ປີ 2023 ຄັງເງິນແຂວງຄຳມ່ວນ ສາມາດປະຕິບັດລາຍຮັບໄດ້ເຖິງ 156,38% ຂອງແຜນການປີ

45

ກອງປະຊຸມສະຫລຸບວຽກງານຄັງເງິນ ປະຈຳປີ 2023 ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2024 ໂດຍການເຂົ້າຮ່ວມຂອງທ່ານ ສີສະຫວາດ ໄຊຍະວົງ ຮອງຫົວໜ້າພະແນກການເງິນແຂວງ. ຂະນະທີ່ໃນ 1 ປີຜ່ານມາ, ຄັງເງິນ ແຂວງຄຳມ່ວນ ປະຕິບັດລາຍຮັບງົບປະມານໄດ້ 2.724 ຕື້ກວ່າກີບ ເທົ່າກັບ 156,38% ຂອງແຜນການປີ( 1.742 ຕື້ກວ່າກີບ). ສ່ວນດ້ານລາຍຈ່າຍ ປະຕິບັດໄດ້ຕົວຈິງ 739 ຕື້ກວ່າກີບ ເທົ່າກັບ 99,64% ຂອງແຜນ ການປີ( 742 ຕື້ກວ່າກີບ).

ໃນໄລຍະ 1 ປີຜ່ານມາ, ຄັງເງິນ ໄດ້ມີການຄຸ້ມຄອງລາຍຮັບງົບປະມານ ໃຫ້ໄປຕາມທິດສົ່ງເສີມການລົງທຶນ ແລະ ການດຳເນີນທຸລະກິດ ເພື່ອຂະຫຍາຍແຫລ່ງລາຍຮັບ ແລະ ສາມາດຈັດເກັບລາຍຮັບເຂົ້າງົບປະມານ ແນໃສ່ສ້າງເງື່ອນໄຂຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ດຳເນີນທຸລະກິດໄດ້ຢ່າງມີປະສິດທິຜົນ, ປັບປຸງກົນໄກການຄຸ້ມຄອງ ແລະ ຈັດເກັບລາຍຮັບງົບປະມານແຫ່ງລັດ ຜ່ານລະບົບທະນາຄານເປັນສ່ວນຫລາຍ ເພື່ອຫລຸດຜ່ອນການຮັບເປັນເງິນສົດ ຢູ່ຄັງເງິນປະຈຳແຂວງ, ຄັງເງິນບັນດາເມືອງ, ດ່ານພາສີສາກົນ, ບ່ອນທີ່ມີລະບົບທະນາຄານໃຫ້ບໍລິການ, ປັບປຸງຂັ້ນຕອນ ແລະ ວິທີການນໍາໃຊ້ເຄື່ອງມື ທີ່ທັນສະໄໝເຂົ້າຊ່ວຍໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບ ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານບັນລຸ ແລະ ລື່ນແຜນການປີ ແລະ ເຮັດໃຫ້ການສະຫລຸບລາຍງານຕົວເລກລາຍຮັບງົບປະມານ ມີຄວາມຊັດເຈນ ແລະ ທັນຕາມກຳນົດເວລາ.

ສຳລັບ ທິດທາງແຜນການໃນຕໍ່ໜ້າ ແມ່ນເພີ່ມທະວີເອົາໃຈໃສ່ ນຳພາ-ຊີ້ນຳ, ສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນພາຍໃນຄັງເງິນແຂວງ, ເມືອງ ຢ່າງເລິກເຊິ່ງ, ຍົກສູງຄວາມ ຮັບຜິດຊອບ ທັງເປັນເຈົ້າການປະຕິບັດກົດໝາຍ ແລະ ລະບຽບການຂອງລັດຢ່າງເຂັ້ມງວດ, ດຳເນີນການທົດສອບຄວາມຮູ້, ຄວາມສາມາດ ທາງດ້ານວິຊາສະເພາະ ຂອງພະນັກງານ-ລັດຖະກອນ ເພື່ອເປັນບ່ອນອີງໃນການກຳນົດ ແລະ ຈັດວາງພະນັກງານ ໃຫ້ສອດຄ່ອງກັບການກຳນົດ ມາດຕະຖານຕຳແໜ່ງງານສະເພາະ, ຕິດຕາມ, ກວດກາ ຕີລາຄາປະເມີນຜົນ ການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະທີ່ໄດ້ຮັບມອບໝາຍ ຍົກໃຫ້ເຫັນຂໍ້ຄົງຄ້າງ ເພື່ອປັບປຸງ ແລະ ແກ້ໄຂໃນຕໍ່ໜ້າ, ເປັນເຈົ້າການປະສານສົມທົບກັບຂະແໜງ ລາຍຮັບ, ຫົວໜ່ວຍງົບປະມານ, ທະນາຄານທຸລະກິດ ແລະ ຄັງເງິນບັນດາເມືອງ ໃນການຄຸ້ມຄອງລາຍຮັບ, ປະຕິບັດລາຍຈ່າຍ, ການສະຫລຸບລາຍງານ ແລະ ອື່ນໆ.

ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານບົດແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024, ບົດແນະນໍາກ່ຽວກັບການຄຸ້ມຄອງບັນຊີເງິນຝາກ ຂອງຫົວໜ່ວຍງົບປະມານ ກອງທຶນຂອງລັດ ເພື່ອຮັບປະກັນການຄຸ້ມຄອງ ຈັດເກັບລາຍຮັບໃຫ້ຄົບຖ້ວນ, ໂປ່ງໃສ, ຕ້ານທຸກຊ່ອງຫວ່າງຂອງການຮົ່ວໄຫລ ທາງດ້ານລາຍຮັບງົບປະມານແຫ່ງລັດ ແລະ ຮັບປະກັນການຄຸ້ມຄອງບັນຊີເງິນຝາກ ໃຫ້ລວມສູນຢູ່ລະບົບຄັງເງິນ.
ຂ່າວ-ພາບ: ກອງຄຳ
ທີ່ມາ: ຂປລ