ສໍາເລັດແຂ່ງກີລາກະຕໍ້ລາຍການ EVO KATOR LUANGNAMTHA , ມື້ນີ້ລຸຍຕໍ່ກີລາບານເຕະ

151

ທີມບໍລິສັດ ທົງສິນ ຄວ້າຂັນຊະນະເລີດ ການແຂ່ງຂັນກີລາກະຕໍ້ ລາຍການ EVO KATOR LUANGNAMTHA CHAMPIONSHIP 2024 ຫຼັງເອົາຊະນະທີມ ສະຫະພັນກະຕໍ້ແຂວງຫລວງນໍ້າທາ 2-0 ເກມ ໄດ້ຮັບເງິນລາງວັນ 10.000.000 ກີບ ພ້ອມຫຼຽນຊະນະເລີດ.

ການແຂ່ງຂັນກະຕໍ້ EVO KATOR LUANGNAMTHA CHAMPIONSHIP 2024 ຈັດຂຶ້ນລະຫວ່າງວັນທີ 19-20 ກຸມພາ 2024 ແມ່ນເປັນໜຶ່ງໃນກິດຈະກຳຂອງງານດົນຕີ Namtha Music Carnival ແລະ ງານກີລາ Namtha Sport Management ຈັດຂຶ້ນທີ່ແຂວງຫຼວງນໍ້າທາ.

ຜ່ານການແຂ່ງຂັນປາກົດວ່າ: ທີມບໍລິສັດ ທົງສິນ ຄວ້າຂັນຊະນະເລີດ ການແຂ່ງຂັນກີລາກະຕໍ້ ລາຍການ EVO KATOR LUANGNAMTHA CHAMPIONSHIP 2024 ຫຼັງເອົາຊະນະທີມ ສະຫະພັນກະຕໍ້ແຂວງຫລວງນໍ້າທາ 2-0 ເກມ ໄດ້ຮັບເງິນລາງວັນ 10.000.000 ກີບ ພ້ອມຫຼຽນຊະນະເລີດ.

ສ່ວນອັນດັບ 2 ທີມສະຫະພັນກະຕໍ້ແຂວງ ໄດ້ຮັບເງິນລາງວັນ 6.000.000 ກີບ ແລະ ຫລຽນຮອງຊະນະເລີດ ແລະ ອັນດັບ 3 ຮ່ວມ ທີມ ນ້ອງໃໝ່ ແລະ ທີມລູກເຂີຍຫຼ້າ ໄດ້ຮັບເງິນລາງວັນ ທີມລະ 2.000.000 ກີບ ແລະ ຫລຽນອັນດັບ 3

ນອກນັ້ນ, ລາຍການຕໍ່ໄປທີ່ແຂວງຫຼວງນໍ້າທາຍັງມີການຈັດການແຂ່ງຂັນເຕະບານຊາຍ ຊິງຂັນເຈົ້າແຂວງຫລວງນໍ້າທາ ລະຫວ່າງວັນທີ 21-22 ກຸມພາ 2024 ມີ 4 ທີມຈາກ 3 ແຂວງເຂົ້າຮ່ວມຄື: ທີມຕົວແທນຈາກແຂວງບໍ່ແກ້ວ, ແຂວງອຸດົມໄຊ ແລະ ເຈົ້າພາບ ແຂວງຫລວງນໍ້າທາ 2 ທີມ ຮູບແບບການແຂ່ງຂັນແບບນ໊ອກເອົ້າ ເສຍຄັດອອກ ກຳນົດນັກກີລາລົງທະບຽນແຂ່ງຂັນໄດ້ແມ່ນນັກເຕະທີ່ບໍ່ໄດ້ລົງທະບຽນໃນລາຍການ ລາວລີກ 1 ປີ 2023 ແລະ ນັກກີລາຕິດທີມຊາດ.

ນອກນັ້ນ, ຍັງມີການຈັດແຂ່ງຂັນກີລາ ບາຈີລຸນ, ລົດຖີບ, ຈາດແບັກ, ແລ່ນ ແລະ ຄອນເສີດ ເຊິ່ງເປັນກິດຈໍາກໍາ ໃນງານດົນຕີ Namtha Music Carnival ແລະ ງານກີລາ Namtha Sport Management.
ຂ່າວ: Larh Creators; ຮູບຈາກ: Namtha Sport Management