ໄດ້ແລ້ວ ຫົວກະທິຈາກອຸດົມໄຊ ຜູ້ຈະຮ່ວມຊີງໄຊໃນການສອບເສັງລະດັບຊາດ

195

ແຂວງອຸດົມໄຊໄດ້ສຳເລັດການສອບເສັງນັກຮຽນເກັ່ງ ຊັ້ນປະຖົມສຶກສາ (ປ.5) ແລະ ມັດທະຍົມສຶກສາ (ມ.4, ມ.7) ສົກຮຽນ 2023-2024 ເປັນທີ່ຮຽບຮ້ອຍແລ້ວ ໃນລະຫວ່າງວັນທີ 14-15 ກຸມພາ 2024 ຜ່ານມານີ້ ທີ່ສຳຄັນມີບໍລິສັດທີ່ໃຫ້ການອຸປະຖຳລາງວັນແກ່ນັກຮຽນເກັ່ງ ເປັນທາງເງິນສົດ, ແລະຂອງລາງວັນອີກຫຼາກຫຼາຍ ຖືເປັນການປະກອຍສ່ວນຊຸກຍູ້ຄົນເກັ່ງທີ່ໜ້າຊື່ຊົມຫຼາຍ.

ທັ້ງນີ້ກໍ່ເພື່ອສົ່ງເສີມຂະບວນການສອນດີ-ຮຽນເກັ່ງໃນໂຮງຮຽນປະຖົມ ແລະ ມັດທະຍົມໃຫ້ມີບັນຍາກາດຟົດ ຟື້ນ ແລະ ມີລັກສະນະແຂ່ງຂັນກັນ; ສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກດ້ານຄວາມຮູ້ ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ; ເປັນການຄັດເລືອກ ແລະ ສົ່ງເສີມນັກຮຽນເກັ່ງທີ່ສອບເສັງໄດ້ອັນດັບ 1 ລະດັບແຂວງ ໄດ້ເຂົ້າຮ່ວມການສອບເສັງແຂ່ງຂັນລະດັບຊາດ ແລະ ເຂົ້າຮຽນຕໍ່ ຂັ້ນ ມ.5 (ຫ້ອງພອນສະຫວັນ);ວັດ ແລະ ປະເມີນຜົນ ຜົນສໍາເລັດດ້ານການສິດສອນຂອງຄູ ແລະ ດ້ານການຮ່ຳຮຽນຂອງນັກຮຽນ; ເພື່ອປັບປຸງຄຸນນະພາບ ການຮຽນ-ການສອນ ໃຫ້ດີຂຶ້ນເທື່ອລະກ້າວ; ທັງສ້າງໂອກາດໃຫ້ຄູ ແລະ ນັກຮຽນໄດ້ແລກປ່ຽນຮຽນຮູ້ ແລະ ຖອດຖອນບົດຮຽນຮ່ວມກັນ.

อาจเป็นรูปภาพของ 6 คน, ผู้คนกำลังอ่านหนังสือ และ ข้อความ
– ຜ່ານການສອບເສັງນັກຮຽນເກັ່ງຂັ້ນ ປ5 ວິຊາ ພາສາລາວ ປະເພດທີ 1 ນາງ ວຽງທິວາ ວົງພະຈັນ ໂຮງຮຽນ ປະຖົມດອນສະອາດ ເມືອງປາກແບງ; ວິຊາຄະນິດສາດອັນດັບທີ 1 ທ້າວ ອຸດົມເງິນ ຈັນທະວົງ ໂຮງຮຽນຮ່ວມພັດທະນາເມືອງໄຊ, ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ອັນດັບທີ 1 ທ້າວ ອານຸພົງ ຮຸ່ງດາລິນ ໂຮງຮຽນປະຖົມວົງແສງເດືອນ ເມືອງໄຊ.

– ຜົນການສອບເສັງ ມ4 ວິຊາພາສາລາວ-ວັນນະຄະດີ ອັນດັບທີ1 ນາງ ຈິ່ງຮຸຍ ລາວເຊີນ ໂຮງຮຽນມິດຕະພາບ ເມືອງໄຊ,  ວິຊາຄະນິດສາດ ອັນດັບທີ 1 ນາງ ປາຫວົວ ຊົ່ງ ໂຮງຮຽນເພື່ອນມິດເມືອງໄຊ; ວິຊາພິຊິກສາດອັນດັບທີ 1 ທ້າວ ດາວວັນ ຊົງ ມສ ນາຊຽງດີ ເມືອງຮຸນ ແລະ ວິຊາເຄມີສາດ ອັນດັບທີ 1 ນາງ ສຸກພາດີ ປັນຍາວົງ ມສ ເທສະບານແຂວງ.

อาจเป็นรูปภาพของ 7 คน และ ข้อความ
– ຜົນການສອບເສັງ ມ7 ວິຊາພາສາລາວ-ວັນນະຄະດີ ອັນດັບທີ1 ນາງປຸກກີ້ ແສງຫຼ້າ ມສ ເມືອງໄຊ, ວິຊາ ຄະນິດສາດ ອັນດັບທີ 1 ທ້າວ ຮົວ ຊົງ ໂຮງຮຽນເພື່ອນມິດ ເມືອງໄຊ,  ວິຊາຟິຊິກສາດ ອັນດັບທີ 1 ນາງ ຢົວ ລໍວ່າເຊັງ ໂຮງຮຽນເພື່ອນມິດ ເມືອງໄຊ, ວິຊາເຄມີສາດ ອັນດັບທີ 1 ນາງ ຕາລິກ ແຫວນວົງທອງ ມສ ເທສະບານແຂວງ.

ຜ່ານການຈັດຕັ້ງປະຕິບັດການສອບເສັງສາມາດຕີລາຄາໄດ້ວ່ານັກຮຽນເກັ່ງລະດັບແຂວງ ສົກຮຽນ 2023-2024 ມີກະຈາຍຢູ່ເກືອບທຸກເມືອງ ມີທັງພາກລັດ ແລະ ເອກະຊົນ, ທັງຕົວເມືອງ ແລະ ເຂດຫ່າງໄກສອກ ຫຼີກ, ມີທັງເພດຍິງ ແລະ ຊົນເຜົ່າ ເຊິ່ງສະແດງໃຫ້ເຫັນວ່າຄຸນນະພາບການສຶກສາໄດ້ຮັບການພັດທະນາດີຂຶ້ນ, ການ ຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ (ສອນດີ-ຮຽນເກັ່ງ) ໄດ້ຮັບການຈັດຕັ້ງປະຕິບັດຢູ່ບັນດາໂຮງຮຽນ.

อาจเป็นรูปภาพของ 5 คน และ ข้อความ

ໃນບັ້ນສອບເສັງນັກຮຽນເກັ່ງຄັ້ງນີ້ຂອງແຂວງອຸດົມໄຊ ແມ່ນມີບັນດາບໍລິສັດໄດ້ປະກອບສ່ວນໃຫ້ການສະໜັບສະໜູນ ແລະ ສົ່ງເສີມນັກຮຽນເກັ່ງຫຼາຍບໍລິສັດດັ່ງນີ້
1) ບໍລິສັດ ພູທະຈັກ ກໍ່ສ້າງ ແລະ ພັດທະນາຄົບວົງຈອນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ອຸປະຖຳເງິນສົດ ຈຳນວນ 10.000.000 ກີບ.
2) ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງອຸດົມໄຊ ມອບບັນຊີພ້ອມເງິນຝາກໃຫ້ນັກຮຽນເກັ່ງທີ່ເສັງໄດ້ອັນດັບທີ 1 ລວມມູນຄ່າ 3.000.000 ກີບ ດັ່ງນີ້:
− ຂັ້ນ ປ.5 ວິຊາ ພາສາລາວ ແລະ ຄະນິດສາດ ຈຳນວນ 800.000 ກີບ;
− ຂັ້ນ ມ.4 ວິຊາ ພາສາລາວ-ວັນນະຄະດີ ແລະ ຄະນິດສາດ ຈຳນວນ 1.000.000 ກີບ;
− ຂັ້ນ ມ.7 ວິຊາ ພາສາລາວ-ວັນນະຄະດີ ແລະ ຄະນິດສາດ ຈຳນວນ 1.200.000 ກີບ.
3) ສູນການສຶກສາ ປີ້ໂຢ່ (B-YOU) ຈໍາກັດ ໃຫ້ການອຸປະຖໍາລາງວັນເງິນສົດ 2.500.000 ກີບ.

อาจเป็นรูปภาพของ 4 คน และ ข้อความ
4) ບໍລິສັດ ອີທີແອລ ຈຳກັດ ສາຂາແຂວງອຸດົມໄຊ ມອບເບີ ແລະ ແພັກເກດຫຼິ້ນເນັດລາຍເດືອນ (ຟຼີ 6 ເດືອນ) ໃຫ້ນັກຮຽນເກັ່ງທີ່ສອບເສັງໄດ້ອັນດັບທີ 1 ຂັ້ນ ມ.4 ແລະ ມ.7 ລວມມູນຄ່າ 2.430.000 ກີບ.
5) ທະນາຄານ ພັດທະນາລາວ ສາຂາແຂວງອຸດົມໄຊ ອູປະຖຳເງິນສົດ 2.000.000 ກີບ.
6) ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສາຂາແຂວງອຸດົມໄຊ ມອບເບີ, ບັດຕື່ມເງິນ ແລະ ກະເປົາ M-money ໃຫ້ນັກຮຽນເກັ່ງ ຂັ້ນ ມ.7 ອັນດັບທີ 1 ມູນຄ່າ 440.000 ກີບ, ອັນດັບທີ 2 ມູນຄ່າ 400.000 ກີບ, ອັນດັບທີ 3 ມູນຄ່າ 360.000 ກີບ. ລວມມູນຄ່າ 1.200.000 ກີບ.
7) ທະນາຄານ ແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງອຸດົມໄຊ ເງິນສົດ 1.000.000 ກີບ.
8 ). ທະນາຄານ ສົ່ງເສີມກະສິກຳ ສາຂາແຂວງອຸດົມໄຊ ເງິນສົດ 300.000 ກີບ.

อาจเป็นรูปภาพของ 8 คน และ ข้อความ

ສຳລັບຜູ້ທີ່ສອບເສັງໄດ້ ອັນດັບທີ 1 ຂັ້ນ ມ.7 ຈະໄດ້ເຂົ້າຮ່ວມການສອບເສັງແຂ່ງຂັນນັກຮຽນເກັ່ງລະ ດັບຊາດ ແລະ ສອບເສັງຈົບຊັ້ນຫາກໄດ້ອັນດັບທີ 1 ໃນທົ່ວແຂວງຈະຖືກຄັດເລືອກເຂົ້າຮຽນຕໍ່ວິຊາສະ ເພາະຢູ່ພາຍໃນ ແລະ ຕ່າງປະເທດ ແຕ່ຄະແນນສະເລ່ຍສອບເສັງຈົບຊັ້ນທຸກວິຊາໄດ້ 7.00 ຂຶ້ນໄປ.

อาจเป็นรูปภาพของ 7 คน และ ข้อความ