ເກືອບ 30 ຄົນຢູ່ປະທຸມພອນໄດ້ຮຽນຮູ້ການເຮັດເຂົ້າໜົມຂາຍ

83

ເພື່ອຝຶກວິຊາຊີບການເຮັດເຂົ້າໜົມໃຫ້ປະຊາຊົນທີ່ມີຄວາມສົນໃຈ ໃນຕອນເຊົ້າວັນທີ 09 ກຸມພາ 2024 ທີ່ສູນພັດທະນາສີມືແຮງງານແຂວງສະຫວັນນະເຂດ ເຊິ່ງຕັ້ງຢູ່ບ້ານ ສົມພັດວິໄລ ເມືອງອຸທຸມພອນ ໄດ້ສໍາເລັດການຍົກລະດັບວິທີເຮັດເຂົ້າໜົມໃຫ້ກັບປະຊາຊົນກຸ່ມເປົ້າໝາຍຜູ້ທີ່ສົນໃຈມັກຮັກໃນອາຊີບນີ້, ເຊິ່ງທ່ານ ທອງຂັນ ແສງນາວົງ ຫົວໜ້າສູນພັດທະນາສີມືແຮງງານແຂວງກ່າວວ່າ: ເພື່ອເຮັດໃຫ້ແຮງງານລາວໃນກຸ່ມເປົ້າໝາຍໄດ້ຮັບການຝຶກ ແລະ ພັດທະນາສີມືແຮງງານ ສາມາດເຂົ້າເຖິງການປະກອບອາຊີບຕາມຫົວໜ່ວຍແຮງງານ, ສາມາດເຊື່ອມໂຍງກັບການຈ້າງງານ ແລະ ເຂົ້າເຖິງຕະຫຼາດແຮງງານຕາມຂະແໜງເສດຖະກິດ, ເຊິ່ງສູນພັດທະນາສີມືແຮງງານໄດ້ຝຶກ ແລະ ພັດທະນາສີມືແຮງງານ ໃຫ້ກຸ່ມເປົ້າໝາຍໃນສາຂາອາຊີບ ການເຮັດເຂົ້າໜົມໃຫ້ກັບຜູ້ທີ່ສົນໃຈມັກ ຮັກໃນອາຊີບນີ້ໄດ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້, ໃນຈໍານວນ 29 ຄົນ, ຍິງ 20 ຄົນ.

May be an image of 4 people
ໂອກາດເຂົ້າຮ່ວມ ທ່ານ ສີສຸພັນ ງາມວົງສາ ຮອງຫົວໜ້າພະແນກແຮງງານ-ສະຫວັດດີການສັງຄົມແຂວງ ໄດ້ກ່າວວ່າ: ເມື່ອເບິ່ງຜະລິດຕະພັນທີ່ສໍາມະນາກອນໄດ້ຮຽນຮູ້ ແລະ ເຮັດຕົວຈິງ ຖືວ່າໄດ້ດີສົມຄວນ; ເພາະສະນັ້ນພາຍຫຼັງທີ່ຝຶກຈົບແລ້ວ ກໍ່ສາມາດໄປເຮັດເປັນອາຊີບເສີມໄດ້ ອັນຈະສ້າງລາຍຮັບໃຫ້ແກ່ຄອຄບຄົວ ໄດ້ບໍ່ຫຼາຍກໍ່ໜ້ອຍ ແລະ ກໍ່ເປັນອີກທາງເລືອກໜຶ່ງ ໃນໄລຍະເບື້ອງຕົ້ນ.

No photo description available.
ທ່ານ ສີສຸພັນ ງາມວົງສາ ຍັງຮຽກຮ້ອງໃຫ້ຜູ້ທີ່ສໍາເລັດການອົບຮົມຕ້ອງນໍາໃຊ້ຄວາມຮູ້ທີ່ໄດ້ຮຽນມາໃຫ້ເກີດປະໂຫຍດສຸງສຸດແກ່ຕົນເອງ ເພື່ອສ້າງແຫຼ່ງລາຍຮັບເຂົ້າສູ່ຄອບຄົວໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ຈາກນັ້ນໃນພິທີຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສໍາເລັດການຝຶກອົບຮົມເພື່ອເປັນຫຼັກຖານ ໃນການປະກອບອາຊີບທີ່ຖືກຕ້ອງຕໍ່ໄປ.

May be an image of cinnamon roll
Cr: ນັກຂ່າວເມືອງອຸທຸມພອນ