ຜູ້ອຳນວຍການໃຫຍ່ຄົນໃໝ່ຂອງໄຟຟ້າລາວເຂົ້າຮັບໜ້າທີ່ ພ້ອມໃຫ້ສັນຍາຕໍ່ການຈັດຕັ້ງທີ່ໄວ້ວາງໃຈ

203

 

ດັ່ງທີ່ຂ່າວເສດຖະກິດ-ການຄ້າໄດ້ລາຍງານຂ່າວໄປແລ້ວກ່ອນໜ້ານີ້ວ່າມີການແຕ່ງຕັ້ງຍົກຍ້າຍໜ້າທີ່ພະນັກງານຫຼັກແຫຼ່ງໃນຂະແໜງພະລັງງານ ແລະບໍ່ແຮ່ ຫຼ້າສຸດໃນວັນທີ 16 ກຸມພາ 2024 ໄດ້ມີພິທີມອບ-ຮັບໜ້າທີ່ ລະຫວ່າງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟລາວ(ຜູ້ເກົ່າ) ກັບ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ (ຜູ້ໃໝ່). ໂດຍການເປັນປະທານຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມມີ ພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ.

May be an image of 2 people, people studying and dais

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການ ລັດວິສາຫະກິດ ໄຟຟ້າລາວ (ຜູ້ເກົ່າ) ກ່າວວ່າ: ຕະຫຼອດໄລຍະເວລາ 3 ປາຍປີ ທີ່ຂ້າພະເຈົ້າໄດ້ດໍາລົງຕໍາແໜ່ງເປັນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ທຸມເທທັງເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນການປະຕິບັດພາລະກິດອັນໃຫຍ່ຫຼວງ ຂອງພັກລັດມອບໝາຍໃຫ້ ໂດຍສຸມໃສ່ການປັບປຸງການປະຕິຮູບລັດວິສາຫະກິດໄຟຟ້າລາວ; ດັ່ງນັ້ນ ມາຮອດມື້ນີ້ ເວລານີ້, ກ່ອນທີ່ ຈະກ່າວອໍາລາໜ້າທີ່ ການດໍາລົງຕໍາແໜ່ງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຢ່າງເປັນທາງການນັ້ນ
ໃນນາມອົງກອນ ແລະ ໃນນາມສ່ວນຕົວ ຂໍປະເມີນວ່າ ໄຟຟ້າລາວໄດ້ມີໃບໜ້າໃໝ່ສະແດງອອກໃນຜົນງານຕົວຈິງທີ່ໄດ້ຮັບໃນ 3 ປີຜ່ານມາ, ຈຶ່ງຂໍຖືໂອກາດນີ້ ສະແດງຄວາມຂອບໃຈມາຍັງ ອົງການຈັດຕັ້ງຂອງພັກ-ລັດ, ຄະນະອໍານວຍການ, ຄະນະຝ່າຍ ຕະຫຼອດຮອດອ້າຍເອື້ອຍນ້ອງພະນັກງານກໍາມະກອນ ທົ່ວລັດວິສາຫະກິດໄຟຟ້າລາວ ຖ້າປະສະຈາກການຮ່ວມມື ຮ່ວມແຮງ ແລະ ທຸ້ມເທສະຕິປັນຍາ ແລະ ການຕັດສິນໃຈໃນການປ່ຽນແປງແບບແຜນການເຮັດວຽກ ຂ້າພະເຈົ້າພຽງລຳພັງຈະບໍ່ສາມາດເຮັດຫຼ້ອນໜ້າທີ່ໃນການດໍາລົງຕໍ່າແໜງເປັນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຢ່າງສົມກຽດຕະຫຼອດໄລຍະຜ່ານມາ.

May be an image of 1 person

ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ກໍ່ໄດ້ກ່າວຂອບໃຈຜູ້ອຳນວຍການຄົນເກົ່າທີ່ໄດ້ເຮັດໜ້າທີ່ຢ່າງດີມາຕະຫຼອດ ແລະ ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າ ຈະພ້ອມກັບໝູ່ຄະນະ ແລະ ພະນັກງານ-ກໍາມະກອນຂອງລັດວິສາຫະກິດໄຟຟ້າລາວ ຕັ້ງໜ້ານຳເອົາເນື້ອໃນ ຄຳເຫັນໂອ້ລົມຂອງທ່ານລັດຖະມົນຕີ ຕໍ່ພິທີຂອງພວກເຮົາມື້ນີ້ ໄປຜັນຂະຫຍາຍເຂົ້າສູ່ການເຄື່ອນ ໄຫວນຳພາຕົວຈິງໃຫ້ຖືກຕ້ອງ ແລະ ມີໝາກຜົນ.

May be an image of 5 people

ພ້ອມດຽວກັນນີ້ ກໍຂໍໃຫ້ຄໍາໝັ້ນສັນຍາຕໍ່ທ່ານລັດຖະມົນຕີວ່າ: ຈະເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ນຳພາ, ຄຸ້ມຄອງ-ບໍລິຫານລັດວິສາຫະກິດໄຟຟ້າລາວໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມພາລະບົດບາດ, ໜ້າທີ່ ຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງຜູ້ອໍານວຍການໃຫຍ່ ຂອງ ລັດວິສາຫະກິດໄຟຟ້າລາວ ໃນຖານະທີ່ແມ່ນຫົວໜ່ວຍທຸລະກິດທີ່ສໍາຄັນຂອງລັດ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ໃຫ້ຖືກຕ້ອງ, ສອດຄ່ອງກັບແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ ແລະ ກົດໝາຍຂອງລັດ ໃຫ້ສອດຄ່ອງກັບຄວາມສາມາດຕົວຈິງ ທາງດ້ານການຈັດຕັ້ງບຸກຄະລາກອນບົນພື້ນຖານວັດຖຸ-ເຕັກນິກ ແລະ ດ້ານອື່ນໆຂອງລັດວິສາຫະກິດໄຟຟ້າລາວໃນໄລຍະໃໝ່.

May be an image of 13 people, dais and text
ຈະສືບຕໍ່ສ້າງ ແລະ ປັບປຸງ-ເຕົ້າໂຮມຄວາມສາມັກຄີໃຫ້ເປັນເອກະພາບຢູ່ພາຍຄະນະພັກ, ຄະນະຜູ້ບໍລິຫານ ແລະ ພະນັກງານ-ກຳມະກອນໃຫ້ມີຄວາມໜັກແໜ້ນ. ເອົາໃຈໃສ່ເຮັດວຽກງານການເມືອງ – ແນວຄິດໃຫ້ເປັນປົກກະຕິ, ເລິກເຊິ່ງ, ໜັກແໜ້ນ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ.