5 ວິທີປັບຕົວ ເມື່ອເຂົ້າເຮັດວຽກໃນອົງກອນຢ່າງມີຄວາມສຸກ

161

ເມື່ອຊີວິດການເປັນນັກສຶກສາສຳເລັດລົງ ຫຼາຍໆຄົນກໍຈະກ້າວເຂົ້າສູ່ຊີວິດການເຮັດວຽກ. ແຕ່ລະຄົນຈະມີວຽກເຮັດງານທຳທີ່ແຕກຕ່າງກັນໄປ ຈຳນວນໜຶ່ງກໍຫັນໄປເຮັດທຸລະກິດຂອງຕົນເອງ, ຈຳນວນໜຶ່ງກໍເຂົ້າເປັນພະນັກງານລັດຖະກອນ, ຈຳນວນໜຶ່ງກໍເປັນພະນັກງານໃນບໍລິສັດເອກະຊົນ.

ບາງຄົນອາດຈະເຫັນຮຸ່ນອ້າຍ, ຮຸ່ນເອື້ອຍ ແລະ ເຫັນພໍ່ແມ່ພີ່ນ້ອງທີ່ເພິ່ນເຄີຍເຮັດວຽກມາກ່ອນແລ້ວ ແຕ່ເຮົາຍັງບໍ່ເຄີຍສຳຜັດດ້ວຍຕົວເອງ ແຕ່ພໍໄດ້ມາເຮັດວຽກແລ້ວ ມັນແຕກຕ່າງກັບຊີວິດໄວຮຽນ  ເພາະຊີວິດການເຮັດວຽກຕ້ອງມີໜ້າທີ່ຮັບຜິດຊອບ, ຄວາມກົດດັນຂອງໜ້າວຽກຕ່າງໆຈຶ່ງມີຫຼາຍ ເຊິ່ງບາງຄົນບໍ່ມີຄວາມອົດທົນ, ບໍ່ໃຝ່ຮູ້ໃຝ່ສຶກສາກໍຈະເຮັດວຽກນຳອົງກອນບໍ່ໄດ້ດົນ ແລະ ສຸດທ້າຍກໍຈະຢາກລາອອກ ແລະ ປ່ຽນວຽກໄປເລື້ອຍໆ.

อาจเป็นรูปภาพของ 5 คน

ມື້ນີ້ຄໍລຳມູມບໍລິຫານ ຈະມາແນະນຳບາງວິທີໃນການປັບຕົວຂອງພະນັກງານໃຫ້ເຮັດວຽກຮ່ວມກັບອົງກອນໄດ້ ເພາະຄຳວ່າອົງກອນ ຫຼື ບໍລິສັດໜຶ່ງ ມັນປະກອບດ້ວຍຫຼາຍຢ່າງຫຼາຍເງື່ອນໄຂ ແຕ່ມື້ນີ້ເຮົາຂໍແນະນຳບາງຂໍ້ມູນພື້ນຖານ ດັ່ງນີ້:

  1. ການເລືອກອົງກອນ: ແນ່ນອນວ່າກ່ອນເຮົາຈະໄດ້ເຮັດວຽກໃດໜຶ່ງກັບບໍລິສັດ ຫຼື ອົງກອນໃດໜຶ່ງ ແມ່ນເຮົາໄດ້ເລືອກແລ້ວ ແລະ ຕັດສິນໃຈແລ້ວ ຈຶ່ງໄປຍື່ນເອກະສານສະໝັກເຮັດວຽກ. ດັ່ງນັ້ນຂໍໃຫ້ຄິດວ່ານັ້ນຄືອີກຄອບຄົວໜຶ່ງທີ່ເຮົາຕ້ອງໄປໃຊ້ຊີວິດຮ່ວມກັບມັນ, ຢູ່ຮ່ວມກັບຄົນເຮັດວຽກໃນທີ່ນັ້ນ, ຕ້ອງສຶກສາເປົ້າໝາຍ ແລະ ແນວທາງຂອງບໍລິສັດວ່າຈຸດເປົ້າໝາຍອົງກອນແມ່ນຫຍັງ? ຫາກຮູ້ວ່າເປົ້າໝາຍຂອງອົງກອນນັ້ນເປັນສິ່ງທີ່ເຮົາມັກ ແລະ ຢາກຈະລົງມືເຮັດ ເມື່ອເຮົາໄດ້ເຂົ້າໄປເຮັດວຽກໃນອົງກອນນັ້ນແລ້ວເຮົາຈະເປັນອີກຕົວຊ່ວຍໜຶ່ງ ເພື່ອໃຫ້ອົງກອນໄປເຖິງເປົ້າໝາຍໄດ້ໄວຂຶ້ນ, ອີກທັງເມື່ອພົບບັນຫານ້ອຍ – ໃຫຍ່ ເຮົາກໍຈະບໍ່ມີຄວາມຄິດທີ່ຈະລາອອກຈາກອົງກອນນັ້ນ.
  2. ກົດລະບຽບ: ກ່ອນອື່ນຕ້ອງສຶກສາກົດລະບຽບນະໂຍບາຍດ້ານຕ່າງໆຂອງອົງກອນ ຫຼື ບໍລິສັດວາງອອກໃຫ້ເຂົ້າໃຈ ແລະ ພ້ອມປະຕິບັດຕາມ ກໍຈະເຮັດໃຫ້ເຮົາເປັນຄົນມີລະບຽບ, ບໍ່ມີຂໍ້ບົກຜ່ອງ ຫຼື ຈຸດອ່ອນ ແລະ ບໍ່ມີການຄັດຄ້ານຕໍ່ລະບຽບ ແລະ ສາມາດຮ່ວມເຮັດວຽກນຳອົງກອນໄດ້, ພ້ອມທັງບໍ່ເປັນຄົນແປກປະຫຼາດເມື່ອຄົນອື່ນເຮັດແບບດຽວກັນໝົດ ແຕ່ມີພຽງຕົນເອງຜູ້ດຽວທີ່ເຮັດຕ່າງຄົນອື່ນໃນອົງກອນ.
  3. ໜ້າວຽກທີ່ຖືກຮັບຜິດຊອບ: ເມື່ອເຂົ້າໄປເຮັດວຽກໃນອົງກອນໃດໜຶ່ງ ເຮົາກໍຈະໄດ້ຮັບໜ້າທີ່ ຫຼື ຖືກມອບໝາຍໃຫ້ເຮັດໜ້າວຽກຕາມ ຄວາມຮູ້, ຄວາມສາມາດເຮົາ ແຕ່ຂໍໃຫ້ຮູ້ຢ່າງໜຶ່ງວ່າ ວຽກທຸກວຽກທີ່ເພິ່ນມອບໃຫ້ແມ່ນມີຂອບເວລາທີ່ໃຫ້ແລ້ວໃນເວລາໃດ, ມາດຕະຖານວຽກຕ້ອງໄດ້ ເຖິງຈະເປັນວຽກທີ່ບໍ່ມັກ, ເປັນວຽກທີ່ຍາກເກີນ ຄວາມສາມາດເຮົາກໍຕ້ອງເຮັດ, ຫາກບໍ່ຮູ້ກໍໃຫ້ຖາມຂໍ ຄວາມຊ່ວຍເຫຼືອ, ຂໍຄຳແນະນຳຈາກອ້າຍເອື້ອຍ, ໝູ່ຄູ່ໃນຫ້ອງການ ເພື່ອເປັນເຂັມທິດ ແລະ ເປັນຊ່ອງທາງໃຫ້ເຮົາສາມາດເຮັດວຽກນັ້ນໄດ້ສຳເລັດ.
  4. ສຶກສານິດໄສໃຈຄໍເພື່ອນຮ່ວມງານ: ເພື່ອນຮ່ວມງານແມ່ນມີທັງດ້ານດີ ແລະ ດ້ານບໍ່ດີສໍາລັບເຮົາ ເປັນອີກສິ່ງໜຶ່ງທີ່ຈະຊ່ວຍໃຫ້ເຮົາຢາກເຮັດວຽກ, ເຮັດໃຫ້ເຮົາມີກຳລັງໃຈໃນການເຮັດວຽກ ຫຼື ເຮັດໃຫ້ເຮົາບໍ່ຢາກເຮັດວຽກ, ເຮັດໃຫ້ເຮົາຢາກລາອອກວຽກ. ເມື່ອຮູ້ແບບນີ້ແລ້ວເຮົາຄວນສຶກສານິດໄສໃຈຄໍຂອງແຕ່ລະຄົນໃນອົງກອນ ເພື່ອໃຫ້ເຮົາຮູ້ວິທີປັບຕົວໃຫ້ເຂົ້າກັບເຂົາ ແລະ ກຸ່ມຄົນໃດທີ່ເຮົາຄວນຄົບ ແລະ ກຸ່ມຄົນໃດທີ່ເຮົາຄວນຫຼີກເວັ້ນໃນການປະທະ ເພາະກຸ່ມຄົນທີ່ນິດໄສດີມີຫຍັງເຂົາກໍຈະຄອຍຊ່ວຍເຫຼືອ, ຕັກເຕືອນ ແລະ ນຳພາເຮັດ ເມື່ອເປັນແບບນັ້ນກໍຈະເຮັດໃຫ້ເຮົາຢາກໄປຫ້ອງການ, ມ່ວນກັບການເຮັດວຽກ ແຕ່ຫາກເຮົາໄປປະທະກັບຄົນທີ່ນິດໄສບໍ່ເຂົ້າກັນ ເມື່ອເຮົາບໍ່ຮູ້ວິທີຮັບມືເຮົາກໍຈະຄິດກັງວົນໃຈ ຖ້າເຖິງຂັ້ນຮຸນແຮງກໍບໍ່ຢາກໄປເຮັດວຽກ ແລະ ສຸດທ້າຍກໍມີ ຄວາມຄິດຢາກລາອອກ.

5. ສຳຫຼວດຕົນເອງ: ຫຼາຍຄົນກໍຈະພົບບັນຫາເມື່ອເຂົ້າໄປເຮັດວຽກໃນອົງກອນ ເຊັ່ນ: ບໍ່ເຂົ້າກັບໝູ່ ຫຼື ເຂົ້າກັບໝູ່ບໍ່ໄດ້, ຕຳໜິນັ້ນຕຳໜິນີ້, ຄົນອື່ນເຮັດຫຍັງກໍບໍ່ຖືກໄປໝົດ ແຕ່ຫາກຕົນເອງເຮັດຕົນເອງເວົ້າແມ່ນດີ ແມ່ນຖືກໄປໝົດທຸກຢ່າງ ( ເຂົ້າຂ້າງຕົນເອງ ). ຫາກເປັນແບບນີ້ແນ່ນອນເຮົາໄປເຮັດວຽກກັບໃຜກໍບໍ່ໄດ້ ແລະ ກໍຈະມັກມີບັນຫາກັບອົງກອນ, ມີບັນຫາກັບເພື່ອນຮ່ວມງານໄປເລື້ອຍໆ ເຖິງຈະປ່ຽນອົງກອນເຮັດວຽກ ກໍຈະເກີດມີບັນຫາເກົ່າເກີດຂຶ້ນອີກ ເມື່ອເກີດມີບັນຫາໃດໜຶ່ງເກີດຂຶ້ນ ຂໍໃຫ້ທ່ານກັບໄປຄຳນຶງ ຄິດທົບທວນວ່າສິ່ງທີ່ເກີດຂຶ້ນນັ້ນແມ່ນຍ້ອນເຂົາຝ່າຍດຽວບໍ່ ຫຼື ຍ້ອນຕົວເຮົາເອງນຳ, ຫາກມັນເກີດກັບເຂົາຝ່າຍດຽວແນ່ນອນເລື່ອງກໍຈະບໍ່ບານປາຍ, ໝູ່ຄູ່ໃນອົງກອນກໍພ້ອມທີ່ຈະຊ່ວຍເຫຼືອປົກປ້ອງເຮົາຢູ່ແລ້ວ, ເຮົາຕ້ອງເປັນຄົນອ່ອນນ້ອມຖ່ອມຕົນ ບໍ່ຄວນໄປອວດຮູ້ອວດສະຫຼາດເກີນໄປ, ຢ່າເຮັດເປັນຄົນນໍ້າເຕັມແກ້ວທີ່ບໍ່ຮັບຟັງຫຍັງຈາກໃຜ, ບໍ່ໃຝ່ຮຽນຮູ້ ສຸດທ້າຍກໍຈະບໍ່ມີໃຜສົນໃຈເຮົາ. ອີກສິ່ງໜຶ່ງທີ່ຫຼາຍຄົນບໍ່ຮູ້ວ່າຕົນເອງຂາດ ນັ້ນກໍຄື: ຄວາມອົດທົນ ເຖິງຈະເກີດຫຍັງຂຶ້ນບາງຄັ້ງການເລືອກທີ່ຈະບໍ່ເວົ້າຫາກມັນເຮັດໃຫ້ບັນຫານ້ອຍລົງ ຫຼື ບໍ່ກະທົບກະແທກກັບໃຜ ເຮົາກໍຄວນເລືອກທີ່ຈະບໍ່ເວົ້າດີກວ່າ.