ເມືອງປາກລາຍ ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍກອງທຶນເລືອດ ແລະ ກອງທຶນໄພພິບັດ

24

ເມືອງປາກລາຍ ຈັດກອງປະຊຸມ ເຜີຍແຜ່ຂໍ້ຕົກລົງ ຂອງທ່ານເຈົ້າແຂວງໄຊຍະບູລີ ວ່າກອງທຶນເລືອດ ແລະ ກອງທຶນໄພພິບັດ ໃນວັນທີ 13 ກຸມພາ 2024 ໂດຍການເປັນປະທານຂອງ ທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງໆປາກລາຍ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ມີນາຍບ້ານ-ຮອງນາຍບ້ານ ແລະ ພາກສ່ວນກ່ຽວຂ້ອງເຂດພັດທະນາບຸ່ງມ່າ-ຕາກແດດ ເຂົ້າຮວ່ມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງ ເລກທີ 1035/ຈຂ ຊຍ ລົງວັນທີ 8 ກັນຍາ 2002 ວ່າດ້ວຍກອງທຶນເລືອດແຂວງ ໄຊຍະບູລີ ເຊິ່ງ ຂໍ້ຕົກລົງ ດັ່ງກ່າວ ປະກອບມີ 8 ໝວດ 32 ມາດຕາ; ຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ເລກທີ 437/ຈຂ ຊຍ ວົງວັນທີ 22 ມີນາ 2023 ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ເຊິ່ງຂໍ້ຕົກລົງດັ່ງກ່າວ ໄດ້ກຳນົດຫລັກການ, ລະບຽບການ ກ່ຽວກັບການຄຸ້ມຄອງ ແລະ ນຳ ໃຊ້ກອງທຶນເລືອດ ແລະ ກອງທຶນໄພພິບັດຂອງແຂວງໄຊຍະບູລີ ເພື່ອເຮັດໃຫ້ວຽກງານ ການປຸກລະດົມຂົນຂວາຍ ແລະ ສະສົມທຶນ ຈາກພາຍໃນ ແລະ ຕ່າງປະເທດ ໄດ້ດຳເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ແນໃສ່ຮັບ ປະກັນໃຫ້ມີແຫລ່ງທຶນທີ່ຢືນຍົງ ເພື່ອສະໜອງໃຫ້ແກ່ວຽກງານລະດົມຂົນຂວາຍບໍລິຈາກເລືອດ ແລະ ຊ່ວຍເຫລືອສຸກເສີນ, ສ້ອມແປງພື້ນຖານໂຄງລ່າງທີ່ຈໍາເປັນ, ການຊອກຄົ້ນຫາ ແລະ ກູ້ໄພ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດກັບຄືນສູ່ປົກກະຕິ ຫລື ດີຂຶ້ນກວ່າເກົ່າ ແລະ ເຮັດໃຫ້ປະຊາຊົນບັນດາເຜົ່າ ພາຍໃນແຂວງ ທີ່ເຈັບເປັນ ແລະ ຕ້ອງການປິ່ນປົວດ້ວຍເລືອດ ໃຫ້ໄດ້ຮັບການບໍລິການເລືອດທີ່ພຽງພໍ, ປອດໄພ ແລະ ທັນກັບເວລາ.

ໂອກາດດັ່ງກ່າວ, ທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງປາກລາຍ ກໍໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມ ໂດຍສະເພາະແມ່ນອົງການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງຂອງບ້ານ ຈົ່ງໄດ້ນໍາເອົາເນື້ອໃນຂອງຂໍ້ຕົກ ລົງດັ່ງກ່າວ ທີ່ໄດ້ເຊຶ່ອມຊຶມໃນຄັ້ງນີ້, ນໍາໄປຈັດຕັ້ງຜັນຂະຫຍາຍພາຍໃນບ້ານຂອງຕົ້ນ ເພື່ອເປັນບ່ອນອີງ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງຕົວຈິງໃຫ້ມີຜົນສໍາເລັດ, ເຮັດໃຫ້ກອງທຶນມີຄວາມເຂັ້ມແຂງຂຶ້ນໄປເລື້ອຍໆ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ.
ຂ່າວ: ກ່າ ຄຸດທະວົງສັກ