼາຍ ຖ້າເຮົາສາມາດໃຊ້ຊີວິດໃນໄລຍະບັ້ນປາຍໄດ້ຕາມທີ່ຕ້ອງການໂດຍບໍ່ຕ້ອງເພິ່ງພາໃຜ ແຖມມີເງິນເກັບສະສົມມາລ້ຽງຕົນເອງໄດ້ຢ່າງສະບາຍຈົນເຖິງມື້ສຸດທ້າຍຂອງຊີວິດ.

อาจเป็นรูปภาพของ เงิน

ມາຮອດນີ້ ຫຼາຍຄົນອາດຈະສົງໄສແລ້ວວ່າຕ້ອງມີເງິນເທົ່າໃດຈຶ່ງຈະພໍໃຊ້ສະບາຍໄປຕະຫຼອດຊີວິດ ຄວາມຈິງແລ້ວມັນຂຶ້ນຢູ່ກັບຫຼາຍປັດໄຈ ແຕ່ຖ້າທ່ານຈະກວດເບິ່ງເງິນສະສົມທີ່ຕ້ອງມີໂດຍສະເລ່ຍ ໂດຍທີ່ຍັງຮັກສາແບບແຜນການໃຊ້ຊີວິດເດີມໄວ້ໄດ້ ທ່ານກໍລອງໃຊ້ສູດຄິດໄລ່ດັ່ງຕໍ່ໄປນີ້:

ຈຳນວນເງິນທີ່ຄວນມີໃນວັນກະສຽນອາຍຸ = ຄ່າໃຊ້ຈ່າຍຕໍ່ປີຫຼັງກະສຽນ x ຈຳນວນປີທີ່ຄາດວ່າຈະໃຊ້ຊີວິດຢູ່ຫຼັງກະສຽນ

ເຖິງຢ່າງໃດກໍຕາມ, ຫຼັງຈາກກະສຽນອາຍຸແລ້ວ ທ່ານອາດຈະມີເງິນສະສົມ ຫຼື ເງິນລົງທຶນບາງສ່ວນທີ່ໄດ້ສະສົມໄວ້ ແລະ ສາມາດນຳມາໃຊ້ຕອນກະສຽນອາຍຸໄດ້ ເຊັ່ນ ການເຮັດປະກັນໄພແບບສະສົມຊັບ, ກອງທຶນສະຫະກອນ, ເງິນບໍາເນັດບໍານານຈາກການເຮັດວຽກ ລວມເຖິງການລົງທຶນສ່ວນຕົວ ຫຼື ລາຍໄດ້ຈາກຊ່ອງທາງອື່ນໆ ແຕ່ໂດຍທົ່ວໄປເງິນສະສົມເຫຼົ່ານີ້ ມັກຈະບໍ່ຫຼາຍພຽງພໍທີ່ຈະເຮັດໃຫ້ຊີວິດທ່ານສຸກສະບາຍໄດ້. ດັ່ງນັ້ນ, ຖ້າຫາກບໍ່ຢາກລໍາບາກໃນຕອນເຖົ້າແກ່ ກໍຄວນຈະເລີ່ມຄິດຮູບແບບຊີວິດໃນໄວກະສຽນຕັ້ງແຕ່ຕອນນີ້ ວ່າຕ້ອງມີເງິນເທົ່າໃດເຖິງຈະພໍໃຊ້ໄປຕະຫຼອດຊີວິດ ແລະ ເລີ່ມສະສົມຊັບສິນຂອງທ່ານໄປຕັ້ງແຕ່ຕອນນີ້ ( ສຳລັບທ່ານໃດທີ່ຢາກຮູ້ລາຍລະອຽດກ່ຽວກັບການວາງແຜນກະສຽນ ສາມາດກັບໄປອ່ານບົດຄວາມກ່ຽວກັບຂັ້ນຕອນໃນການວາງແຜນກະສຽນທີ່ໄດ້ນຳສະເໜີຜ່ານມາ ).

ໂດຍ: ຕລຊລ