ສາລະວັນ ກໍານົດ 12 ປະເພດກີລາຊີງໄຊ 396 ຫຼຽນຄໍາໃນ ງານກີລານັກຮຽນທົ່ວປະເທດ ຄັ້ງທີ VII

125

ແຂວງສາລະວັນ ພ້ອມແລ້ວຈະເປັນເຈົ້າພາບຈັດງານມະຫະກໍາແຂ່ງຂັນກີລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ກໍານົດວັນແຂ່ງຂັນລະຫວ່າງວັນທີ 13-22 ທັນວາ 2024 ພ້ອມກໍານົດໃຫ້ມີການຊີງໄຊທັງໝົດ 134 ລາຍການຈາກ 12 ປະເພດກີລາ, ໃນນັ້ນ ມີ 396 ຫຼຽນຄຳ, 396 ຫຼຽນເງິນ ແລະ 526 ຫຼຽນທອງ ລວມທັງໝົດ 1.318 ຫຼຽນ ພ້ອມທັງກຳນົດເອົາ ຫໍໄຕ ເປັນໂລໂກ້ ແລະ ຊ້າງ ເປັນສັດນຳໂຊກ.

ພິທີຖະແຫຼງຂ່າວການກຽມຄວາມພ້ອມເປັນເຈົ້າພາບ ຈັດງານມະຫະກໍາແຂ່ງຂັນກີລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ໃນວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມວິທະຍາໄລຄູສາລະວັນ ໂດຍມີ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້ແຂວງສາລະວັນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍບັນດາຫົວໜ້າກົມ-ຮອງຫົວໜ້າທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າພະແນກ, ຄະນະຮັບຜິດຊອບ ຕະຫຼອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ປອ ດາວວົງ ພອນແກ້ວ ກ່າວວ່າ: ງານມະຫະກໍາກີລານັກຮຽນມັດທະຍົມສຶກສາທົ່ວປະເທດ ແມ່ນເລີ່ມຈັດການແຂ່ງຂັນ ຄັ້ງທີ I ໃນປີ 1999 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ເປັນຕົ້ນມາ ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກີລາ ເຫັນໄດ້ຄວາມໝາຍຄວາມສຳຄັນ ຈຶ່ງໄດ້ກຳນົດນະໂຍບາຍ ໃນການສົ່ງເສີມຂະບວນການແຂ່ງຂັນກີລາຂອງນັກຮຽນມັດທະຍົມສຶກສາ ຢູ່ພາຍໃນສະຖານການສຶກສາທຸກຊັ້ນ, ທຸກສາຍ ທັງພາກລັດ ແລະ ເອກະຊົນ ຕາມ 5 ຫຼັກມູນຂອງການສຶກສາ ແນໃສ່ສົ່ງເສີມການຮັກສາສຸຂະພາບ ແລະ ຕິດພັນກັບການສະກັດກັ້ນບັນຫາຢາເສບຕິດໃນສະຖານການສຶກສາ ຜັນຂະຫຍາຍໄປສູ່ບັນດາແຂວງເມືອງ ແລະ ກຸ່ມໂຮງຮຽນ, ໂຮງຮຽນ ໃຫ້ມີຂະບວນການຈັດງານແຂ່ງຂັນກີລາປະຈຳປີ ຢ່າງເປັນປົກກະຕິ. ແຂວງ, ນະຄອນຫຼວງ, ເມືອງ, ນະຄອນ ທີ່ມີເງື່ອນໄຂ ກໍໄດ້ຜັດປ່ຽນກັນເປັນເຈົ້າພາບ ຈັດການແຂ່ງຂັນກີລານັກຮຽນມັດທະຍົມສຶກສາ ປະຈຳປີຂຶ້ນ ເພື່ອຄວາມສາມັກຄີ, ເພື່ອຮັກສາສຸຂະພາບ, ເພື່ອການຄັດເລືອກນັກກີລາຂອງຕົນເອງ ທີ່ມີພອນສະຫວັນ, ເປັນນັກກີລາຮຸ່ນສືບທອດໃຫ້ທີມຊາດ ໃນອະນາຄົດ.

ພາຍຫຼັງສຳເລັດການຈັດງານມະຫະກຳກີລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VI ປີ 2017 ທີ່ແຂວງບໍລິຄຳໄຊ ເປັນເຈົ້າພາບ, ລັດຖະບານ ໄດ້ມອບໝາຍໃຫ້ແຂວງສາລະວັນ ຮັບເອົາທຸງກີລານັກຮຽນ ເພື່ອສືບຕໍ່ເປັນເຈົ້າພາບໃນການຈັດການແຂ່ງຂັນ ຄັ້ງທີ VII ໃນປີ 2020. ແຕ່ອີງໃສ່ສະພາບການກໍ່ສ້າງສະໜາມພິທີເປີດ-ປິດ ຕິດພັນກັບງົບປະມານຮັບໃຊ້, ການປັບປຸງສະໜາມແຂ່ງຂັນກີລາບາງປະເພດ ບວກກັບການລະບາດຂອງພະຍາດໂຄວິດ-19 ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ຈຶ່ງເຮັດໃຫ້ບໍ່ສາມາດຈັດການແຂ່ງຂັນໄດ້ຕາມແຜນການທີ່ກຳນົດໄວ້.

ທ່ານ ປອ ດາວວົງ ພອນແກ້ວ ກ່າວຕື່ມອີກວ່າ: ຈົນມາຮອດປີ 2024 ແມ່ນກໍານົດມື້ແຂ່ງຂັນລະຫວ່າງວັນທີ 13-22 ທັນວາ 2024 ພ້ອມໄດ້ຮັບຮອງເອົາການກຳນົດເອົາ ຫໍໄຕ ເປັນໂລໂກ ແລະ ໂຕ ຊ້າງ ເປັນສັດນຳໂຊກ ຂອງງານມະຫາກຳກີລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII ພ້ອມກຳນົດເອົາ 12 ປະເພດກີລາຈັດເຂົ້າໃນການແຂ່ງຂັນ ປະກອບມີ: ກີລາ ແລ່ນ-ລານ, ບານເຕະ, ບານສົ່ງ ໃນຮົ່ມ/ຫາດຊາຍ, ບານບ້ວງ, ກະຕໍ້, ປິ່ງປ່ອງ, ດອກປີກໄກ່, ເປຕັງ, ໝາກແລ້, ໜ້າເກັກ, ໝາກເສິກ ແລະ ເທັຄວັນໂດ ທັງ 12 ປະເພດແມ່ນແຂ່ງຂັນທັງປະເພດຊາຍ-ຍິງ.