ຈີນ ແລະໄທ ສອງຕະຫຼາດໃຫຍ່ຮັບຊື້ຜົນຜະລິດກະສິກຳຈາກໄຊຍະບູລີ

237

ໄຊຍະບູລີເປັນແຂວງທີ່ມີມູນເຊື້ອເລື່ອງການຜະລິດເປັນສິນຄ້າມາຍາວນານ ເມື່ອກ່ອນພໍ່ນ້ອງທາງໄຊຍະບູລີແມ່ນຜະລິດເພື່ອສົ່ງຂາຍໃຫ້ໄທເປັນຫຼັກ ເນື່ອງຈາກມີຊາຍແດນຕິດຈອດກັນ ແຕ່ໄລຍະຫຼັງມານີ້ ນັກລົງທຶນຈາກ ສປ ຈີນເບິ່ງເຫັນທ່າແຮງ ແລະຄວາມອຸດົມສົມບູນຂອງແຂວງໄຊຍະບູລີຈຶ່ງເລີ່ມເຂົ້າມາລົງທຶນ ເພື່ອປູກພຶດເປັນສິນຄ້າຫຼາຍຂຶ້ນ ປະຈຸບັນ ຈີນແລະໄທແມ່ນກາຍເປັນເປົ້າໝາຍປາຍທາງການສົ່ງອອກສິນຄ້າຂອງໄຊຍະບູລີຫຼາຍທີ່ສຸດ.

May be an image of 1 person
ທ່ານ ບຸດສະກອນ ອິນທະລັງສີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີໄດ້ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ, ແຂວງໄຊຍະບູລີໄດ້ກຳນົດສອງຍຸດທະສາດໃນການຜະລິດກະສິກໍາຄື: ຜະລິດກະສິກໍາເພື່ອຄໍ້າປະກັນສະບຽງອາຫານພາຍໃນ ແລະ ຜະລິດເປັນສິນຄ້າສົ່ງອອກ.ໃນນັ້ນຕະຫຼາດສົ່ງອອກຫຼັກແມ່ນຕະຫຼາດສປ ຈີນ ອັນໄດ້ສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນ ແລະ ສ້າງອາຊີບໃຫ້ປະຊາຊົນມີວຽກເຮັດງານທໍາ.

May be an image of 1 person, collard greens and grass
ທ່ານຫົວໜ້າພະແນກກະສິກໍາແລະປ່າໄມ້ກ່າວວ່າ: ມາຮອດປະຈຸບັນ, ແຂວງໄຊຍະບູລີໄດ້ຈັດສັນດິນກະສິກໍາສະເພາະໃນການຜະລິດເພື່ອຄໍ້າປະກັນດ້ານສະບຽງອາຫານພາຍໃນເນັ້ນໃຫ້ປະຊາຊົນປູກຝັງ, ລ້ຽງສັດ ທົດແທນການນໍາເຂົ້າບາງພືດຜັກທີ່ຍັງບໍ່ສາມາດຜະລິດຕອບສະໜອງຕະຫຼາດພາຍໃນໄດ້ ປະກອບມີພືດຜັກ, ໝາກໄມ້ໃຫ້ໝາກໂດຍການສົ່ງເສີມຮູບແບບຈຸດສຸມ ເປັນໂຕແບບໃຫ້ບັນດາເມືອງ, ບ້ານ ແລະ ເລັ່ງໃສ່ສົ່ງເສີມຄອບຄົວໃຫ້ຜະລິດໄດ້ຕະຫຼອດປີ.

May be an image of temple
ສະເພາະການຜະລິດເປັນສິນຄ້າສົ່ງອອກ, ພວກເຮົາເຮັດວຽກຮ່ວມກັບຜູ້ປະກອບການ ອີງໃສ່ຕະຫຼາດ, ທ່າແຮງຂອງປະຊາຊົນທີ່ມີເງື່ອນໄຂການຜະລິດ ເຊິ່ງເລັ່ງໃສ່ພືດທີ່ໄດ້ອະນຸສັນຍາກັບປະເທດປາຍທາງທີ່ລັດຖະບານລາວໄດ້ເຊັນລວມມີ ສປ ຈີນ 30 ກວ່າລາຍການ, ໄທ 10 ກວ່າລາຍການ. ສໍາລັບພືດກະສິກໍາສິນຄ້າທີ່ສົ່ງໄປສປ ຈີນມີ 7 ຊະນິດ ທີ່ມີນັກລົງທຶນພາຍໃນແຂວງສົ່ງເສີມປະຊາຊົນປູກ ໃນນີ້ປະກອບມີມັນຕົ້ນ, ສາລີ, ໝາກເດືອຍ, ຊາແລະອື່ນໆ. ນອກນີ້, ຍັງມີການລົງທຶນຮູບແບບສໍາປະທານທີ່ດິນ 2+3 ປະຊາຊາຊົນເປັນແຮງງານ ແລະ ທີ່ດິນ, ນັກລົງທຶນຈີນເປັນຕະຫຼາດ, ເຕັກນິກ, ແລະ ລົງທຶນ ມີໝາກຖົ່ວຂຽວ, ຜັກສົດ ໝາກໂມ ແລະອື່ນໆ.

May be an image of collard greens
ທ່ານຍັງກ່າວອີກວ່າ: ໃນຕໍ່ໜ້າແຂວງຈະເນັ້ນການລົງທຶນເຮັດວຽກຮ່ວມກັບຊາວກະສິກອນໃຫ້ຫຼາຍຂຶ້ນ ຈໍາກັດການສໍາປະທານດິນຂອງລັດໃຫ້ໜ້ອຍລົງ ພ້ອມທັງສົ່ງເສີມເຂດທີ່ໄດ້ຈັດສັນແລ້ວໃຫ້ຍືນຍົງຮັກສາແຫຼ່ງນໍ້າ, ປ່າໄມ້. ກະສິກໍາເປັນສິນຄ້າຈະເລັ່ງໃສ່ 3 ເປົ້າໝາຍ, ໜຶ່ງ, ການສົ່ງເສີມຜະລິດສິນຄ້າພາຍໃນໃຫ້ຫຼາກຫຼາຍ. ສອງ, ການຜະລິດພາຍໃນທົດແທນການນໍາເຂົ້າ ແລະ ສາມ, ປູກຝັງ-ລ້ຽງສັດເພື່ອເກື້ອກູນກັນ.